ສາລະວັນຜະລິດເຂົ້ານາແຊງໄດ້ລື່ນຄາດໝາຍ ບັນລຸເຖິງ 67ພັນກວ່າໂຕນ

ສາລະວັນຜະລິິດເຂົ້ານາແຊງໄດ້ລື່ນຄາດໝາຍ ບັນລຸເຖິງ 67ພັນກວ່າໂຕນ
https://laoedaily.com.la/2020/05/04/77420/
https://laoedaily.com.la/2020/05/04/77420/

ປະຈຸບັນເປັນໄລຍະຂອງການເກັບກ່ຽວຜົນລະລິດລະດູແລ້ງ ໂດຍສະເພາະແມ່ນການເກັບກ່ຽວເຂົ້ານາແຊງ ເຊິ່ງຫຼາຍເຂດໃນທົ່ວປະເທດກໍ່ມີການຈັດຕັ້ງຂະບວນດັ່ງກ່າວຢ່າງຟົດຟື້ນ ແລະ ຫຼາຍເຂດກໍ່ເກັບກ່ຽວສໍາເລັດແລ້ວກໍ່ມີ ເປັນຕົ້ນແມ່ນແຂວງສາລະວັນ ທີ່ຜົນຜະລິດເຂົ້ານາແຊງປີນີ້ໄດ້ລື່ນຄາດໝາຍ ບັນລຸເຖິງ 67 ພັນກວ່າໂຕນ.

ທ່ານ ອະນຸສັກ ຈຳປາຄຳ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາຂະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງໃນທ້າຍເດືອນເມສານີ້ວ່າ:  ມາຮອດປະຈຸບັນຊາວກະສິກອນໃນທົ່ວແຂວງ ກໍໄດ້ມີຜົນສຳເລັດຫຼາຍດ້ານໂດຍສະເພາະແມ່ນວຽກງານການຜະລິດການປູກ-ການລ້ຽງ ແລະ ວຽກອື່ນໆ ເປັນຕົ້ນການຜະລິດເຂົ້ານາແຊງ ແມ່ນໄດ້ລື່ນຄາດໝາຍເຊິ່ງແຜນເບື້ອງຕົ້ນແມ່ນໄດ້ກຳນົດຢູ່ 14.200 ເຮັກຕາໃນັ້ນເຂົ້ານາແຊງ 13.000 ເຮັກຕາ, ພືດພັນ 200 ເຮັກຕາ, ເມືອງທີ່ປັກດຳໄດ້ຫຼາຍກ່ວາໝູ່ແມ່ນ ເມືອງສາລະວັນ, ຄົງເຊໂດນ, ເມືອງວາປີ ແລະ ເມືອງອື່ນໆ ທີ່ຢູ່ຕາມແຄມແມ່ນ້ຳ (ໃນຂອບເຂດຊົນລະປະທານ), ປະຕິບັດຕົວຈິງໄດ້ 13.740 ເຮັກຕາ, ເພີ່ມຂຶ້ນ 740 ເຮັກຕາ, ລື່ນແຜນ 6% ໃນການຜະລິດ, ມາຮອດປະຈຸບັນແມ່ນເກັບກ່ຽວທັງໝົດໄດ້ສຳເລັດ 100% ຜົນຜະລິດຕາມການປະເມີນ 67.683 ໂຕນ, ທຽບໃສ່ປີຜ່ານມາ ຜົນຜະລິດເພີ່ມຂຶ້ນ 29,6% ໃນເນື້ອທີ່ດັ່ງກ່າວ ນຳໃຊ້ແນວພັນປັບປຸງທັງໝົດຈຳນວນ 1.000 ກ່ວາໂຕນ

ສາເຫດທີ່ພາໃຫ້ມີເນື້ອທີ່ນາແຊງເພີ່ມຂຶ້ນຍ້ອນໃນກາງປີ 2019 ແຂວງສາລະວັນແມ່ນໄດ້ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ເຮັດໃຫ້ເນື້ອທີ່ເຂົ້ານາປີເສຍຫາຍເປັນຈຳນວນຫຼວງຫຼາຍ ເຊິ່ງເປັນຜົນໃຫ້ປະຊາຊົນຂາດເຂົ້າກິນ; ດັ່ງນັ້ນ, ຈຶ່ງເຮັດໃຫ້ປະຊາຊົນທີ່ຢູ່ຂອບເຂດທີ່ມີໂຄງການຊົນລະປະທານ ຫັນມາປູກເຂົ້ານາແຊງເປັນຈຳນວນຫຼວງຫຼາຍ, ແຕ່ບັນຫາໃນການເພີ່ມຂຶ້ນຂອງເນື້ອທີ່ດັ່ງກ່າວນີ້ກໍໄດ້ສົ່ງຜົນກະທົບຕໍ່ກັບປະລິມານນ້ຳທີ່ເຮົາສະໜອງໃຫ້

ແຕ່ພວກເຮົາກໍເອົາໃຈໃສ່ໃນການກວດກາ-ຕິດຕາມວັດແທກກ່ຽວກັບການລະເຫີຍຂອງລະດັບນ້ຳເຊໂດນໃນທກໆອາທິດ, ເຫັນວ່າລະດັບນ້ຳລົດລົງຫຼາຍ. ດັ່ງນັ້ນພວກເຮົາກໍເຮັດການທົດນ້ຳຢູ່ເມືອງວາປີ ແລະ ເມືອງຄົງເຊໂດນ ຈຶ່ງເຮັດໃຫ້ນ້ຳຍຶ່ງຂຶ້ນມາກັກຂັງ ສາມາດສົ່ງນ້ຳເຂົ້າໃນຂອບເຂດເນື້ອທີ່ການຜະລິດ ຈົນສາມາດເກັບກ່ຽວເຂົ້ານາແຊງໄດ້ໃນລະດັບເກີນຄາດໝາຍຕາມແຜນການທີ່ກຳນົດໄວ້

ຄຽງຄູ່ກັບການປັກດຳ ເຂົ້ານາແຊງແລ້ວ ຊາວກະສິກອນ ຍັງໄດ້ລົງມືປູກພືດລະດູແລ້ງຕື່ມອີກ ເປັນຕົ້ນ ສາລີຫວານ, ຖົ່ວຊະນິດຕ່າງໆ, ໝາກໂມ, ຜັກຊະນິດຕ່າງໆ ເຊິ່ງມີແຜນການ 6.680 ເຮັກຕາ, ປະຕິບັດໄດ້ 6.350 ເຮັກຕາ ເທົ່າກັບ 89,3% ແລະ ເກັບກູ້ໄດ້ສໍາເລັດ 100%, ຜົນຜະລິດໄດ້ 35.182 ໂຕນ ໃນນັ້ນພືດສະບຽງປະຕິບັດໄດ້ 5.997 ເຮັກຕາ ຜົນຜະລິດໄດ້ 34.454 ໂຕນ, ພືດສຶນຄ້າປະຕິບັດໄດ້ 353 ເຮັກຕາ, ຜົນຜະລິດ 728 ໂຕນ.

News: https://laoedaily.com.la/2020/05/04/77420/ 

 

ການປະກອບສ່ວນ