ບົດສະເໜີໂຄງການຫຍໍ້ ການຜະລິດໝາກກ້ຽງພື້ນເມືອງ ແບບຍືນຍົງ

Languages

12 Feb 2020 Authors: tabi
TABI

ໝາກກ້ຽງ ມີຄວາມຫລາກຫລາຍດ້ານພື້ນຖານໂພຊະນາການທີ່ໜ້າປະທັບໃຈ, ມີ ວິຕາມິນຫລາຍຊະນິດ (C, A ແລະ B-complex), ມີ ແຮ່ທາດ (Potassium and Calcium) ເພື່ອການຈະເລີນເຕີບໂຕທີ່ດີຕໍ່ສຸກຂະພາບ ແລະ ຄວາມເປັນຢູ່ທີ່ດີ, ເພາະວ່າ ໝາກກ້ຽງມີລະດັບ calories ຕໍ່າ, ບໍ່ມີໄຂມັນອີ່ມຕົວ ຫລື cholesterol, ແຕ່ວ່າອຸດົມໄປດ້ວຍເສັ້ນໃຍອາຫານ ແລະ ສານຕ້ານອະນຸມູນອິດສະລະ. 
ໝາກກ້ຽງ (Citrus Sinensis) ເປັນພັນໄມ້ຢືນຕົ້ນຢູ່ໃນເຂດຮ້ອນ ຫາ ອົບອຸ່ນ, ບໍ່ປ່ຽນໃບ, ມີດອກນ້ອຍ, ມີລໍາຕົ້ນສູງ ປະມານ 5 ຫາ 8 ແມັດ ຖ້າຫາກບໍ່ໄດ້ມີການຕັດແຕ່ງ. ຕົ້ນໝາກກ້ຽງຈະອອກໝາກໜຶ່ງຄັ້ງໍ່ປີ, ໝາກຈະມີຄວາມໃຫຍ່ຕາມເສັ້ນຜ່າສູນກາງ ເຖິງ 8 ຊັງຕີແມັດ ແລະ ມີນໍ້າໜັກເຖິງ 150 ກະລາມ. ຕົ້ນໝາກກ້ຽງ ໃນ ປະເທດລາວ ຈະເລີ້ມອອກດອກໃນເດືອນ ມັງກອນ ແລະ ໝາກຈະສຸກໃນ ເດືອນສິງຫາ ຫາ ເດືອນມັງກອນ ແຕ່ຂຶ້ນກັບສະຖານທີ່ຕັ້ງຂອງສວນ.

ດາວໂຫລດ

ບົດສະເໜີໂຄງການຫຍໍ້ ການຜະລິດໝາກກ້ຽງພື້ນເມືອງ ແບບຍືນຍົງ - ລາວ (771 KB)

ບົດສະເໜີໂຄງການຫຍໍ້ ການຜະລິດໝາກກ້ຽງພື້ນເມືອງ ແບບຍືນຍົງ

CONCEPT NOTE Sustainable Native Orange Production - English (872 KB)

CONCEPT NOTE Sustainable Native Orange Production

ການປະກອບສ່ວນ