ຜະລິດຕະພັນໄມ້ປ່ອງບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ ຖືກຮັບຮອງເປັນສິນຄ້າ ODOPແຫ່ງຊາດ

ພຸດທະສິນ ວົງວິໄລທອງ

ກຸ່ມຫັດຖະກຳຈັກສານໄມ້ປ່ອງ ໄດ້ເຂົ້າຮ່ວມພິທີເປີດປ້າຍກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດເມື່ອວັນທີ 23 ກໍລະກົດຜ່ານມາ ທີ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ, ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ, ທ່ານນາງ ມາລາ ຈັນທະລາມ ປະທານສະມາຄົມຫັດຖະກຳ ແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງເຂົ້າຮ່ວມ.

ທ່ານ ບຸນເນື່ອງ ສີລາຄົມ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໃຫ້ຮູ້ວ່າ ຜ່ານມາອຳນາດການປົກຄອງເມືອງກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ສົມທົບກັບອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ເກັບກຳຂໍ້ມູນ ແລະ ເງື່ອນໄຂ, ທ່າແຮງຂອງການຜະລິດທີ່ເປັນພູມປັນຍາຂອງປະຊາຊົນໃນທ້ອງຖິ່ນ ແລ້ວສ້າງເງື່ອນໄຂເພື່ອພັດທະນາສິນຄ້ານັ້ນໃຫ້ໄດ້ຮັບການປັບປຸງ ແລະ ພັດທະນາທາງດ້ານຄຸນນະພາບ, ມາດຕະຖານ, ປະລິມານໂດຍນຳໃຊ້ແຮງງານ, ວັດຖຸດິບ, ຊັບພະຍາກອນທີ່ມີໃນທ້ອງຖິ່ນ ແລະ ສິນຄ້າເຫຼົ່ານັ້ນຕ້ອງມີມູນເຊື້ອ, ເອກະລັກ,​ ຄວາມຍືນຍົງ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງໄລຍະທີ່ຜ່ານມາເມືອງໂຂງ ສາມາດຕິດກາໝາຍ ODOP ໄດ້ຈໍານວນ 3 ຜະລິດຕະພັນຄື ກຸ່ມຜະລິດເສັ້ນເຝີ ບ້ານຫາງຂະເໝົາໂພນຈໍາປາ, ກຸ່ມຜະລິດນໍ້າຕານກ້ອນບ້ານຫີນສີ່ວ ແລະ ກຸ່ມຜະລິດເຫຼົ້າຂາວດອນໂຂງ ບ້ານດົງ ສໍາລັບກຸ່ມຜະລິດຫັດຖະກໍາຈັກສານໄມ້ປ່ອງ ບ້ານໂພນສະອາດ ແມ່ນເປັນກຸ່ມທີ 4 ຂອງເມືອງທີ່ຖືກຮັບຮອງເປັນສິນຄ້າ ODOP ບົນຫຼັກການໃນການຄັດເລືອກສິນຄ້າ ODOP ແຫ່ງຊາດ.

ໃນໂອກາດດຽວກັນ ທີ່ສຳນັກງານເມືອງໂຂງ ຍັງໄດ້ມີພິທີມອບໃບອະນຸຍາດນໍາໃຊ້ກາໝາຍສິນຄ້າ ODOP ແຫ່ງຊາດ ແລະ ປ້າຍ ໃຫ້ກຸ່ມຜະລິດຕະພັນຈັກສານໄມ້ປ່ອງ ເຊິ່ງພິທີລົງນາມເຊັນບົດບັນທຶກສັນຍາສົ່ງເສີມການຜະລິດເປັນສິນຄ້າ ລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າ ກັບເມືອງໂຂງ, ການເຊັນສັນຍາຊື້-ຂາຍ ສິນຄ້າ ODOP ເມືອງໂຂງ ລະຫວ່າງປະທານສະມາຄົມຫັດຖະກໍາແຂວງ ກັບກຸ່ມຜະລິດສິນຄ້າ ODOP ເມືອງໂຂງ.

ໂດຍອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍສິນຄ້າ ODOP ແຫ່ງຊາດເຊັ່ນ ຕ້ອງເປັນສິນຄ້າ ຫຼື ຜະລິດຕະພັນທີ່ຜະລິດໂດຍວິສາຫະກິດ,​ ກຸ່ມຜະລິດ, ທຸລະກິດຄອບຄົວ, ສະຫະກອນ; ການຜະລິດ ແລະ ອອກແບບມີຄວາມເປັນເອກະລັກສະເພາະທີ່ຕິດພັນກັບວັດທະນະທຳທ້ອງຖິ່ນ ແລະ ຮີດຄອງປະເພນີຂອງຊາດ,ເປັນສິນຄ້າທີ່ດຳເນີນການຜະລິດ ຫຼື ໃຫ້ການບໍລິການທີ່ຖືກຕ້ອງຕາມເງື່ອນໄຂ, ມາດຕະຖານ ແລະ ລະບຽບການຂອງຂະແໜງທີ່ກ່ຽວຂ້ອງ ໂດຍຮັບປະກັນຄວາມປອດໄພທາງດ້ານສຸຂະພາບ,​ ຊີວິດ,​ ຊັບສິນ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ, ຖ້າຫາກເປັນຜະລິດຕະພັນຊະນິດດຽວກັນ ຕ້ອງໄດ້ມີການຈຳແນກຄວາມແຕກຕ່າງລະຫວ່າງການອອກແບບ, ການຫຸ້ມຫໍ່, ເຄື່ອງໝາຍການຄ້າ ຫຼື ຊື່ກາໝາຍສິນຄ້າ ຂອງເຈົ້າຂອງຜະລິດຕະພັນ ຫຼື ອາດຈະຕ້ອງໄດ້ຈົດທະບຽນເຄື່ອງໝາຍການຄ້າເພື່ອເປັນການຢັ້ງຢືນເຖິງຄວາມເປັນເອກະລັກເພື່ອຫຼີກເວັ້ນການລອກຮຽນແບບ.

ແຫຼ່ງຂໍ້ມູນ

ການປະກອບສ່ວນ