ບໍລິສັດ ຈໍາປາຫອມ ຈັດສົ່ງເຂົ້າເທື່ອທໍາອິດ ຈໍານວນ 50 ໂຕນ ໄປ EU

www.phakhaolao.la

 

     ພິທີດັ່ງກ່າວຈັດຂຶ້ນເມື່ອວັນທີ 29 ກັນຍາ 2021 ທີ່ນະຄອນຫຼວງວຽງຈັນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມ ການຄ້າກະຊວງອຸດສາຫະກໍາ ແລະການຄ້າ,ທ່ານ ບຸນເຖິງ ດວງສະຫວັນ ຫົວຫນ້າກົມສົ່ງເສີມວິສາຫະກິດຂະຫນາດນ້ອຍແລະກາງ, ທ່ານນາງ ວັນມະນີ ວັນນະສານ ຫົວຫນ້າພະແນກອຸດສາຫະກໍາແລະການຄ້ານະຄອນຫຼວງ, ທ່ານ ປອ ຫຼ້າສາຍ ນວນທະສິງ ຫົວຫນ້າພະແນກກະສິກໍາ ແລະປ່າໄມ້ນະຄອນຫຼວງ, ທ່ານນາງ ບຸນຮຽງ ພົມມີໄຊ ຜູ້ອໍານວຍການບໍລິສັດ ຈໍາປາຫອມ ການຄ້າຂາເຂົ້າ-ຂາອອກຈໍາກັດ, ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງເມືອງໄຊທານີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດດັ່ງກ່າວ ທ່ານນາງ ບຸນຮຽງ ພົມມີໄຊ ຍັງໄດ້ໃຫ້ຮູ້ວ່າ: ຍ້ອນການເບິ່ງເຫັນເຖິງຄວາມສໍາຄັນທາງດ້ານກະສິກໍາຂອງພາກພັກແລະລັດຖະບານໂດຍສະເພາະກະຊວງອຸດສາຫະກໍາແລະການຄ້າ, ກະຊວງກະສິກໍາແລະປ່າໄມ້ຕະຫຼອດຮອດທຸກພາກສ່ວນກ່ຽວຂ້ອງ ທີ່ຊຸກຍູ້ສົ່ງເສີມອໍານວຍຄວາມສະດວກ ຜ່ານຄວາມຫຍຸ້ງຍາກໃນດ້ານຕ່າງໆບໍ່ວ່າຈະເປັນດ້ານທຶນຮອນໃນໂຄງການຊ່ວຍເຫຼືອ 3% ຈາກກອງທຶນສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງຂອງກົມສົ່ງເສີມທຸລະກິດຂະຫນາດນ້ອຍ ແລະກາງ ແລະໂຄງການ BAF 2 ທີ່ໄດ້ຊ່ວຍສົມທົບທຶນ 50% ໃຫ້ທີ່ປຶກສາ ແລະ ວິຊາການ ແຕ່ດ້ວຍສະພາບໂຄວິດ-19 ທີ່ກໍາລັງລະບາດແຮງໃນປັດຈຸບັນກໍບໍ່ໄດ້ເປັນອຸປະສັກໃນການສົ່ງເຂົ້າອອກເຂົ້າງວດທໍາອິດຂອງບໍລິສັດໄປຍັງຕະຫຼາດຍັກໃຫຍ່ຂອງໂລກ ສໍາລັບການສົ່ງອອກໃນຄັ້ງນີ້ທັງໝົດ 50 ໂຕນ ຊຶ່ງເປັນໝາກຜົນຂອງການສົ່ງເສີມກຸ່ມຊາວນາປູກເຂົ້າ ໂຄງການຜະລິດກະສິກໍາເປັນສິນຄ້າຂອງກະຊວງກະສິກໍາຊຶ່ງທະນາຄານໂລກໃຫ້ການສະໜັບສະໜູນໃນການໃຫ້ກູ້ຢືມທຶນ ແລະ ຄາດວ່າທາງບໍລິສັດຈະໄດ້ຮັບທຶນສົມທົບຈາກໂຄງການດັ່ງກ່າວໃນມໍ່ໆນີ້.

     ທັງນີ້ນາງ ບຸນຮຽງ ພົມມີໄຊ ຍັງໃຫ້ຮູ້ຕື່ມອີກວ່າ: ບໍລິສັດ ຈໍາປາຫອມ ການຄ້າຂາເຂົ້າ-ຂາອອກຈໍາກັດ ຍັງຕັ້ງຄວາມຄາດຫວັງຢາກເປັນບໍລິສັດຕົວແບບຂອງລາວໃນການສົ່ງເຂົ້າລາວອອກໄປຕະຫຼາດສາກົນ ທັງນີ້ທຶນໃນການພັດທະນາຄືສີ່ງທີ່ສໍາຄັນ ໂດຍໃນປັດຈຸບັນບໍລິສັດໄດ້ສົ່ງເສີມຊາວນາປູກເຂົ້າທີ່ເປັນສະມາຊິກທັງໝົດ 600 ກວ່າຄອບຄົວ ລວມເນື້ອທີ່ກ່ວາ 600 ເຮັກຕາ ທີ່ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ລວມຢູ່ແຂວງຊຽງຂວາງທີ່ມີການເຊັນສັນຍາກັບກຸ່ມຊາວນາເມື່ອບໍ່ດົນມານີ້.

 

ແຫຼ່ງຂໍ້ມູນຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

 

ການປະກອບສ່ວນ