ມະຫັດສະຈັນພັນພືດຂອງປ່າສະຫງວນແຫ່ງຊາດນ້ຳກະດິງ

ຄົ້ນພົບພືດຊະນິດໃໝ່ຫຼາຍຊະນິດທີ່ມີລັກສະນະໂດດເດັ່ນ ເຊິ່ງຊີ້ວັດໃຫ້ເຫັນເຖິງຄວາມອຸດົມສົມບູນຂອງປ່າສະຫງວນແຫ່ງຊາດນ້ຳກະດິງ
ເພັດລາສີ ສຸລາເດັດ ແລະ ສຸລິວັນ ຫຼ້າໜໍ່ສະຫວັນ
ເພັດລາສີ ສຸລະເດັດ ແລະ ສຸລິວັນ ຫຼ້າໜໍ່ສະຫວັນ

ປ່າສະຫງວນແຫ່ງຊາດນ້ໍາກະດິງ ຕັ້ງຢູ່ພາກກາງຂອງປະເທດລາວ ເຊິ່ງຍັງຄົງ ອຸດົມສົມບູນໄປດ້ວຍສັດປ່າ ແລະ ພັນພືດທີ່ຫາຍາກ. ການສຶກສາຄວາມຫຼາກຫຼາຍຂອງພືດ ແລະ ສັດຂອງປ່າສະຫງວນດັ່ງກ່າວແມ່ນຍັງມີໜ້ອຍ, ຈຶ່ງເຮັດໃຫ້ບໍ່ສາມາດສະຫຼຸບໄດ້ວ່າ ໃນປ່າສະຫງວນດັ່ງກ່າວມີຄວາມອຸດົມບູນໃນລະດັບໃດ?. ຄຳຖາມດັ່ງກ່າວນັ້ນເຮັດ ໃຫ້ນັກຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດມີຄວາມສົນໃຈ ເພື່ອເປີດຂໍ້ຂ້ອງໃຈ ວ່າປ່າສະຫງວນດັ່ງກ່າວມີພືດຊະນິດໃດແດ່?...
ນັກຄົ້ນຄວ້າໄດ້ຮ່ວມກັບ ນັກຄົ້ນຄວ້າຈາກຕ່າງປະເທດ ໂດຍສະເພາະແມ່ນ ນັກຄົ້ນຄວ້າ ຈາກຍິ່ປູ່ນ ແລະ ເກົາຫຼີ ໄດ້ເຂົ້າສຳຫຼວດພັນໄມ້ໃນເຂດນີ້ ເຊິ່ງຜົນອອກມາກໍ່ເປັນໜ້າພໍໃຈ ເພາະພົບພືດຊະນິດໃໝ່ຂອງໂລກຈຳນວນ 10 ຊະນິດ ແລະ ລວມທັ້ງພືດທີ່ລາຍງານເປັນຄັ້ງທຳອິດ ຂອງ ສປປ ລາວຈຳນວນ 30 ຊະນິດ
ອາຈານ ເພັດລາສີ ສຸລະເດດ ຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍທິມງານ ນັກຄົ້ນຄວ້າຈາກ ຍິ່ປູ່ນ ໄດ້ຄົ້ນພົບພືດຊະນິດໃໝ່ຫຼາຍຊະນິດເຊັ່ນ: ຫ້ອມນ້ຳກະດິງ (Strobilanthes namkadingensis Soulad. & Tagane), ສົ້ມກຸ້ງນໍ້າກະດິງ (Begonia namkadingensis C.-J. Yang, Soulad. & Tagane), ໝາກເກືອລາວ (Diospyros laoensis Tagane & Soulad.), Didymocarpus middletonii Souvann., Soulad. & Tagane), ຊານໍ້າກະດິງ (Camellia namkadingensis Soulad. & Tagane), ຊາກຸຫຼາບແດງ (Camellia rosacea Tagane, Soulad. & Yahara), ພິພ່ວນນ້ອຍນ້ຳກະດິງ (Monoon namkadingense Soulad. & Tagane), ກະແຊງນໍ້າກະດິງ (Neo-uvaria laosensis Tagane & Soulad.). ໃນຂະນະດຽວກັນ ອຈ ສຸລິວັນ ຫຼ້າໜໍ່ສະຫວັນ ຈາກຈາກຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບນັກຄົ້ນຄວ້າ ຈາກສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ນັກຄົ້ນຄວ້າຈາກເກົາຫຼີ ໄດ້ພົບພືດອິກຊະນິດໃໝ່ຂອງໂລກ ເຊັ່ນ: ດອກຊິງຊິໃຫຍ່ (Capparis macrantha Souvann., Fici & Lanors.) ແລະ ສົ້ມກຸ້ງແດງ (Begonia colliculata Souvann. & Lanors.). ເຊິ່ງທຸກຊະນິດທີ່ຄົ້ນພົບເປັນພືດຊະນິດໃໝ່ຂອງໂລກ ແລະ ເປັນພືດສະເພາະຖິ່ນຂອງປ່າສະຫງວນແຫ່ງຊາດນ້ຳດິງ. ຜູ້ຊ່ຽວຊານທາງພືດສາດຂອງລາວຍັງຄາດວ່າ ຍັງຄົງມີພືດຫຼາຍຊະນິດ ທີ່ຍັງລໍຄອຍການສຳຫຼວດພົບໃນອານາຄົດ, ຕ້ອງໃຊ້ເວລາໃນການຄົ້ນຄວ້າ ເພາະເປັນພື້ນທີ່ໜ້າສົນໃຈ ແລະ ຍັງຄົງອຸດົມສົມບູນ.

ການປະກອບສ່ວນ