ຜ້າໄໝຫົວພັນໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ

ງົດງາມ ແລະ ມີເອກະລັກ! ຜ້າໄໝຫົວພັນໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ
https://laoedaily.com.la/2020/10/07/84428/
laoedaily.com.la

ໃນວັນທີ 07 ຕຸລາ 2020, ທີ່ເມືອງຊໍາເໜືອ ແຂວງຫົວພັນ, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ຮ່ວມກັບ ແຂວງຫົວພັນ ໄດ້ຈັດພິທີມອບໃບຢັ້ງຢືນຖິ່ນກໍາເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນທາງການ; ໃຫ້ກຽດມອບໂດຍ ທ່ານ ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກວຕ ແລະ ຮັບໂດຍທ່ານ ນາງ ແພງ ຈັນທະຈິດ, ປະທານສະມາຄົມສົ່ງເສີມຜ້າໄໝຫົວພັນ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ, ທ່ານ ນາງ ແພງ ກັນຍາພິມ, ຮອງເຈົ້າແຂວງໆຫົວພັນ ມີບັນດາຫົວໜ້າພະແນກ, ຮອງພະແນກ, ສະມາຄົມສົ່ງເສີມຜ້າໄໝຫົວພັນ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີມອບ-ຮັບໃນຄັ້ງນີ້ ທ່ານ ນາງ ແພງ ກັນຍາພິມ, ຮອງເຈົ້າແຂວງໆຫົວພັນ, ໄດ້ກ່າວວ່າ: ແຂວງຫົວພັນ ເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີເອກະລັກທາງດ້ານວັດທະນະທໍາ ແລະ ມີປະຫວັດສາດຄວາມ ເປັນມາແຕ່ດຶກດຳບັນ, ມີບົດບາດຕໍ່ຂະບວນປະຕິວັດປົດປ່ອຍປະເທດຊາດ.

ການປູກມ້ອນ-ລ້ຽງມ້ອນ-ສາວໄໝ ແລະ ການ ຕ່ຳຫູກ ຢູ່ແຂວງຫົວພັນກໍໄດ້ມີມູນເຊື້ອສືບທອດກັນມາແຕ່ບູຮານນາການຜ່ານຫຼາຍເຊັ່ນຄົນ ໂດຍໄດ້ມີການພັດທະນາ, ປະດິດຄິດສ້າງລວດລາຍອັນປານີດ, ເປັນເອກະລັກໂດດເດັ່ນມາແຕ່ດຶກດຳບັນ, ຜ້າໄໝຫົວພັນມີຄຸນນະພາບພິເສດຍ້ອນຄວາມ ອ່ອນ, ນຸ້ມ, ໜາແໜ້ນ ແລະ ເງົາງາມ ຍ້ອນນໍາໃຊ້ໃບມອນ ແລະ ໂຕມ້ອນພັນພື້ນເມືອງ ທີ່ຜ່ານການປູກ, ການລ້ຽງ, ການ ສາວໄໝ, ຍ້ອມສີທຳມະຊາດ ແລະ ການຕໍ່າຜ້າໄໝ ທີ່ນຳໃຊ້ກໍາມະວິທີ, ພູມປັນຍາທ້ອງຖິ່ນແບບດັ້ງເດີມ ຊຶ່ງໄດ້ມີການ ຂະຫຍາຍຕົວເປັນລຳດັບຈາກການຜະລິດຮັບໃຊ້ແບບຄອບຄົວ ມາຜະລິດເປັນສິນຄ້າ ແລະ ນຳໄປວາງສະແດງທັງພາຍໃນ ແລະ ຕ່າງປະເທດ.

ເຊິ່ງເຄີຍໄດ້ຮັບລາງວັນຊະນະເລີດຫຼາຍລະດັບທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ຜະລິດຕະພັນຜ້າໄໝຫົວພັນ ມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ສາມາດສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃນທົ່ວແຂວງຫົວພັນ. ຍ້ອນແນວນັ້ນ, ຈຶ່ງໄດ້ກໍານົດເອົາຜ້າໄໝຫົວພັນ ຈຳນວນ 19 ລາຍການຄື: ແພຕໍ່າດ້ານ, ແພຍົກດອກ, ແພເກັດ, ຜ້າຂັນເຊີງ, ຜ້າບ່ຽງ, ຜ້າຕູ້ມ, ຜ້າພັນຄໍ, ຜ້າປູໂຕະ, ຜ້າຫ້ອຍຝາ, ຜ້າຮອງຈານ, ຜ້າປົກບ່ອນ, ສົບໝອນ, ຜ້າ ແຂບເສື້ອ, ແຂບຖົງ, ແຂບກະເປົາ, ແຂບຖົງພາຍ ແຂບເສື້ອ, ສິ້ນຕິນສູງ, ສິ້ນຕິນກາງ, ສິ້ນຕິນນ້ອຍ, ສິ້ນໝີ່, ສິ້ນສອງດູກ, ສິ້ນຕໍ່ຫົວ, ສິ້ນຕໍ່ຕີນ, ສິ້ນມຸກ ເພື່ອປົກປ້ອງເປັນຖິ່ນກໍາເນີດ ແນໃສ່ຊຸກຍູ້ສົ່ງເສີມ ຫົວຄິດປະດິດສ້າງທີ່ເປັນພູມປັນຍາທ້ອງຖິ່ນແບບດັ້ງເດີມ ທີ່ມືຊື່ສຽງແລ້ວນັ້ນໃຫ້ໄດ້ຮັບການປົກປ້ອງເປັນຊັບສິນທາງປັນຍາຂອງຄົນທ້ອງຖິ່ນແຂວງຫົວພັນ.

ເຊິ່ງຈະສາມາດນໍາໄປໂຄສະນາເອກອ້າງເອກະລັກສະເພາະຂອງຜ້າໄໝຫົວພັນ ໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ແນໃສ່ສ້າງມູນຄ່າເພີ່ມໃຫ້ຜ້າໄໝຫົວພັນເທື່ອລະກ້າວ. ສະນັ້ນ ຈຶ່ງສະເໜີ ໃຫ້ສະມາຄົມສົ່ງເສີມຜ້າໄໜຫົວພັນ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມນີ້ໄວ້, ພ້ອມທັງຮ່ວມແຮງຮ່ວມໃຈກັນປົກປ້ອງ ພູມປັນຍາ ທີ່ໄດ້ຮັບການຖ່າຍທອດມາແຕ່ປູ່ຍາຕາຍາຍໃຫ້ຄຽງຄູ່ກັບຊາວແຂວງຫົວພັນ ກໍ່ຄື ຊາວລາວຕະຫຼອດໄປ. ພ້ອມ ກັນນັ້ນກໍ່ໃຫ້ຂະຫຍາຍສະມາຊິກໄປແຕ່ລະເມືອງໃຫ້ທົ່ວເຖີງເອົາໃຈໃສ່ບໍລິຫານສະມາຄົມໃຫ້ມີຄວາມເຂັ້ມແຂງ, ໜັ້ນຄົງ ແລະ ຍືນຍົງຕະຫຼອດໄປ.

ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ຍັງໄດ້ໃຫ້ຮູ້ເຖິງຄວາມສຳຄັນໃນການ ຈົດທະບຽນປົກປ້ອງຖິ່ນກໍາເນິດ ກໍແມ່ນເພື່ອປົກປ້ອງຊື່ສຽງຂອງຜະລິດຕະພັນດັ່ງກ່າວ ທັງເປັນການປົກປ້ອງພູມປັນຍາທ້ອງ ຖິ່ນແບບດັ້ງເດີມທີ່ເປັນມໍລະດົກສືບທອດມາຈາກບັນພະບູລຸດໄດ້ຫຼາຍເຊັ່ນຄົນ.

ການຈົດທະບຽນຖິ່ນກໍາເນີດຄັ້ງນີ້, ເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງ ຜ້າໄໝຫົວພັນ ໄວ້ເນື່ອງຈາກວ່າຫຼັງຈາກການຈົດທະບຽນຈະມີການກວດກາທຸກຂັ້ນຕອນການຜະລິດ ໂດຍສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນລະບົບຄົບຊຸດ ພ້ອມທັງມີການຢັ້ງຢືນຄວາມຖືກຕ້ອງຕາມເອກະສານຄຸນລັກສະນະສະເພາະຂອງຜ້າໄໝຫົວພັນ ຈາກ ໜ່ວຍງານຢັ້ງຢືນຈາກພາຍໃນປະເທດ ຫຼື ສາກົນ.

ນອກຈາກນັ້ນ ການຈົດທະບຽນປົກປ້ອງຖິ່ນກໍາເນີດ ຍັງຈະເຮັດໃຫ້ຜ້າໄໝ ຫົວພັນ ມີມູນຄ່າເພີ່ມສູງຂຶ້ນເນື່ອງຈາກຜ້າໄໝຫົວພັນ ຕ້ອງຜ່ານການກວດກາຄວາມຖືກຕ້ອງຕາມຂັ້ນຕອນການຜະລິດ ທີ່ກໍານົດໄວ້ ພ້ອມທັງມີການຢັ້ງຢືນຈາກໜ່ວຍງານຢັ້ງຢືນ ທີ່ຜ່ານການຮັບຮອງຕາມມາດຕະຖານສາກົນ ຈຶ່ງຈະເຮັດໃຫ້ ຜ້າໄໝຫົວພັນ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ຫຼື ສົ່ງອອກໄປຕ່າງປະເທດສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ທີ່ຄຸ້ມຄອງ ໂດຍກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃສ່ສະຫຼາກສິນຄ້າໄດ້. ການກວດກາ ແລະ ຢັ້ງຢືນ ດັ່ງກ່າວ ເປັນການຮັບປະກັນຕໍ່ຜູ້ບໍລິໂພກທາງດ້ານຄຸນນະພາບທີ່ເປັນເອກະລັກ ແລະ ແຫຼ່ງທີ່ມາທີ່ແທ້ຈິງຂອງສິນຄ້າ ຊຶ່ງ ຈະເຮັດໃຫ້ຜູ້ບໍລິໂພກພໍໃຈຊື້ຜ້າໄໝຫົວພັນໃນລາຄາທີ່ສູງຂຶ້້ນ.

ນອກຈາກນັ້ນ, ຍັງໄດ້ມອບໃບຮັບຮອງການແຈ້ງຂໍ້ມູນລິຂະສິດ ໃນຜົນງານດ້ານສິລະປະກຳລາຍຜ້າໄໝ ຈຳນວນ 7 ຜົນງານຄື: ລາຍເກາະແຜ່ນທີ່, ລາຍເກາະຖໍ້າຍັກ, ລາຍເກາະເມືອງໄຊ, ລາຍເກາະຖໍ້າແມ, ລາຍເກາະປົດປ່ອຍຜາຖີ່, ລາຍເກາະປ່າໄມ້ ແລະ ລາຍເກາະເມືອງວິລະຊົນຊຳເໜືອ. ຊຶ່ງມອບໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າ ກົມຊັບສິນທາງປັນຍາ, ກວຕ ແລະ ຮັບໂດຍທ່ານ ນາງ ພັນ ພູມານີວົງ, ເຈົ້າຂອງຜົນງານດ້ານສິລະປະກຳ.
 

laoedaily.com.la

 

source: ຂ່າວເສດຖະກິດການຄ້າ

ການປະກອບສ່ວນ