ສູດລ້າງໝາກໄຂ່ຫຼັງດ້ວຍພືດພື້ນບ້ານຢູ່ອ້ອມຕົວທ່ານ.!!!

ໝາກໄຂ່ຫຼັງເປັນອະໄວຍະວະສຳຄັນຂອງລະບົບຂັບຖ່າຍສານພິດຕ່າງໆ ອອກຈາກຮ່າງກາຍ, ທ່ານຕ້ອງຄວນດູແລ ແລະ ເອົາໃຈໃສ່... ເຮົາມີສູດແບບພື້ນບ້ານ ມາແນະນຳ ແຕ່ສັບພະຄຸນເກີນຄາດ...
ຮູບພາບປະກອບ ຈາກ Google Images
ຮູບພາບປະກອບ ຈາກ Google Images

ໝາກໄຂ່ຫຼັງເຮັດໜ້າທີ່ໃນການຂັບສານພິດອອກຈາກຮ່າງກາຍ, ຖ້າໝາກໄຂ່ຫຼັງມີປັນຫາຈະເຮັດໃຫ້ຮ່າງກາຍຊຸດຊົມ, ອ່ອນເພ້ຍ ແລະ ພະຍາດແຊກຊ້ອນອື່ນໆຕາມມາ. ບັນຫາດັ່ງກ່າວເກີດຈາກໝາກໄຂ່ຫຼັງບໍ່ສາມາດຂັບສານພິດອອກໄດ້, ດັ່ງນັ້ນຮ່າງກາຍຈື່ງພະຍາຍາມຂັບສານພິດອອກທາງເຫືອຜ່ານທາງຜິວໜັງ ເຮັດໃຫ້ຜິວໜັງເປັນຜື່ນແດງ. 
ໜິ້ວໝາກໄຂ່ຫຼັງເກີດຈາກແຄລຊຽມ ແລະ ທາດອື່ນໆເຊັ່ນອາຊິດຍູຣິກ ລວມຕົວກັນຕົກຕະກອນເປັນກ້ອນໃນທໍ່ໝາກໄຂ່ຫຼັງ, ຖ້າມີຂະໜາດນ້ອຍ, ກ້ອນໜິ້ວຈະອອກມາກັບນໍ້າປັດສະວະໄດ້. ແຕ່ຖ້າໜິ້ວກ້ອນໃຫຍ່ແລ້ວຈະເຮັດໃຫ້ອອກບໍ່ໄດ້ ແລະ ເຈັບປວດ ເພາະກ້າມຊີ້ນພະຍາຍາມບິບກ້ອນນິ້ວອອກມາ, ກ້ອນໜິ້ວສາມາດອຸດຕັນທໍ່ປັດສະວະ ເຮັດໃຫ້ຕິດເຊື້ອທາງເດິນປັດສະວະໄດ້ງ່າຍ. 
ສາເຫດ ແລະ ວິທີປ້ອງກັນ
-  ການກີນອາຫານທີ່ມີທາດໂປຣຕິນສູງເກີນໄປ ເຊັ່ນ ຊີ້ນສັດ, ນົມ ອາຫານເຫຼົ່ານີ້ຜ່ານຂະບວນການເຜົາຜານແລ້ວຈະເກີດອາຊິດຍູຣິກ
-  ກິນນ້ຳຕານ ແລະ ແປ້ງຫຼາຍເກີນໄປຈະກະຕຸ້ນຕັບອ່ອນໃຫ້ຜະລິດອິນຊູລິນ ສົ່ງຜົນໃຫ້ປະລິມານແຄລຊຽມໃນປັດສະວະຫຼາຍຂຶ້ນ.
-  ຜູ້ທີ່ເປັນພະຍາດກະດູກຜ່ອຍຈະມີຄວາມສ່ຽງຕໍ່ການເປັນໜິ້ວ ເພາະຈະມີແຄລຊຽມໃນກະແສເລືອດສູງ ແລະ ໃນປັດສະວະຫຼາຍກວ່າຜູ້ອື່ນ.
-  ຄວນດື່ມນ້ຳໃຫ້ຫຼາຍ ຈະຊ່ວຍປ້ອງກັນການເປັນໜິ້ວໄດ້.
-  ບໍ່ຄວນດື່ມເບຍ ແລະ ນໍ້າອັດລົມທຸກຊະນິດ ເປັນສາເຫດທີ່ເຮັດໃຫ້ເກີດໜິ້ວ
-  ຄວນອອກກໍາລັງກາຍເປັນປະຈໍາ ເພາະຈະເຮັດໃຫ້ແຄລຊຽມໃນກະແສເລືອດຫຼຸດລົງ ແລະ ສົ່ງຜົນໃຫ້ແຄລຊຽມໃນປັດສະວະໜ້ອຍລົງ.

ແນະນຳສູດລ້າງໝາກໄຂ່ຫຼັງແບບງ່າຍໆແຕ່ໄດ້ຜົນເກີນຄາດລຸ່ມນີ້:
ສູດທີ 1
ສ່ວນປະສົມ: ຫົວຂ່າ, ຫົວສີໄຄ, ໃບໝາກຂີ້ຫູດ, ໃບໝາກນາວ, ກະຊາຍ, ຫອມແດງ ແລະ ໃບຫອມລາບ.
ວິທີປຸງແຕ່ງ: ເອົາສ່ວນປະກອບຢ່າງລະ 1 ກຳມື, ຕົ້ມໃນໜໍ້ດິນຂະໜາດກາງ, ໃສ່ນໍ້າໃຫ້ຖ້ວມສ່ວນປະກອບໃນໜໍ້, ແລ້ວນໍາໄປຕົ້ມໃຫ້ຟົດດີ, ຈາກນັ້ນກໍ່ເອົາອອກຈາກໄຟປະໄວ້ໃຫ້ເຢັນ, ດື່ມແທນນໍ້າ, ໜື່ງໜໍ້ດື່ມໃຫ້ໝົດພາຍໃນໜື່ງວັນ, ດື່ມເປັນປະຈຳຈົນກວ່າຈະຫາຍຂາດ.

ສູດທີ 2
ສ່ວນປະກອບ: ໝາກແຕງກວາ 1 ໜ່ວຍ, ຫີນສົ້ມບົດ 2 ບ່ວງ, ນໍ້າອ້ອຍສົດ 1/2 ຈອກ ແລະ ນໍ້າໝາກນັດສົດ 1/2 ຈອກ.
ວິທີປຸງແຕ່ງ: ຕັດສົ້ນຫົວຂອງໝາກແຕງກວາ ແລ້ວເອົາແກ່ນອອກໃຫ້ໝົດ, ໃສ່ຫິນສົ້ມບົດລົງໄປ ແລ້ວນໍາໄປປີ້ງ ຫຼື ໜື້ງ, ແຕ່ໃຫ້ໝາກແຕງຕັ້ງຂຶ້ນເພື່ອບໍ່ໃຫ້ນໍ້າຫິນສົ້ມໄຫຼອອກ. ເມື່ອຫິນສົ້ມກັບນໍ້າໝາກແຕງເຊື່ອມເຂົ້າກັນແລ້ວ ໃຫ້ເອົາອອກ ແລະ ປະໄວ້ໃຫ້ເຢັນລົງ, ຈາກນັ້ນຄັ້ນເອົານ້ຳປະມານ 1 ບ່ວງ (ທີ່ເຫຼືອເກັບໄວ້) ມາປະສົມກັບນໍ້າອ້ອຍສົດ ແລະ ນໍ້າໝາກນັດສົດ ຄົນໃຫ້ເຂົ້າກັນດີ, ນໍາມາດື່ມກ່ອນອາຫານ 20-30 ນາທີ (ເຊົ້າ, ສວາຍ ແລະ ແລງ), ເວລາໄປປັດສະວະຈະສັງເກດເຫັນພຶກສີຂາວອອກມາກັບນ້ຳປັດສະວະ. ເຮັດດື່ມກີນເປັນປະຈຳຈົນກວ່າໜິ້ວຈະອອກໝົດ.

ສູດທີ 3
ສ່ວນປະສົມ: ໝາກນັດ 3-4 ປ່ຽງ, ໝາກນາວ 1 ໜ່ວຍ. 
ວິທີປຸ່ງແຕ່ງ: ນຳເອົາໝາກນັດທີ່ປອກເປືອກແລ້ວນັ້ນມາປັ້ນ ແລ້ວຕື່ມນໍ້າເລັກນ້ອຍ, ຈາກນັ້ນ, ເອົາໝາກນາວປາດແລ້ວບິບເອົານໍ້າໝາກນາວປະສົມລົງໄປ. ຈາກນັ້ນກໍ່ດື່ມແບບສົດໆ. ດື່ມເປັນປະຈຳເດີ... ຈະເຮັດໃຫ້ລະບົບທາງເດີນປັດສະວະ ແລະ ໝາກໄຂ່ຫຼັງ ສຸຂະພາບດີ.

ການປະກອບສ່ວນ