ກິດຈະກໍາບູລິມະສິດເພີ່ມເຕີມທີ່ ແຂວງພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມຂອງແຂວງຫຼວງພະບາງ

Languages

13 Feb 2020 Authors: tabi
In addition to the priority activities the province also support efforts to promote:

• ປ່າໄມ້ບ້ານ: ຕິດພັນກັບ ເຄື່ອງປ່າຂອງດົງຫລາຍຊະນິດ, ປ່າໄມ້ບ້ານຕ້ອງໄດ້ຮັບ ການສະໜັບສະໜູນດ້ານການອะນຸລັກ, ການຄຸ້ມຄອງ ແລະ ການຕະຫລາດຂອງເຄື່ອງປ່າຂອງດົງ.
• ເຫັດ: ເຫັດປ່າແມ່ນມີຄວາມອຸດົມສົມບູນຫລາຍ ແຕ່ຍັງຕ້ອງໄດ້ເຮັດການຊ່ວຍເຫລືອເຂົ້າໃນການປົກປັກຮັກສາສະຖານທີ່ບ່ອນເຫັດເກີດ, ເຮັດການຈັດຕັ້ງກຸ່ມ ແລະ ການຕະຫລາດ.
• ໄຄແຜ່ນ: ເປັນຜະລິດຕະພັນທີ່ຮູ້ຈັກກັນດີ, ແຕ່ມີການຫລຸດລົງຂອງພື້ນທີ່ແຫລ່ງກຳເນີດໄຄ ຊຶ່ງໄດ້ແກ້ໄຂໂດຍການໄປເກັບເອົາຈາກບ່ອນອື່ນ.
• ຄັງເມັດພັນເຂົ້າ: ຄວາມພະຍາຍາມຂອງຊຸມຊົນໃນການອະນຸລັກ ແລະ ສົ່ງເສີມການປູກເຂົ້າແນວພັນພື້ນເມືອງແມ່ນຍັງຕ້ອງໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ.
• ການລ້ຽງເຜິ້ງ: ຈະສາມາດບັນລຸກາຍເປັນທ່າແຮງທີ່ສຳຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີການຂະຫຍາຍການລ້ຽງເຜິ້ງ.
• ຊາປ່າ: ຕົ້ນຊາດັ້ງເດີມເປັນແຫລ່ງສໍາຫລັບຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ,ແລະ ຕ້ອງໄດ້ ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ.

ດາວໂຫລດ

ກິດຈະກໍາບູລິມະສິດເພີ່ມເຕີມທີ່ ແຂວງພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມ - ລາວ (5 MB)

ກິດຈະກ?າບູລິມະສິດເພີ່ມເຕີມທີ່ ແຂວງພະຍາຍາມໃຫ?ການສະໜັບສະໜູນສົ່ງເສີມ

In addition to the priority activities the province also support efforts to promote: - English (4.8 MB)

In addition to the priority activities the province also support efforts to promote

ການປະກອບສ່ວນ