ຄູ່ມືພາກສະໜາມພັນພືດທີ່ມະຫັດສະຈັນທາງທຳມະຊາດຂອງພູເບ້ຍ ເມືອງອານຸວົງ ແຂວງໄຊສົມບູນ

Languages

19 Oct 2022 Authors: ຮສ. ປອ. ວີຈິດ ລຳໄຊ, ອຈ. ປທ. ສຸລິວັນ ຫຼ້າໜໍ່ສະຫວັນ ແລະ ປທ. ແກ້ວອຸດອນ ສຸວັນນະກູມມານ
ວີຈິດ ລຳໄຊ

ພູເບ້ຍ ເປັນພູທີ່ສູງສຸດຂອງ ສປປ ລາວ ໃນລະດັບຄວາມສູງ 2.820 ແມັດ, ມີທີ່ຕັ້ງໃນເມືອງອານຸວົງ, ແຂວງໄຊສົມບູນ, ເຊິ່ງປົກຄຸມດ້ວຍປ່າໄມ້ທີ່ມີຄຸນຄ່າທາງດ້ານເສດຖະກິດ ແລະ ຊີວະນາໆພັນທີ່ອຸດົມສົມບູນ ເປັນເອກະລັກ ແລະ ມະຫັດສະຈັນ, ນອກຈາກນັ້ນຍັງເປັນບ່ອນຢູ່ອາໄສຂອງສັດປ່າຫຼາຍຊະນິດ ເຊັ່ນ: ໝີ, ເໝືອຍ, ເຍືອງ, ໝູປ່າ, ກວາງ, ຟານ, ທະນີ, ລີງ, ຂາແດງ ແລະ ອື່ນໆ. ພູເບ້ຍມີຄວາມເໝາະສົມໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສາມາດສ້າງກິດຈະກຳທ່ອງທ່ຽວໄດ້ຢ່າງຫຼາກຫຼາຍຮູບແບບ. ບໍລິສັດກຸ່ມຄຳໄພຊະນະ ຈຶ່ງໄດ້ສຶກສາຄວາມເປັນໄປໄດ້ໃນການພັດທະນາພູເບ້ຍ ໃຫ້ເປັນແຫຼ່ງທ່ອງທ່ຽວຕາມໂຄງການ "phubia paradise" ນັບແຕ່ປີ 2018 ເປັນຕົ້ນມາ.

ເນັ້ນໃສ່ທາງດ້ານພູມສາດ

ການປະກອບສ່ວນ