ອາຫານທີ່ອຸດົມໄປດ້ວຍໄຂມັນຊ່ວຍໃນການຄວບຄູມນ້ຳໜັກ

ໄຂມັນບໍ່ອີ່ມຕົວໃນພືດ ແລະ ປາສາມາດຊ່ວຍໃນການຄວບຄູມນ້ຳໜັກໄດ້ດີ.
ຮູບພາບປະກອບ ຈາກ Google Images
ຮູບພາບປະກອບ ຈາກ Google Images

ຫຼາຍທ່ານຕ່າງກໍ່ເຊື້ອມາຕະຫຼອດວ່າໄຂມັນເປັນສີ່ງທີ່ບໍ່ດີຕໍ່ການຄວບຄຸບນ້ຳໜັກຂອງຮ່າງກາຍ, ແຕ່ຄວາມຈີງແລ້ວໄຂມັນມີຊະນິດທີ່ບໍ່ເປັນໄຂມັນອີມຕົວ, ສ່ວນຫຼາຍໄຂມັນແບບນີ້ຈະໄດ້ມາຈາກພືດນັ້ນເອງ. ໄຂມັນບໍ່ອີມຕົວແມ່ນມີຄວາມຈຳເປັນຕໍ່ຮ່າງກາຍ ແຖມຍັງຊ່ວຍຫຼຸດນ້ຳໜັກໄດ້ດີອິກດ້ວຍ. ພວກເຮົາຂໍແນະນຳຊະນິດຂອງຊີວະນາໆພັນທີ່ມີໄຂມັນບໍ່ອີມຕົວ ຄື: ນໍ້າມັນໝາກກອກ, ນ້ຳມັນງາ, ນໍ້າມັນດອກຄຳຝອຍ, ອະໂວຄາໂດ, ປາທະເລ, ຖົ່ວ, ສາລີ, ນໍ້າມັນຖົ່ວເຫຼືອງ ແລະ ເມັດພືດທັນຍາຫານຕ່າງໆ. ຫຼິກລ້ຽງນ້ຳມັນສັດປ່ຽນມາຮັບປະທານນໍ້າມັນຈາກພືດດີກວ່າ ເພາະສາມາດຄວບຄູມນ້ຳໜັກທີ່ໄດ້ປະສິດທິພາບ, ສີ່ງສຳຄັນທີ່ສຸດຄືການຮັບປະທານອາຫານໃນຄົບຫ້າໜູ່, ຖ້າຂາດສີ່ງໃດສີ່ງໜື່ງອາດຈະເຮັດໃຫ້ຮ່າງກາຍຂາດຄວາມສົມດູນ ເຮັດໃຫ້ສຸຂະພາບຊຸດໂຊມ ແລະ ເສຍເວລາໃນການປີ່ນປົວສຸຂະພາບ.

https://treatthai.com/%E0%B8%99%E0%B9%89%E0%B8%B3%E0%B8%A1%E0%B8%B1%E0%B8%99%E0%B8%A1%E0%B8%B0%E0%B8%9E%E0%B8%A3%E0%B9%89%E0%B8%B2%E0%B8%A7%E0%B8%AA%E0%B8%81%E0%B8%B1%E0%B8%94%E0%B9%80%E0%B8%A2%E0%B9%87%E0%B8%99/
ນ້ຳມັນໝາກພ້າວ

ໄຂມັນບໍ່ອີ່ມຕົວຊ່ວຍຫຼຸດຄໍເລສເຕີຮອນ, ຊ່ວຍປ້ອງກັນຄວາມສ່ຽງໃນການເກີດພະຍາດຫົວໃຈ ແລະ ເສັ້ນເລືອດໃນສະໝອງ, ດັ່ງນັ້ນຈື່ງເປັນໄຂມັນທີ່ຄວນຮັບປະທານ ແລະ ໃຊ້ໃນຊີວິດປະຈຳວັນ.

ຂໍ້ມູນຈາກ ໜັງສືພີມວຽງຈັນໃໝ່, ຮຽບຮຽງໂດຍ: ໜູ່ມສະຫວັນ ແລະ ປັບປຸງ ເພີ່ມເຕີ່ມຂໍ້ມູນໂດຍ ພາເຂົ້າລາວ.

ການປະກອບສ່ວນ