FAO ເຕືອນ ລາຄາເຂົ້າອາດຈະເພີ່ມຂຶ້ນຕາມລາຄາອາຫານໂລກ

www.phakhaolao.la

 

ຕາມການລາຍງານຂອງຂ່າວຕ່າງປະເທດ ເມື່ອຕົ້ນເດືອນມິຖຸນາທີ່ຜ່ານມານີ້, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ເປີດເຜີຍວ່າ ລາຄາອາຫານທົ່ວໂລກປັບຕົວເພີ່ມສູງຂຶ້ນໃນໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ ແລະ ເຂົ້າ ຊຶ່ງເປັນອາຫານຫຼັກຂອງຊາວອາຊີ ອາດຈະເປັນສິນຄ້າຊະນິດຕໍ່ໄປທີ່ມີລາຄາເພີ່ມສູງຂຶ້ນ.

ທັງນີ້ ລາຄາອາຫານຫຼາຍຊະນິດ ນັບຕັ້ງແຕ່ເຂົ້າສາລີ ແລະ ທັນຍາພືດອື່ນໆ ໄປຈົນເຖິງຊິ້ນ ແລະ ນ້ຳມັນ ຕ່າງກໍເພີ່ມຂຶ້ນຢ່າງຫຼວງຫຼາຍ ທີ່ເນື່ອງມາຈາກຫຼາກຫຼາຍປັດໄຈ, ຊຶ່ງລາຄາປຸ໋ຍ ແລະ ພະລັງງານທີ່ແພງຂຶ້ນໃນປີທີ່ຜ່ານມາ ເນື່ອງມາຈາກສະຖານະການໂລກໃນປັດຈຸບັນ. ການຫ້າມສົ່ງອອກອາຫານໄດ້ເກີດຂຶ້ນໃນຫຼາຍປະເທດ ຊຶ່ງລວມເຖິງອິນເດຍທີ່ຫ້າມສົ່ງອອກເຂົ້າສາລີ, ອູແກຣນຫ້າມສົ່ງອອກເຂົ້າສາລີ, ເຂົ້າໂອດ ແລະ ນ້ຳຕານ ສ່ວນອິນໂດເນເຊຍໄດ້ຫ້າມສົ່ງອອກນໍ້າມັນປາມ ທັງນີ້, ເຂົ້າອາດຈະເປັນສິນຄ້າຊະນິດຕໍ່ໄປທີ່ຈະມີລາຄາເພີ່ມສູງຂຶ້ນ ໂດຍດັດຊະນີລາຄາອາຫານຂອງ FAO ໃນເດືອນພຶດສະພາຊີ້ໃຫ້ເຫັນວ່າ ລາຄາເຂົ້າທົ່ວໂລກປັບຕົວເພີ່ມຂຶ້ນເປັນເດືອນທີ 5 ຕິດຕໍ່ກັນ ແລະ ຢູ່ໃນລະດັບສູງສຸດໃນຮອບ 12 ເດືອນເປັນທີ່ຮຽບຮ້ອຍ. ຜູ້ຊ່ຽວຊານລະບຸວ່າ ເຖິງແມ່ນວ່າຜົນຜະລິດເຂົ້າຍັງຄົງອຸດົມສົມບູນ ແຕ່ລາຄາເຂົ້າສາລີທີ່ເພີ່ມສູງຂຶ້ນ ແລະ ຕົ້ນທຶນການເຮັດການກະເສດທີ່ເພີ່ມຂຶ້ນເຮັດໃຫ້ຍັງຄົງຕ້ອງສັງເກດເບິ່ງລາຄາເຂົ້າຕໍ່ໄປ.

ນອກນັ້ນ ທ່ານນາງ ໂຊນັນ ວາມາ ຫົວໜ້ານັກເສດຖະສາດຂອງທະນາຄານໂນມູຣະຂອງຍີ່ປຸ່ນຍັງໄດ້ໃຫ້ຮູ້ອີກວ່າ ພວກເຮົາຈຳເປັນຕ້ອງສັງເກດເບິ່ງລາຄາເຂົ້າຕໍ່ໄປ ເນື່ອງຈາກລາຄາເຂົ້າສາລີທີ່ເພີ່ມສູງຂຶ້ນ ອາດຈະນຳໄປສູ່ການໃຊ້ເຂົ້າທົດແທນ ເຮັດໃຫ້ຄວາມຕ້ອງການເຂົ້າເພີ່ມຂຶ້ນໃນຂະນະທີ່ມີຢູ່ໃນສະຕັອກຫຼຸດລົງ. ເຖິງຢ່າງໃດກໍຕາມ, ທ່ານຍັງຢືນຢັນວ່າ ຄວາມສ່ຽງທີ່ມີຕໍ່ລາຄາເຂົ້ານັ້ນຍັງຢູ່ໃນລະດັບຕ່ຳ ເນື່ອງຈາກເຂົ້າທົ່ວໂລກມີພຽງພໍ ແລະ ການເກັບກ່ຽວຜົນຜະລິດເຂົ້າຈາກອິນເດຍໃນລະດູຮ້ອນນີ້ຄາດວ່າຈະໄດ້ຜົນດີ ຊຶ່ງຜົນກະທົບຈາກສະຖານະການໂລກໃນປັດຈຸບັນຊຸກຍູ້ໃຫ້ລາຄາເຂົ້າສາລີເພີ່ມສູງຂຶ້ນ ເນື່ອງຈາກວ່າທັງສອງປະເທດເປັນຜູ້ສົ່ງອອກເຂົ້າສາລີລາຍໃຫຍ່. ນອກຈາກນີ້, ວິກິດສະຖານະການໂລກຍັງໄດ້ຂັດຂວາງການເຮັດການກະເສດ ແລະ ການສົ່ງອອກທັນຍາພືດເຮັດໃຫ້ລາຄາເຂົ້າສາລີເພີ່ມສູງຂຶ້ນຫຼາຍກວ່າ 50%.

 

ອ້າງອີງ ໜັງ​ສື​ພິມ​ປະ​ຊາ​ຊົນ

ການປະກອບສ່ວນ