ຕົ້ນກະຖີ່ນໝາມຈາກພືດຮຸກຮານສູ່ການນຳໃຊ້ປະໂຫຍດ: ກໍລະນີສຶກສາການຜະລິດຖ່ານອັດກ້ອນ

Languages

28 Mar 2020 Authors: ພົງໄພບູນ ພອນປະເສີດ, ສີທາ ສຸວັນນະວົງສັກ ແລະ ອຸຸ້ຍ ເອີນທະວັນ
ພົງໄພບູນ

ຕົ້ນກະຖີນໜາມເປັນວັດສະພືດຊະນິດໜື່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນເຂດດິນຊຸ່ມນ້ຳຢ່າງໄວວາ ເຊິ່ງເປັນຂໍ້ຈຳກັດ ເຮັດໃຫ້ພືດຊະນິດອື່ນບໍ່ຂະຫຍາຍຕົວໂຕໄດ້. ນອກຈາກນັ້ນ, ຍັງບໍ່ມີີສັດຕູທາງທຳມະຊາດຫຼາຍ ເຮັດໃຫ້ມີການຂະຫຍາຍຕົວ ແລະ ການກະຈາຍພັນເປັນບໍລິເວນກວ້າງ. ດັ່ງນັ້ນການນຳເອົາຕົ້ນກະຖີ່ນໜາມມາໃຊ້ປະໂຫຍດໃນດ້ານພະລັງງານ ຊີວະພາບເປັນວິທີການໜື່ງໃນການກຳຈັດ, ໃຊ້ປະໂຫຍດ ພ້ອມທັງຫຼຸດຜ່ອນບັນຫາດັ່ງກ່າວ. ເຊິ່ງການສຶກສາຄັ້ງນີ້ ແມ່ນການສີກສາຕໍ່ຍອດຈາກການສຶກສາຜ່ານມາທີ່ມີການສົມທຽບຖ່ານອັດກ້ອນຈາກສິ່ງເສດເຫຼືອທາງກະສິກຳ ໂດຍມີຈຸດປະສົມເພື່ອສຶກສາອັດຕາສ່ວນທີ່ເໝາະສົມໃນການຜະລິດເປັນຖ່ານອັດກ້ອນຈາກຕົ້ນກະຖິນໝາມ, ປ່ຽບທຽບປະສິດທິພາບໃນແຕ່ລະອັດຕາສ່ວນ ເຊິ່ງໄດ້ມີການທົດລອງທັງໝົດ 4 ອັດຕາສ່ວນ (ກະຖີນໝາກ:ແປ້ງ)ຄື: 500:50, 500:75, 500:100 ແລະ ຖ່ານກະຖິນໜາມບໍ່ໄດ້ແປຮູບ ພ້ອມທັງປຽບທຽບກັບຖ່ານໄມ້ວິກອິກດ້ວຍ. ໃນການປຽບທຽບປະສິດທິພາບ ແມ່ນນຳໃຊ້ການຕົ້ມນ້ຳ (Water boiling test, WBT) ໂດຍນຳໃຊ້ຖ່ານ 500 ກຣາມ ໃນການທົດລອງໃນແຕ່ລະອັດຕາສ່ວນ. ຈາກຜົນການສຶກສາເຫັນວ່າຖ່ານອັດກ້ອນອັດຕາສ່ວນ 500:75 ມີຄ່າປະສິດທິພາບດີທີ່ສຸດ ເຊິ່ງໃຫ້ອຸນຫະພູມທີ່ຄົ້ງທີສະໜໍ່າສະເໜີ, ມີໄລຍະເວລາໃນການເຜົາໄໝ້ສູງ ແລະ ມີປະລິມານຂີ້ເຖ້າໜ້ອຍ. ດັ່ງນັ້ນສາມາດສະຫຼຸບໄດ້ວ່າຖ່າຍອັດກ້ອຍຈາກະຖິນໝາມມີປະສິດທິພາບ ແລະ ຍັງສາມາດເປັນທາງເລືອກທົດແທນຖ່ານຈາກໄມ້ທຳມະຊາດອື່ນໆ.

ເນັ້ນໃສ່ທາງດ້ານພູມສາດ

ດາວໂຫລດ

ການປະກອບສ່ວນ