ການປູກເຫັດນາງລົມ

Andy Souvanphakdy
ເຫັດນາງລົມ ປູກງ່າຍໃຊ້ຕົ້ນທຶນໜ້ອຍ ຜົນຜະລິດສູງ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ເຫັດນາງລົມ-ນາງຟ້າ ເປັນເຫັດທີ່ປູກງ່າຍ,ການປູກບໍ່ໄດ້ໃຊ້ທຶນຫຼາຍ, ໄລຍະເວລາການປູກສັ້ນ, ສາມາດເກັບມາບໍລິໂພກ ແລະ ເກັບໄປຂາຍສ້າງລາຍໄດ້ໃຫ້ແກ່ຜູ້ປູກໄດ້ໄວ, ຂັ້ນຕອນການປູກ,ການບົວລະບັດຮັກສາບໍ່ຍາກ,ນອກຈາກນັ້ນເຫັດນາງລົມ-ນາງຟ້າຍັງເປັນເຫັດທີ່ມີທາດໂປຼຕິນສູງ, ສາມາດປຸງນຳມາແຕ່ງອາຫານໄດ້ຫລາຍຊະນິດ.

ຂັ້ນຕອນການປູກ

  1. ສະຖານທີ່ປູກເຫັດນາງລົມ-ນາງຟ້າ: ບ່ອນທີ່ຕັ້ງເຮືອນປູກເຫັດຄວນເປັນບ່ອນດິນພຽງ ຫຼື ເປັນດິນໂນນ, ນໍ້າບໍ່ຖ້ວມ, ອາກາດຖ່າຍເທດີ,ຂະໜາດຂອງເຮືອນປູກເຫັດນາງລົມ-ນາງຟ້າ ແມ່ນ 4 x 6 ແມັດ, ສູງ 2 ແມັດ, ມຸງດ້ວຍຫຍ້າຄາ, ແອ້ມດ້ວຍຝາກະແຕະ ແລະ ອື່ນໆ.
  2. ນໍ້າທີ່ໃຊ້ໃນການປູກເຫັດ: ນໍ້າສ້າງ, ນໍ້າບາດານ, ນໍ້າໃນແມ່ນໍ້າລໍາເຊ ແລະ ນໍ້າຫ້ວຍທີ່ສະອາດ.
  3. ວັດສະດຸ ແລະ ອຸປະກອນການປູກເຫັດ: ຂີ້ເລື່ອຍໄມ້ເນື້ອອ່ອນ, ຮໍາອ່ອນ, ເຂົ້າປຽນ, ດີເກືອ, ຢິບຊໍ້າ, ປູນຂາວ, ໝໍ້ໜຶ້ງຖົງເຫັດ, ຊິງຊັ່ງນໍ້າໜັກ, ບົວຫົດນໍ້າ, ຊ້ວານ, ຖົງຢາງປູກເຫັດ, ປອກຄໍ, ຢາງບ້ວງ, ສຳລີ, ຕະກຽງເຫລົ້າ 90.
  4. ວິທີປະສົມຂີ້ເລື່ອຍໃສ່ສ່ວນປະສົມ: ການປະສົມຂີ້ເລື່ອຍກັບວັດສະດຸຕ່າງໆແມ່ນປະສົມຕາມອັດຕາສ່ວນຄື: ຂີ້ເລື່ອຍ 100 ກິໂລກຼາມ, ດີເກືອ 0,3 ກິໂລກາຼມ, ຢິບຊໍ້າ 1 ກິໂລກາຼມ, ປູນຂາວ 1 ກິໂລກາຼມ, ຮໍາອ່ອນ 10 ກິໂລກາຼມ, ເຂົ້າປາຍ 4 ກິໂລກຼາມ, ນໍ້າ 65 - 70 %, ເອົາຂີ້ເລື່ອຍ ແລະ ສ່ວນປະສົມມາປະສົມເຂົ້າກັນ, ຄົນໃຫ້ລະອຽດ, ຫົດນໍ້າໃຫ້ຄວາມຊູ່ມປະມານ 65 - 70 % ແລ້ວນໍາໄປບັນຈຸໃສ່ຖົງຢາງ.
  5. ການຍັດຂີ້ເລື່ອຍທີ່ປະສົມໃສ່ຖົງຢາງປູກເຫັດ: ເອົາຂີ້ເລື່ອຍປະສົມບັນຈຸໃສ່ຖົງຢາງໃຫ້ເຕັມ, ຕໍາໃຫ້ແໜ້ນພໍປະມານ, ຫຸບປາກຖົງເຂົ້າ,ໃສ່ປອກຄໍ, ເອົາຢາງບ້ວງມັດ ແລະ ເອົາສຳລີອັດປາກຖົງ.
  6. ການໜື້ງຖົງເຫັດ: ເອົາຖົງກ້ອນເຫັດໄປໜຶ້ງໃສ່ຖັງ (ຟຸ່ຍ) ໃນຖັງໜຶ້ງໃສ່ຕະແກງສູງ 15 ຊັງຕິແມັດ,ໃສ່ນໍ້າ 12 ຊັງຕິແມັດ, ເອົາຖົງເຫັດເຂົ້າໄປລຽນໃນຖັງເຮັດເປັນຊັ້ນຂື້ນມາຈົນເຕັມ , ເອົາແພຢາງປິດ, ເອົາເຊືອກມັດໃຫ້ແໜ້ນ. ການໜື້ງຂ້າເຊື້ອຖ້າໜຶ້ງໃສ່ກະຟຸ້ຍໃຊ້ເວລາ 3 ຊົ່ວໂມງ ໂດຍເລີ່ມຕັ້ງເວລາເມື່ອອາຍຸພົ່ນຂຶ້ນ,ຖົງຢາງອັດປາກກະຟຸ້ຍເບັງຂຶ້ນ, ຖ້າແມ່ນໝໍ້ໜຶ້ງຂະໜາດໃຫ່ຍສາມາດໜຶ້ງຄັ້ງລະ 8.000- 1.000 ຖົງ ແມ່ນໃຊ້ເວລາການໜື້ງ 4 ຊົ່ວໂມງ. ໂດຍເລີ່ມຕັ້ງເວລາເມື່ອອຸນຫະພູມໄດ້ 100 ອົງສາ (ເບີ່ງເຂັມວັດແທກທີ່ຕິດໄວ້ໃນຖັງໜຶ້ງ).
  7. ວີທີເຂ່ຍເຊື້ອເຫັດ: ການເຂ່ຍເຊື້ອເຫັດຕ້ອງກຽມອຸປະກອນເຊັ່ນ: ຕະກຽງເຫຼົ້າ 90, ເຫຼົ້າ 90, ຢາງບ້ວງ, ເຈ້ຍປິດປາກຖົງກ້ອນເຫັດ, ເວລາເຂ່ຍເຊື້ອຕ້ອງລ້າງມືໃຫ້ສະອາດ,ກ່ອນຈະເຂ່ຍເຊື້ອເຫັດ ເອົາແກ້ວເຊື້ອເຫັດມາຕີໃຫ້ຫົວເຊື້ອແຕກອອກ,ຈາກກນັ້ນ ເອົາໄຟລົນປາກກວດແກ້ວແລ້ວ ດຶງເອົາສຳລີອັດປາກຖົງເຫັດອອກ ເຂ່ຍເຊື້ອລົງໃສ່ຖົງປະມານ 20-30 ເມັດ, ແລ້ວຊັ່ນໆ ໃຫ້ເມັດເຂົ້າກະຈາຍອອກຂ້າງຖົງດ້ານໃນ ເອົາສໍາລີອັດຄືເກົ່າ ແລ້ວເອົາເຈ້ຍອັດ ເອົາຢາງບ້ວງມັດປາກຖົງໄວ້, ທຸບແກ້ວທີ່ບັນຈຸເຊື້ອເຫັດເຂ່ຍເຊື້ອເຫັດໃສ່ຖົງ.
  8. ການບົ່ມຖົງກອ້ນເຫັດ: ເອົາຖົງກ້ອນເຫັດທີເຂ່ຍເຊື້ອເຫັດແລ້ວໄປບົ່ມໃນເຮືອນບົ່ມ, ເຮືອນບົ່ມຄວນເປັນເຮືອນທີສະອາດ, ອາກາດຖ່າຍເທສະດວກ, ການບົ່ມໃຊ້ເວລາ 25-30 ວັນ,ເຊື້ອເຫັດກໍຈະຂະຫຍາຍຕົວເປັນສີຂາວເຕັມ ຖົງກໍສາມາດນໍາໄປເປີດປາກຖົງ ແລະ ເກັບດອກໄດ້.
  9. ການເປີດປາກຖົງກ້ອນເຫັດ: ເມື່ອເຊື້ອເຫັດຂະຫຍາຍຕົວເຕັມຖົງກ້ອນເຫັດແລ້ວ, ເອົາຖົງກ້ອນເຫັດເຂົ້າໄປລຽນເປັນແຖວ,ເປັນຊັ້ນຂື້ນໃນແລ້ວເປີດເຈ້ຍປິດປາກຖົງອອກ, ດຶງເອົາສໍາລີອັດປາກຖົງອອກ ແລະ ນຳມາອະນາໄມປາກຖົງໃຫ້ສະອາດຈົນໝົດທຸກໆຖົງ ຫລັງຈາກນັ້ນກໍຫົດນໍ້າເຊົ້າ ແລະ ແລງ 2-3 ວັນ ເຫັດກໍ່ຈະອອກ.

ການບົວລະບັດຮັກສາ ແລະ ເກັບດອກ

  • ໝັ່ນອະນາໄມເຮືອນເຫັດໃຫ້ສະອາດ, ຫົດນໍ້າໃຫ້ຄວາມຊຸ່ມສະໝໍ່າສະເໝີເຊົ້າ-ແລງ, ຕິດຕາມເບິ່ງແມງໄມ້ ແລະ ສັດ ອື່ນໆ ຈະມາລົບກວນ
  • ການເກັບເຫັດ ເມື່ອດອກເຫັດບານເຕັມທິີແລ້ວ ເອົາມືຈັບຄ່ອຍໆດຶງດອກເຫັດອອກໃຫ້ໝົດພົ້ວ

ພະຍາດທີ່ມັກເກີດກັບເຫັດນາງລົມ - ນາງຟ້າ

ເຊື້ອລາຂຽວ, ລາສີສົ້ມ, ຖົງເຫັດເນົ່າ ແລະ ມີໜອນເຈາະເຮັດໃຫ້ຖົງເຫັດເສຍຄຸນເຫັດບໍ່ອອກດອກ, ການປ້ອງກັນພະຍາດເຫຼົ່ານີ້,ຕ້ອງອະນາໄມເຮືອນເຫັດ ,ອະນາໄມຖົງເຫັດໃຫ້ສະອາດ ແລະ ກໍາຈັດແມງໄມ້ ທີ່ນໍາເຊື້ອໂລກມາໃສ່ຖົງເຫັດ (ການກໍາຈັດແມງໄມ້ໃຫ້ໃຊ້ຢາສະໝູນໄພຫາ້ມໃຊ້ ສານເຄມີ )
 

 

Source: ແບບຮຽນວິຊາປູກຝັງ

ການປະກອບສ່ວນ