ອະດີດຫົວໜ້າກົມປ່າໄດ້ຮັບການປະດັບຫຼຽນກຽດຕິຄຸນແຫ່ງຊາດຝຣັ່ງ

www.phakhaolao.la

     ເມື່ອວັນທີ 17 ກັນຍາ ທີ່ຜ່ານມານີ້ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ທັງເຄີຍເປັນຫົວໜ້າກົມປ່າໄມ້ ໄດ້ຮັບການປະດັບຫຼຽນກຽດຕິຄຸນແຫ່ງຊາດຝຣັ່ງ ຂັ້ນ Chevalier ຈາກ ທ່ານ ນາງ ຟລໍຣັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ.

     ທ່ານ ຊູຊາດ ໄຊຍະກຸມມານ ແມ່ນໜຶ່ງໃນບຸກຄົນທີ່ຮັກປ່າຢ່າງແທ້ຈິງ ຊຶ່ງໜ້າທີ່ວຽກງານການເຮັດວຽກຂອງເພິ່ນແມ່ນຄຽງຄູ່ກັບການຮັກປ່າ ທັງເປັນການປະກອບສ່ວນສູງໃນການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນໃນ ສປປ ລາວ (ນໍ້າແອດ-ພູເລີຍ, ນໍ້າກະດິງ) ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໄດ້ຍ້ອງຍໍຕໍ່ການປະຕິບັດໜ້າທີ່ຂອງທ່ານ ຊູຊາດ ໄຊຍະກຸມມານ ໃນບາງຕອນວ່າ : ໃນຖານະທີ່ທ່ານແມ່ນບຸກຄົນໜື່ງທີ່ມີຄວາມມັກຮັກ ແລະ ມີຄວາມເປັນມືອາຊີບໃນວຽກງານພາກສະໜາມຢ່າງແທ້ຈິງ, ທ່ານໄດ້ເຮັດວຽກຮ່ວມມືກັບປະເທດຝຣັ່ງເປັນເວລາຫຼາຍປີ ເຮັດໃຫ້ພວກເຮົາປະສົບຜົນສຳເລັດເປັນຢ່າງດີໃນຫຼາຍໂຄງການ ແລະ ພວກເຮົາກໍ່ຈະສືບຕໍ່ໄປໃນທິດທາງດັ່ງກ່າວ.

 

ຂ່າວ Ambassade de France au Laos

ການປະກອບສ່ວນ