ແຂວງອັດຕະປືຝົນບໍ່ຕົກ ໄດ້ສ້າງຄວາມລຳບາກໃຫ້ປະຊາຊົນໃນການເຮັດນາ

https://www.facebook.com/medialaos/photos/pcb.1218709385142952/1218709295142961/
Media Lao

ສະພາບໄພແຫ້ງແລ້ງ ຢູ່ແຂວງ ອັດຕະປື ເກີດຂຶ້ນຍ້ອນຝົນບໍ່ຕົກຢ່າງຫຼວງຫຼາຍ ເປັນຕົ້ນ ແມ່ນຢູ່ໃນລະຫວ່າງທ້າຍເດືອນ ພຶດສະພາ ຫຼືວ່າ ອິກໃນຫຼາຍເດືອນຕໍ່ໜ້າກໍ່ອາດຈະເປັນໄປໄດ້ ເຊິ່ງເປັນສາເຫດຕົ້ນຕໍເຮັດໃຫ້ຊາວກະສິກອນຈຳນວນຫຼາຍວິຕົກກັງວົນຢ່າງຮຸນແຮງ ຈຳເປັນຕ້ອງໄດ້ເປັນເຈົ້າການ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຊອກວິທີແກ້ໄຂ ຕ້ານກັບສະພາບໄພແຫ້ງແລ້ງ ເພື່ອປັບປຸງປ່ຽນແປງຊີວິດການເປັນຢູ່ທີ່ປະເຊີນໜ້າກັບສິ່ງທ້າທາຍນີ້ໄດ້ຮັບແກ້ໄຂຕາມສະພາບການ.

ທ່ານ ພູສະເເຫວງ ສິທິປັນຍາ ນາຍ ບ້ານ ແກ້ງໄຊ ເມືອງ ໄຊເຊດຖາ ແຂວງ ອັດຕະປື ໄດ້ໃຫ້ສຳພາດໃນຫວ່າງບໍ່ດົນມານີ້ວ່າ: ບ້ານ ແກ້ງໄຊ ເເມ່ນເປັນອີກບ້ານໜຶ່ງ ທີ່ຊາວກະສິກອນຖືກປະສົບກັບໄພແຫ້ງແລ້ງ ເຊິ່ງໃນບ້ານນີ້ ມີເນື້ອທີ່ນາປີທັງໝົດ 400 ກວ່າເຮັກຕາ, ປະຕິບັດຕົວຈິງມີ 300 ກວ່າເຮັກຕາ, ການໄຖນາ ສຳເລັດໄດ້ 100%, ຕົກກ້າໄດ້ 100% ມາຮອດປັດຈຸບັນປະກົດວ່າ ຜົນຜະລິດຖືກເສຍຫາຍຈາກໄພແຫ້ງແລ້ງ ມີປະເພດແນວພັນເຂົ້າປູກທີ່ໄດ້ຫວ່ານໄປແລ້ວຖືກເສຍຫາຍ 20 ກວ່າໂຕນ, ໃນນີ້ ມີແນວພັນເຂົ້າປູກຂອງຂະແໜງກະສິກຳຊ່ວຍເຫຼືອ 22 ຄອບຄົວ, ໝົດບ້ານແກ້ງໄຊ ໄດ້ປັກດຳພຽງແຕ່ 3 ຄອບຄົວ ມີເນື້ອທີ່ປະມານ 5 ເຮັກຕາ ແລະ ກໍ່ໄດ້ຮັບຄວາມເສຍຫາຍເຊັ່ນກັນ. ນອກຈາກນີ້ ຍັງມີເນື່ອທີ່ສວນມັນຕົ້ນ 35 ເຮັກຕາ, ສວນສາລີ 10 ເຮັກຕາ ແລະ ພືດຊະນິດຕ່າງໆຈຳນວນໜຶ່ງຖືກເສຍຫາຍ .

https://www.facebook.com/medialaos/photos/pcb.1218709385142952/1218709295142961/

 

ທ່ານ ພູສະເເຫວງ ສິທິປັນຍາ ຍັງໃຫ້ຮູ້ຕື່ມອີກວ່າ: ບ້ານ ແກ້ງໄຊ ເປັນບ້ານ ຊຸມຊົນ ຢູ່ຫ່າງໄກສອກຫຼີກ ມີພົນລະເມືອງ ທັງໝົດ 1.423 ຄົນ, ຍິງ 721 ຄົນ, ມີ 254 ຫຼັງຄາເຮືອນ, ມີ 351 ຄອບຄົວ ໃນນີ້ ຄອບຄົວທຸກຍາກ ມີ 12 ຄອບຄົວ ສ່ວນໃຫຍ່ປະຊາຊົນແມ່ນຢຶດຖືອາຊີບຊາວກະສິກອນເຊັ່ນ: ເຮັດນາ, ເຮັດສວນ, ປູກຝັງລ້ຽງສັດ ແລະ ອາຊິບຄ້າຂາຍເປັນສຳຮອງ ຕໍ່ກັບສະພາບໄພແຫ້ງແລ້ງດັ່ງວ່ານີ້ ແມ່ນໄດ້ສ້າງຜົນກະທົບໃຫ້ແກ່ ຊີວິດການເປັນຢູ່ຂອງປະຊາຊົນບ້ານແກ້ງໄຊ ກໍ່ຄື ຢູ່ໃນທົ່ງພຽງ ເມືອງ ໄຊເຊດຖາ ເປັນຈຳນວນຫຼາຍ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງ ພັກ-ລັດ ແຕ່ລະຂັ້ນ ເປັນຕົ້ນ ພະແນກກະສິກຳ ແລະ ປ່າໄມ້ແຂວງ ສືບຕໍ່ຊອກຫາວິທີທາງປະຕິບັດໂຄງການກະກຽມຕ້ານໄພແຫ້ງແລ້ງ ເພື່ອສົ່ງເສີມການຜະລິດຂອງປະຊາຊົນໃຫ້ມີຜົນປະໂຫຍດທາງດ້ານເສດຖະກິດຫຼາຍກວ່າການເຮັດນາ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເຂົ້າສະພາວະປົກກະຕິ.

ຂໍ້ມູນ Media Laos

ການປະກອບສ່ວນ