ສະເຫຼີມສະຫຼອງ 21 ມີນາ ວັນປ່າໄມ້ສາກົນ ປະຈຳປີ 2023

“ປ່າໄມ້ທີ່ອຸດົມສົມບູນ ເພື່ອສຸຂະພາບຂອງປະຊາຊົນ ທີ່ແຂງແຮງ”
Forest Day
www.phakhaolao.la

ການອະນຸລັກ ແລະ ການນຳໃຊ້ປະໂຫຍດຈາກປ່າໄມ້ ແບບຍືນຍົງ ເປັນໜຶ່ງວິທີທີ່ດີທີ່ສຸດໃນການປົກປ້ອງໂລກຂອງພວກເຮົາ ແລະ ຕົວເຮົາເອງ.

ປ່າໄມ້ທີ່ອຸດົມສົມບູນດີ ມີຄວາມສຳຄັນຕໍ່ທຸກດ້ານຂອງໂລກທີ່ມີສຸຂະພາບດີ, ເລີ່ມແຕ່ການດຳລົງຊີວິດເປັນຢູ່ ແລະ ໂພຊະນາການ ຈົນເຖິງຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ສິ່ງແວດລ້ອມ, ແຕ່ປ່າໄມ້ເຫຼົ່ານັ້ນໄດ້ຖືກຄຸກຄາມ ເນື້ອທີ່ປ່າໄມ້ຈຳນວນ 10 ລ້ານເຮັກຕາ ໄດ້ຖືກທໍາລາຍເສຍຫາຍໄປ ໃນແຕ່ລະປີ ໂດຍການຕັດໄມ້ທໍາລາຍປ່າ ໃນລະຫວ່າງປີ 2015 ຫາ 2020. ແມງໄມ້ສ້າງຄວາມເສຍຫາຍໃຫ້ແກ່ປ່າໄມ້ ປະມານ 35 ລ້ານເຮັກຕາຕໍ່ປີ, ແລະ ໄຟໄໝ້ໄດ້ສົ່ງຜົນກະທົບໃຫ້ແກ່ປ່າໄມ້ທົ່ວໂລກປະມານ 98 ລ້ານເຮັກຕາໃນປີ 2015. ການປົກປ້ອງຊັບພະຍາກອນທຳມະຊາດອັນລ້ຳຄ່າເຫຼົ່ານີ້ມັນຂຶ້ນກັບພວກເຮົາ.

ແຫຼ່ງຂໍ້ມູນ: https://www.fao.org/international-day-of-forests/en/

ການປະກອບສ່ວນ