ເມືອງສັງທອງຈະບຸນປະເພນີກອງເຂົ້າຫອມ

ຮູບພາບປະກອບຂ່າວ

ເມືອງສັງທອງ ນະຄອນຫຼວງວຽງຈັນ ກຽມຈັດງານບຸນປະເພນີກອງເຂົ້າຫອມສັງທອງ ແລະ ງານວາງສະແດງສິນຄ້າຢູ່ເມືອງສັງທອງ ປະຈໍາປີ 2023 ເຊິ່ງປີນີ້ຈະຈັດຂຶ້ນໃນວັນທີ 27 ຫາ 29 ມັງກອນ 2023 ນີ້.

ຊຶ່ງບຸນປະເພນີກອງເຂົ້າຫອມສັງໃນປີທີ່ຜ່ານມາແມ່ນຈັດຢູ່ບ້ານໃຫຍ່ນາຈະເລີນ ແລະ ໃນປີນີ້ແມ່ນເພິ່ນຈະຈັດຢູ່ ບ້ານເພລາດ.

ການຈັດງານບຸນດັ່ງກ່າວແມ່ນເພື່ອແນ່ໃສ່ປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ ວັດທະນະທໍາອັນດີງາມຂອງຊາດ ທັງເປັນການ ສຶກສາອົບຮົມ ປູກຈິດສໍານຶກໃຫ້ແກ່ຖັນແຖວຊາວໜຸ່ມ ເຍົາວະຊົນ ອານຸຊົນ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ແບບແຜນການດໍາລົງຊີວິດ ຂອງປະຊາຊົນໃນເມື່ອກ່ອນ ທີ່ຕິດພັນກັບປະຈຸບັນ.

ສໍາລັບກິດຈະກໍາພາຍໃນງານດັ່ງກ່າວ ແມ່ນໄດ້ກຽມຄະນະສິລະປະຈາກ ສິລະປະຂອງສະຫະພັນແມ່ຍິງບ້ານ ແລະ ນ້ອງນັກຮຽນ ປະກອບມີ 11 ຄະນະສິລະປະ ທັງນີ້ແມ່ນມີຄວາມພ້ອມ 100% ນອກນີ້ຍັງມີການແຂ່ງຂັນກິລາເປັນຕົ້ນແມ່ນ ກິລາບານເຕະ ແລະ ເປຕັງຍິງ-ຊາຍ ໂດຍຈະເລີ່ມແຂ່ງຂັນກິລາໃນວັນທີ 18 ມັງກອນນີ້.

 

ແຫຼ່ງຂໍ້ມູນ:  vientianemai

 

ການປະກອບສ່ວນ