ບໍລິສັດນໍ້າຕານມິດລາວ ຄາດວ່າປີ 2023 ນີ້ ຈະມີອ້ອຍສົ່ງເພີ່ມຂຶ້ນ 7 ແສນກວ່າໂຕນ

www.phakhaolao.la

ບໍລິສັດນໍ້າຕານມິດລາວ ຄາດວ່າປີ 2023 ນີ້ ຈະມີອ້ອຍສົ່ງໃຫ້ບໍລິສັດເພີ່ມຂຶ້ນ 7 ແສນກວ່າໂຕນ ເນື່ອງຈາກປະຊາຊົນມີຄວາມຕື່ນຕົວ ແລະ ສະເໜີເຂົ້າຮ່ວມປູກອ້ອຍຕື່ມອີກ ຈຳນວນ 350 ຄອບຄົວ ໃນປັດຈຸບັນມີຜູ້ປູກອ້ອຍແລ້ວ 2.200 ກວ່າຄອບຄົວ ຊຶ່ງມີສອງແຂວງທີ່ບໍລິສັດໄດ້ສົ່ງເສີມໃຫ້ປະຊາຊົນປູກອ້ອຍແບບສອງບວກສາມ ຄື: ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ເນື້ອທີ່ 22.000 ກ່ວາເຮັກຕາ.

ທ່ານ ສະອາດ ປັນຍາດິບວົງ ຜູ້ອຳນວຍການ ບໍລິສັດ ນ້ຳຕານມິດລາວ ຈຳກັດ ໄດ​້​ໃຫ້​ຮູ້​ວ່າ: ສຳລັບການໜີບອ້ອຍໃນປີ 2022 ນີ້ແມ່ນຈະເປີດພິທີຢ່າງເປັນທາງການໃນວັນທີ 7 ທັນວານີ້ ແລະ ຄາດການວ່າຈະມີອ້ອຍສະໜອງໃຫ້ບໍລິສັດປະມານ 570.000 ໂຕນ ເຊິ່ງເພີ່ມຈາກປີຜ່ານມາ 33%, ໃນນັ້ນອ້ອຍອິນຊີ ຫຼື ອ້ອຍປອດສານເຄມີ 200.000 ໂຕນ ແລະ ອ້ອຍທົ່ວໄປ 370.000 ໂຕນ ໂດຍທາງບໍລິສັດຮັບຊື້ ທັງອ້ອຍອິນຊີ ແລະ ອ້ອຍທົ່ວໄປ.

​ພ້ອມ​ກັນ​ນັ້ນ​ທ່ານ​ຍັງ​ໄດ້ລາຍງານເນື່ອງໃນໂອກາດ ຄະນະກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ລົງກວດກາຊິງຊັ່ງນ້ຳໜັກປະຈຳປີ 2022-2023 ຂອງບໍລິສັດ ໃນວັນທີ 17 ພະຈິກ 2022 ຜ່ານມາວ່າ: ການກວດກາຊິງຊັ່ງນ້ຳ ໜັກຂອງບໍລິສັດແມ່ນມີຂຶ້ນທຸກໆປີກ່ອນຈະມີການໜີບອ້ອຍໃນຕົ້ນເດືອນທັນວາ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊາວສວນອ້ອຍທີ່ສະໜອງອ້ອຍໃຫ້ບໍລິສັດ ແລະ ເພື່ອສ້າງຄວາມຍຸຕິທຳ, ຈະແຈ້ງຕໍ່ຜູ້ຊື້-ຜູ້ຂາຍ ເຊິ່ງກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ທົບກັບພະນັກງານວິຊາການຂັ້ນແຂວງ ແລະ ເມືອງໄດ້ລົງມາ ກວດກາຊິງຊັ່ງນ້ຳໜັກຢູ່ແຕ່ລະຈຸດຂອງບໍລິສັດປີລະຄັ້ງ, ໃນປີນີ້ບໍລິສັດໄດ້ຕິດຕັ້ງ ຊິງຊັ່ງນໍ້າໜັກໃໝ່ຢູ່ເມືອງໄຊພູທອງ ແຂວງສະຫວັນນະເຂດ 1 ແຫ່ງ ແລະ ເມືອງເຊບັ້ງໄຟ ແຂວງຄຳມ່ວນ 1 ແຫ່ງ ເພື່ອໃຫ້ປະຊາຊົນຊາວສວນອ້ອຍມີຄວາມສະດວກຂຶ້ນຕື່ມໃນການຕິດນໍ້າໜັກອ້ອຍສົ່ງໃຫ້ບໍລິສັດ.

ນອກ​ນີ້ ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ແຂວງສະຫວັນນະເຂດ ໃຫ້ສຳພາດວ່າ: ການສົ່ງເສີມປະຊາຊົນປູກອ້ອຍແບບສອງບວກສາມຂອງ ບໍລິສັດ ນໍ້າຕານມິດລາວ ທາງອຳນາດການປົກຄອງເມືອງ ກໍໄດ້ລະດົມປະຊາຊົນໃນແຕ່ລະບ້ານທີ່ມີເງື່ອນໄຂ, ມີດິນ, ມີແຮງງານ ເພື່ອສ້າງລາຍຮັບແກ່ຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ເຫັນວ່າປະຊາຊົນມີຄວາມຕື່ນຕົວຫຼາຍສົມຄວນໃນ​ການຫັນມາປູກອ້ອຍ ເພື່ອສົ່ງຂາຍໃຫ້ບໍລິສັດນ້ຳຕານມິດລາວ.

ການປະກອບສ່ວນ