ແລກປ່ຽນຄວາມຄິດເຫັນວຽກງານແຜນການຂອງຂະແໜງກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ

phakhaolao.la
phakhaolao.la

ກົມແຜນການ ແລະ ການເງິນ ກະງຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດກອງປະຊຸມວາງແຜນວຽກງານ ຂອງຂະແໜງກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2020 ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ້ນໃນວັນທີ 16 ມີນາ 2021 ທີ່ຫ້ອງວ່າການປົກຄອງ ແຂວງສາລະວັນ ເປັນປະທານຮ່ວມໂດຍທ່ານ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ມີບັນດາຫົວໜ້າ-ຮອງຫົວໜ້າກົມ ຫົວໜ້າພະແນກ-ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຈາກພາກກາງ-ໃຕ້ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ທ່ານ ລິນຄຳ ດວງສະຫວັນ ໄດ້ກ່າວວ່າ: ກອງປະຊຸມເທື່ອນີ້ ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ ລົງເລິກເບິ່ງບັນຫາໃຫ້ມີລັກສະນະຄົບຊຸດ ແລະ ບັນຫາໃນສາຍກ່ຽວພັນ ໃນການວາງແຜນລະຫວ່າງກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ບົນພື້ນຖານການປ່ຽນແປງຄວາມຮັບຮູ້ເກົ່າ ໄປສູ່ການປ່ຽນແປງຈິນຕະນາການ ໃນການຄິດວາງແຜນ ແລະ ວິທີປະຕິບັດ ຕີລາຄາສິ່ງທ້າທາຍຂອງວຽກງານແຜນການ ຂອງຂະແໜງການກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອໃຫ້ມີຄວາມເປັນເອກະພາບກັນຢ່າງສູງ ຕໍ່ແຜນພັດທະນາກສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄົ້ງທີ IX (2021-2025) ບົນພື້ນຖານການຕີລາຄາຢ່າງຮອບດ້ານ ມີຄວາມເປັນເອກະພາບໃນການກຳນົດໂຄງປະກອບ ການຜະລິດກະສິກຳຂອງແຕ່ລະແຂວງໃຫ້ສອດຄ່ອງກັບແຜນລວມຂອງມະຕິກອງປະຊຸມໃຫ່ຍຄັ້ງທີ VI ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ ແລະ ມິຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ທ່ານ ສົມໄຊ ສິຊາຊົນ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນນຳສະເໜີຜົນສຳເລັດແຕ່ລະດ້ານວ່າ ການຄໍ້າປະກັນສະບຽງອາຫານ ໄດ້ສຸມໃສການຜະລິດເຂົ້າ ພືດສະບຽງເປັນຕົ້ນຕໍ ໃນນັ້ນ ການຜະລິດເຂົ້າ 5 ປີ ຜ່ານມາ ປະຕິບັດໄດ້ສະເລ່ຍ 3,7 ລ້ານໂຕນຕໍ່ປີ, ພືດສະບຽງ ປະຕິບັດໄດ້ສະເລ່ຍ 2,3 ລ້ານໂຕນຕໍ່ປີ ຖ້າທຽບໃສ່ແຜນການແມ່ນເພີ່ມຂຶ້ນ 10,3%  ເດັ່ນກວ່າໝູ່ແມ່ນໄມ້ໃຫ້ໝາກ 704.000 ໂຕນ ສາລີຫວານ 222.845 ໂຕນ ເຜືອກມັນ 261.000 ໂຕນ ພືດຜັກຕ່າງໆ 1,2 ລ້ານໂຕນ ການຜະລິດພືດເປັນສິນຄ້າສາມາດປະຕິບັດໄດ້ 34 ລ້ານໂຕນ (ສະເລ່ຍ 6,8 ລ້ານໂຕນ ຕໍ່ປີ) ແລະ ມີມູນຄ່າການສົ່ງອອອກ 4 ຕື້ໂດລາ (ສະເລ່ຍ 0,8 ຕື້ໂດລາຕໍ່ປີ) ຖ້າທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 2 ເທົ່າຕົວ ການສົ່ງອອກສັດໃຫ່ຍ ປະເພດງົວ ຄວາຍ ແມ່ນບັນລຸໄດ້ 17.000 ໂຕນ ລື່ນແຜນການທີ່ວາງໄວ້ 15.000 ໂຕນ ຫຼື 13 % ມີມູນຄ່າລວມ 42 ລ້ານໂດລາສະຫະລັດ ຫຼື ປະມານ 393,52 ຕື້ກີບ ອັນພົ້ນເດັ່ນ ແມ່ນການລົງທຶນຟາມງົວຊີ້ນ ແລະ ງົວນົມຂະໜາດໃຫ່ຍ ຢູ່ເມືອງແປກ ແຂວງ ຊຽງຂວາງ ແລະ ການສ້າງເຂດປອດພະຍາດ ແລະ ສະຖານທີ່ກັກກັນງົວ ເພື່ອຮອງຮັບການສົ່ງອອກງົວໄປ ສປ ຈີນ

ຂ່າວ ວຽງຈັນໃໝ່

ການປະກອບສ່ວນ