ຄູ່ມືການຈັດກິດຈະກໍາ ສຶກສາຜົນກະທົບຈາກສານເຄມີ. ສໍາລັບຊັ້ນມັດທະຍົມສາມັນສຶກສາ ມ1-ມ3.

07 Feb 2020 Authors: ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ.

ໂດຍປະຕິບັດຕາມແຜນງານປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງໃນການສຶກສາທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ສົ່ງເສີມໃຫ້ທ້ອງຖິ່ນໄດ້ນໍາໃຊ້ຄວາມໃນດ້ານທັກສະຊີວິດເພື່ອຈັດກິດຈະກໍາການຮຽນຮູ້ປະສົມປະສານກັບຫຼັກສູດສ່ວນກາງຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ.ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ຮ່ວມກັບຫຼາຍພາກສ່ວນ, ໂດຍສະເພາະແມ່ນໂຄງການສຶກສາຜົນກະທົບຈາກການນໍາໃຊ້ສານເຄມີໃນຄົວເຮືອນແລະ ທາງການກະເສດ. ປື້ມຄູ່ມືເຫຼັ້ມນີ້ ມີສ່ວນກ້ຽວພັນທາງດ້ານທັກສະຊີວິດໂດຍກົງ, ຊຶ່ງໃນນັ້ນກໍ່ແມ່ນດ້ານພຶດຕິກາສ່ຽງໃນການນໍາໃຊ້ສານເຄມີປະເພດຕ່າງໆເຂົ້າໃນ ຜະລິດ, ການນໍາໃຊ້ສານເຄມີໃນຄົວເຄືອນ, ບໍລິເວນບ້ານ, ການບໍລິໂພກພດຜັກ, ຜົນລະໄມ້ທີ່ຊາວສວນເຄີຍນໍາໃຊ້ປຸ໋ຍ, ຢາປາບສັດຕູພືດເຂົ້າໃນການຜະລິດ. ພຶດຕິກໍາສ່ຽງດັ່ງກ່າວມັນຍັງຈະເປັນຜົນກະທົບຕາມມາ ແລະ ຍັງຈະສືບຕໍ່ຢ່າງຍາວນານ.ດັ່ງນັ້ນ  ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຊຸມຊົນຢູ່ໃນທ້ອງຖິ່ແລະ ເປັນການປູກຈິດສໍານຶກໃຫ້ແກ່ຄົນລຸ່ນໜຸ່ມໃຫ້ເຂົ້າໃຈກ່ຽວກັບຜົນກະທົບຂອງສານເຄມີຕໍ່ຊີວິດຂອງມະນຸດ, ຈື່ງໄດ້ຮີບໂຮມ ແລະ ສ້າງປື້ມຄູ່ການຈັດກິດຈະກໍານີ້ຂື້ນເພື່ອຈັດ ການຮຽນ-ການສອນ ຢູ່ໃນກຸ່ມໂຮງຮຽນແຫ່ງຕ່າງໆ. ປື້ມເຫຼັ້ມນີ້ກ່ອນຈະສໍາເລັດຂື້ນມາໄດ້ກໍ່ຍ້ອນໄດ້ຮັບການສະໜັບສະໜູນຈາກໂຄງການ ພັດທະນາລະບົບນິເວດຊີວະນາໆພັນກະສິກໍາຢູ່ເຂດພູດອຍ (ຕາບີ TABI) ແຕ່ຢ່າງໃດກໍ່ຕາມ ປື້ມຄູ່ມືດັ່ງກ່າວຍັງບໍ່ທັນສົມບຸນເທື່ອ, ໃນຕໍ່ໜ້າຫວັງຢ່າງຍິ່ງວ່າຈະໄດ້ຮັບຄວາມຮ່ວມມືຈາກທ່ານຜູ້ຊົມໃຊ້ເພື່ອປັບປຸງໃຫ້ມັນດີຂື້ນ.

ດາວໂຫລດ

ຄູ່ມືການຈັດກິດຈະກໍາ ສຶກສາຜົນກະທົບຈາກສານເຄມີ. ສໍາລັບຊັ້ນມັດທະຍົມສາມັນສຶກສາ ມ1-ມ3. - ລາວ (490 KB)

ຄູ່ມືການຈັດກິດຈະກໍາ ສຶກສາຜົນກະທົບຈາກສານເຄມີ. ສໍາລັບຊັ້ນມັດທະຍົມສາມັນສຶກສາ ມ1-ມ3.

ການປະກອບສ່ວນ