ເປີດແລ້ວສູນລວມສິນຄ້າຜະລິດຕະພັນລາວ

ລາວຜະລິດ ລາວໃຊ້ ລາວໄດ້ ລາວຈະເລີນ
phakhaolao.la
phakhaolao.la

ເພື່ອຊຸກຍູ້ສົ່ງເສີມສິນຄ້າພາຍໃນ ໂດຍສະເພາະສິນຄ້າໂອດ໊ອບໃຫ້ມີຄວາມເຂັ້ມແຂງໃຫ້ສົມກັບຄຳເວົ້າທີ່ວ່າ ລາວຜະລິດ ລາວໃຊ້ ລາວໄດ້ ລາວຈະເລີນ ດັ່ງນັ້ນບໍລິສັດລາວເບັສຈຳກັດ ໄດ້ເຕົ້າໂຮມເອົາສິນຄ້າພາຍໃນທີ່ປະຊາຊົນຜະລິດແຕ່ພາກເໜືອຮອດພາກໃຕ້ມາວາງຂາຍຢູ່ຊັ້ນສອງສູນການຄ້າທາດຫຼວງພລາຊາ ເມືອງໄຊເສດຖານະຄອນຫຼວງວຽງຈັນ ເປີດທຸກມື້ເວລາ 9:00-20:00 ໂມງ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ

ປັດຈຸບັນໄດ້ມີຫົວຫນ່ວຍທຸລະກິດໄດ້ນຳເອົາສິນຄ້າຂອງຕົນມາວາງຂາຍເປັນຈຳນວນຫຼາຍ ນອກຈາກສິນຄ້າຂອງລາວແລ້ວ ຍັງມີສິນຄ້າໂອທ໊ອບຂອງປະເທດໄທຈຳນວນໜຶ່ງມາວາງຂາຍຮ່ວມ ເພື່ອໃຫ້ມີສີິສັນໃນການແລກປ່ຽນສິນຄ້າຂອງປະຊາຊົນສອງປະເທດລາວ-ໄທຕື່ມອີກ

Source

ການປະກອບສ່ວນ