ຮັບຮອງເຄື່ອງຫັດຖະກຳປັ້ນດິນເຜົາ ແລະທູບກາພູສີ ຢູ່ເມືອງຈອມເພັດ ເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ

https://lnr.org.la/%e0%ba%ae%e0%ba%b1%e0%ba%9a%e0%ba%ae%e0%ba%ad%e0%ba%87%e0%bb%80%e0%ba%84%e0%ba%b7%e0%bb%88%e0%ba%ad%e0%ba%87%e0%ba%ab%e0%ba%b1%e0%ba%94%e0%ba%96%e0%ba%b0%e0%ba%81%e0%ba%b3%e0%ba%9b%e0%ba%b1%e0%bb%89/
lnr.org.la

ວັນທີ 21 ສິງຫາ 2020 ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດພິທີມອບ-ຮັບ ປ້າຍກາໝາຍ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ໃຫ້ກຸ່ມຫັດຖະກໍາປັ້ນດິນເຜົາ ບ້ານຈ່ານເໜືອ ແລະ ການຜະລິດທູບ ກາພູສີ ບ້ານ ບວມເລົາ ເມືອງຈອມເພັດ ຂຶ້ນທີ່ສູນຫັດຖະກຳເຄື່ອງປັ້ນ ບ້ານຈ່ານເໜືອ, ມີທ່ານ ສຳນານ ສົນທະນີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພ້ອມດ້ວຍການນຳຂອງເມືອງ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ອົງການຈັດຕັ້ງບ້ານ ພ້ອມດ້ວຍຜູ້ປະກອບການສອງຫົວໜ່ວຍທຸລະກິດ ແລະ ປະຊາຊົນບ້ານຈ່ານເໜືອເຂົ້າຮ່ວມພິທີ

ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຈອມເພັດ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ໂດຍເຫັນໄດ້ຄວາມສຳຄັນ ໃນການຊຸກຍູ້ສົ່ງເສີ່ມຫົວໜ່ວຍທຸລະກິດ ຂະໜາດນ້ອຍ-ຂະໜາດກາງ ໃນການຜະລິດສີນຄ້າໃຫ້ມີຄວາມເຂັ້ມແຂງ ແລະ ຮັກສາໄດ້ເອກະລັກສະເພາະ ຂອງຜະລິດຕະພັນ ຢູ່ເມືອງຈອມເພັດ, ອົງການປົກຄອງເມືອງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ ລົງຊຸກຍູ້ຕິດຕາມ, ຄັດເລືອກໃຫ້ເປັນຕົວແບບໃນການຜະລິດ ໂດຍໄດ້ກຳນົດເອົາ 2 ຫົວໜ່ວຍເປົ້າໝາຍທີ່ມີຢູ່ໃນເມືອງເຊັ່ນ: ກຸ່ມຫັດຖະກຳປັ້ນດິນເຜົາ ບ້ານຈ່ານເໜືອ ແລະ ໂຮງງານຫັດຖະກຳຜະລິດ-ຈຳໜ່າຍທູບກາພູສີ ນາງ ພຸດດາຈັນ ປັນຍາມະນີ ບ້ານບວມເລົາ ເພື່ອສ້າງໃຫ້ກາຍເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ສິນຄ້າໂອດ໊ອບ.

ຜ່ານການຊຸກຍູ້ສົ່ງເສີມ ແລະ ປະເມີນທັງສອງຫົວໜ່ວຍທຸລະກິດ ເຫັນວ່າຄົບຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກ, ຈຶ່ງນຳສະເໜີ ໃຫ້ຄະນະຄັດເລືອກແຕ່ລະຂັ້ນພິຈາລະນາ ແລະ ກະຊວງຕົກລົງອອກໃບອະນຸຍາດ ກຸ່ມຫັດຖະກຳປັ້ນດິນເຜົາ ແລະ ທູບກາພູສີ ນຳໃຊ້ກາໝາຍ ສິນຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ ແຫ່ງຊາດ. ໂອກາດນີ້ ທ່ານ ສຳນານ ສົນທະນີ ໄດ້ໃຫ້ກຽດມອບໃບຢັ້ງຢືນກາໝາຍໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຢ່າງເປັນທາງການ ພ້ອມມີຄໍາເຫັນເນັ້ນໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນ ເປັນເຈົ້າການສືບຕໍ່ຊຸກຍູ້ສົ່ງເສີມ ແລະສ້າງທຸກເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ກັບສອງຫົວໜ່ວຍທຸກິດ ໄດ້ຮັບການພັດທະນາ ແລະເຂັ້ມແຂງຂຶ້ນກວ່າເກົ່າ.

ນອກນີ້, ຕ້ອງສືບຕໍ່ຊຸກຍູ້ຕິດຕາມຫົວໜ່ວຍທຸລະກິດ ທີ່ມີຢູ່ໃນເມືອງ ເພື່ອສ້າງໃຫ້ແຕ່ລະຫົວໜ່ວຍທຸລະກິດ ໄດ້ຮັບການຢັ້ງຢືນ ແລະ ນຳໃຊ້ກາໝາຍ ສິນຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ ແຫ່ງຊາດ ເພີ່ມຂຶ້ນ.  ໃນພິທີຄັ້ງນີ້ ໄດ້ຜ່ານຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການອະນຸຍາດໃຫ້ ກຸ່ມຫັດຖະກຳປັ້ນດິນເຜົາ ແລະ ຫັດຖະກໍາ ທູບກາພູສີ ນຳໃຊ້ກາໝາຍ ສິນຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ ແຫ່ງຊາດ ຢ່າງເປັນທາງການ. ພ້ອມທັງມອບໃບຍ້ອງຍໍຂອງທ່ານເຈົ້າເມືອງຈອມເພັດ ໃຫ້ກັບພະນັກງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການຊຸກຍູ້ເຮັດໃຫ້ ສອງຫົວໜ່ວຍທຸລະກິດໄດ້ຮັບກາໝາຍ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ຕື່ມອີກ.

ການປະກອບສ່ວນ