ສະພາແຫ່ງຊາດໄດ້ສອບຖາມລັດຖະບານກ່ຽວກັບແຜນການທີ່ຈະຄືນພື້ນທີປ່າໄມ້ໃຫ້ກັບມາ 70%

ສະພາແຫ່ງຊາດໄດ້ສອບຖາມແຜນການຂອງລັດຖະບານທີ່ຈະຄືນພື້ນທີປ່າຂອງປະເທດໃຫ້ກັບມາ 70% ໃນປີ 2020 ຫຼັງຈາກທີ່ສັງເກດເຫັນການສູນເສຍພື້ນທີປ່າມາຫຼາຍທົດສະວັດທີ່ຜ່ານມາ.
Photo: Vientiane Times

ຕົ້ນໄມ້ຂະໜາດໃຫຍ່ໄດ້ຖືກໂຄ່ນລົ້ມລົງ ແລະ ເຂດປ່າສະຫງວນໄດ້ຖືກບຸກລຸກ ແລະ ຖືກທໍາລາຍຍ້ອນໂຄງການພັດທະນາ, ການຂຸດຄົ້ນໄມ້, ການຕັດໄມ້ ແລະ ການເຜົາສິ່ງເພາະປູກທີ່ຜິດກົດຫມາຍ. ຄວາມກັງວົນນີ້ໄດ້ຖືກຍົກຂຶ້ນມາເພື່ອປຶກສາຫາລືໃນກອງປະຊຸມສະພາແຫ່ງຊາດໃນວັນຈັນ ຫຼັງຈາກລັດຖະມົນຕີກະຊວງກະສິກໍາແລະປ່າໄມ້, ທ່ານ ດຣ. ລຽນ ທິແກ້ວ ລາຍງານກ່ຽວກັບແຜນການຂອງລັດຖະບານທີ່ຈະຄືນພື້ນທີ່ສີຂຽວໃຫ້ກັບສູ່ປະເທດຊາດ. ທ່ານ ດຣ. ລຽນ ກ່າວວ່າ ຂະແຫນງປ່າໄມ້ຂອງລາວ ມີຈໍານວນ 15,9 ລ້ານເຮັກຕາ, ລວມທັງພື້ນທີ່ປູກຕົ້ນໄມ້ ຊຶ່ງກວມ 67,2% ຂອງເນື້ອທີ່ຂອງປະເທດ. ດຣ. ລຽນ ຍັງກ່າວອີກວ່າ “ເພື່ອໃຫ້ພື້ນທີປ່າໄມ້ຂອງເຮົາກັບຄືນມາຢູ່ທີ 70% ຫຼື 16.5 ລ້ານເຮັກຕາໃນປີ 2020, ພວກເຮົາຈໍາເປັນຕ້ອງສືບຕໍ່ກໍານົດເຂດປ່າໄມ້ໃຫ້ຫຼາຍກວ່າເກົ່າເພື່ອບັນລຸເປົ້າຫມາຍທີ່ຂອງລັດຖະບານທີ່ວາງໄວ້.” 

ຢ່າງໃດກໍ່ຕາມ, ສະມາຊິກສະພາແຫ່ງຊາດມີຄວາມສົງໄສກ່ຽວກັບຕົວເລກຂອງລັດຖະບານ ແລະ ໄດ້ຂໍໃຫ້ລັດຖະມົນຕີອະທິບາຍຫຼັກເກນ ແລະເງື່ອນໄຂທີ່ແຕກຕ່າງກັນກ່ຽວກັບການຄຸ້ມຄອງປ່າໄມ້. ທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດຂອງນະຄອນຫລວງວຽງຈັນໄດ້ບອກກັບກອງປະຊຸມສະພາແຫ່ງຊາດໃນວັນຈັນທີ່ຜ່ານມາວ່າ: "ໃນເວລາທີ່ຂ້າພະເຈົ້າເດີນທາງດ້ວຍຍົນ, ຂ້າພະເຈົ້າເຫັນປ່າຂອງພວກເຮົາມາຈາກເທິງຟ້າ ແລະ ເຫັນພູທີ່ມີປ່າໄມ້ບາງໆ. ເມື່ອຂ້າພະເຈົ້າເດີນທາງໂດຍລົດ, ຂ້າພະເຈົ້າໄດ້ເຫັນຕົ້ນໄມ້ບາງຕົ້ນຕາມແຄມທາງ ແຕ່ຢູ່ໃນປ່າມີຕົ້ນໄມ້ໃຫຍ່ຫນ້ອຍກວ່າອີກ". ທ່ານ ສາຍທອງ ກ່າວວ່າເຂດປ່າສະຫງວນພູພະນັງໄດ້ຖືກບຸກລຸກແລະຖືກທໍາລາຍດ້ວຍຕົ້ນໄມ້ໃຫຍ່ທີ່ລົ້ມລົງເນື່ອງຈາກການຂຸດຄົ້ນທີ່ຜິດກົດຫມາຍ. ລາວ ຍັງກ່າວອີກວ່າ "ຂ້າພະເຈົ້າຢາກໃຫ້ກະຊວງບອກພວກເຮົາເຖິງພື້ນທີ່ປູກຕົ້ນໄມ້ໃນໄລຍະ 20 ປີຜ່ານມາ ແລະ ຕົ້ນໄມ້ທີ່ມີຢູ່, ດັ່ງນັ້ນພວກເຮົາຈຶ່ງມີຄວາມເຂົ້າໃຈກ່ຽວກັບຜົນສໍາເລັດຂອງຂະແຫນງນີ້ດີ.

ປະທານຄະນະກໍາມະການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດ, ທ່ານ ປຸນບອນ ສີສຸລັດ ລາຍງານກ່ຽວກັບການກວດກາຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການປູກປ່າຄືນໃຫມ່ຂອງລັດຖະບານ. ທ່ານ ບຸນປອນ ກ່າວວ່າ "ພວກເຮົາໄດ້ປູກຕົ້ນໄມ້ຈຳນວນຫຼາຍ, ແຕ່ອັດຕາສ່ວນຂອງຕົ້ນໄມ້ເຫຼົ່ານັ້ນທີ່ຢູ່ລອດແມ່ນບໍ່ສູງເທົ່າທີ່ພວກເຮົາຄາດໄວ້." ແລະ ເພິ່ນຍັງກ່າວຕໍ່ອີກວ່າ ລັດຖະບານສາມາດຟື້ນຟູພື້ນທີປ່າທີ່ເຊື່ອມໂຊມໄດ້ພຽງແຕ່ 3,2 ລ້ານເຮັກຕາ, ຄິດເປັນ 54% ຂອງແຜນການທີ່ວາງໄວ້. ນອກຈາກນີ້, ຕົ້ນໄມ້ໄດ້ຖືກປູກໄປເກືອບ 500,000 ເຮັກຕາ, ເຊິ່ງຄິດເປັນ 97% ຂອງແຜນ.

ເງິນທຶນທີ່ເບີກຈ່າຍເພື່ອການພັດທະນາຂະແຫນງປ່າໄມ້ມີແນວໂນ້ມທີການຫຼຸດລົງ. ງົບປະມານທີ່ຖືກຈັດສັນຈາກການຂາຍໄມ້ຂອງລັດຖະບານທີ່ເບີກຈ່າຍເພື່ອການຟື້ນຟູປ່າໄມ້ທີ່ເຊື່ອມໂຊມ ແລະ ໂຄງການປູກຕົ້ນໄມ້ໄດ້ຫຼຸດອອກຈາກເປົ້າຫມາຍ.

ອີງໃສ່ສັນຍາທີ່ໄດ້ເຊັນກັນລະຫວ່າງລັດຖະບານ ແລະ ນັກພັດທະນາ, ໂຄງການສໍາປະທານຈໍາເປັນຕ້ອງໄດ້ຮັບການຟື້ນຟູ ແລະ ປູກຕົ້ນໄມ້ໃໝ່ເພື່ອຊົດເຊີຍການສູນເສຍປ່າໄມ້ທີ່ເປັນຜົນມາຈາກໂຄງການ. ນັບແຕ່ປີ 2013-2018, ມີ 8 ໂຄງການທີ່ຕ້ອງໃຊ້ເງີນຈຳນວນ 12,11 ລ້ານໂດລາສະຫະລັດ ໃນການປູກຕົ້ນໄມ້ ແລະ ການຟື້ນຟູປ່າທີ່ເຊື່ອມໂຊມໃນພື້ນທີ່ 18.000 ເຮັກຕາ. ແຕ່ໃນປັດຈຸບັນ ມີພຽງແຕ່ຫນຶ່ງໂຄງການໄດ້ປະຕິບັດ. ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານບັງຄັບໃຊ້ກົດໝາຍປ່າໄມ້ເພື່ອໃຫ້ແນ່ໃຈວ່າໂຄງການພັດທະນາໄດ້ເຮັດຕາມສັນຍາທີ່ໄດ້ເຊັນກັບລັດຖະບານເພື່ອປູກຕົ້ນໄມ້ຊົດເຊີຍການສູນເສຍພື້ນທີ່ປ່າ

ຂໍ້ມູນຂ່າວຈາກ: Vientiane on June 12, 2019

ໂດຍ ສົມສັກ ພົງຂາວ
 

ການປະກອບສ່ວນ