ແຈ້ງການ ເລີ່ມເຄື່ອນໄຫວກິດຈະກຳໃນ Facebook Page Phakhaolao

ນັບຕັ້ງແຕ່ວັນທີ 25 ພຶດສະພາ 2023, ເຟສບຸກເພສ ພາເຂົ້າລາວ (Facebook Page Phakhaolao) ຈະໄດ້ເລີ່ມເຄື່ອນໄຫວກິດຈະກຳຕ່າງໆເທິງໜ້າເພສຢ່າງເປັນທາງການອີກຄັ້ງ ຍົກເວັ້ນການໂຄສະນາຕ່າງໆ.
PKL Page
Phakhaolao

ເນື່ອງຈາກເຟສບຸກເພສ ພາເຂົ້າລາວ (Facebook Page Phakhaolao) ໄດ້ຖືກແຮັກນັບຕັ້ງແຕ່ວັນທີ 25 ເມສາ 2023 ພວກເຮົາຈຶ່ງໄດ້ອອກແຈ້ງການຜ່ານທາງເວັບໄຊພາເຂົ້າລາວ www.phakhaolao.la ສຳລັບການໂຈະການເຄື່ອນໄຫວທຸກບັນດາກິດຈະກຳເທິງໜ້າເພສ Phakhaolao ໄວ້.

ປັດຈຸບັນ, ພວກເຮົາມີຄວາມຍິນດີທີ່ຈະແຈ້ງໃຫ້ທຸກທ່ານໄດ້ຮັບຮູ້ວ່າ ພວກເຮົາໄດ້ແກ້ໄຂສະຖານະການໃນການກູ້ຄືນ ເຟສບຸກເພສ Phakhaolao ເປັນທີ່ຮຽບຮ້ອຍແລ້ວ. ນັບຕັ້ງແຕ່ວັນທີ 25 ພຶດສະພາ 2023 ຈະໄດ້ເລີ່ມເຄື່ອນໄຫວບັນດາກິດຈະກຳຕ່າງໆເທິງໜ້າເພສຢ່າງເປັນທາງການອີກຄັ້ງ ຍົກເວັ້ນການໂຄສະນາຕ່າງໆ. ເນື່ອງຈາກ, ໃນຊ່ວງໄລຍະທີ່ຖືກແຮັກ ເຟສບຸກເພສ (Facebook Page) ໄດ້ຖືກນຳໄປໂຄສະນາ ສິນຄ້າຕ່າງໆທີ່ບໍ່ມີຄວາມກ່ຽວຂ້ອງໃດໆກັບພວກເຮົາ, ປະຈຸບັນພວກເຮົາກຳລັງພະຍາຍາມທີ່ຈະລົບໂຄສະນາດັ່ງກ່າວ. ດັ່ງນັ້ນ, ຖ້າຫາກທ່ານພົບເຫັນໂຄສະນາໃດໆ ດັ່ງເຊັ່ນໃນຮູບພາບດ້ານລຸ່ມ ທ່ານສາມາດລາຍງານຕໍ່ກັບເຟສບຸກ (Facebook) ເພື່ອລົບໂຄສະນາດັ່ງກ່າວໄດ້

PKL

 

ດ້ວຍຄວາມເຄົາລົບ ແລະ ນັບຖື ຈາກພາເຂົ້າລາວ

ການປະກອບສ່ວນ