ນອນບໍ່ຫຼັບເຮັດແນວໃດດີ, ແນະນຳພືດຜັກທີ່ສາມາດຊ່ວຍທ່ານໄດ້

ປະຈຸບັນມີຫຼາຍທ່ານທີ່ມີປັນຫານອນບໍ່ຫຼັບ, ນອນຫຼັບຍາກ, ມັກຕື່ນຕອນເດິກ, ຕື່ນເຊົ້າເກີນໄປ, ສົ່ງຜົນເຮັດໃຫ້ເຫງົານອນຕອນກາງເວັນ, ບໍ່ມີສາມະທິໃນການເຮັດວຽກ. ນອນບໍ່ຫຼັບຫຼາຍຄືນຕິດຕໍ່ກັນອາດເຮັດໃຫ້ເກີດບັນຫາສຸຂະພາບແຊກຊ້ອນອື່ນໆຕາມມາ ເຊັ່ນ: ອາການຊືມເສົ້າ, ກັງວົນ ແລະ ລວມໄປເຖິງເກີດບັນຫາທາງຈິດ. ດັ່ງນັ້ນເຮົາມີພືດພື້ນເມືອງຈາກທຳມະຊາດ ຫຼື ຢູ່ສວນອ້ອມຂ້າງເຮືອນຂອງທ່ານເປັນທັ້ງອາຫານ ແລະ ເປັນປະໂຫຍດຕໍ່ການບັນເທົາ ຫຼື ຮັກສາອາການນອນບໍ່ຫຼັບໃຫ້ຫາຍດີ. 
ຮູບພາບປະກອບ Google Images
ຮູບພາບປະກອບ Google Images

ກະຖີນ: ຖືວ່າເປັນຜັກທີ່ຮູ້ຈັກກັນດີ ແລະ ຄູ້ນເຄີຍ. ຍອດອ່ອນ, ໝາກອ່ອນ, ແກ່ນ ສາມາດຮັບປະທານເປັນອາຫານ ຫຼື ເປັນຜັກກັບແຈ່ວປາ, ປົ່ນກົບ, ກັບຕໍາໝາກຮຸ່ງ ແລະ ອື່ນໆ. ສ່ວນທີ່ດີແມ່ນແກ່ນເຮັດໃຫ້ນອນຫຼັບສະບາຍ. ກີນເປັນຜັກກັບອາຫານຕ່າງໆ.

ຜັກໄສ່: ເປັນຜັກທີ່ມີຣົດຊາດຂົມ, ແຕ່ກໍມີຫຼາຍຄົນມັກກີນເປັນຜັກກັບລາບ, ກອຍ ແລະ ອື່ນໆ. ຣົດຂົມມີທາດເຢັນ ສາມາດຊ່ວຍເຮັດໃຫ້ນອນຫຼັບສະບາຍ ແລະ ຍັງຊ່ວຍເຮັດໃຫ້ອາຫານໃນກະເພາະຍ່ອຍໄດ້ດີອິກດ້ວຍ. 

ກະທຽມ: ເມື່ອນອນບໍ່ຫຼັບ ພຽງແຕ່ເອົາຫົວຜັກທຽມໄປວາງໄວ້ກ້ອງໜອນ ຈະເຮັດໃຫ້ທ່ານນອນຫຼັບສະບາຍ ເພາະທາດຈາກຫົວກະທຽມຈະຊ່ວຍຮັກສາອາການນອນບໍ່ຫຼັບ, ອາການລະເມີ, ສະດຸ້ງຕື່ນ ແລະ ຕົກໃຈງ່າຍ.

ບົວລະພາ: ເປັນຜັກທີ່ມີກີ່ນຫອມ, ມັກກັບເຝີ ແລະ ເຂົ້າປຽກ. ໃບບົວລະພາສົດມີທາດຫອມລະເຫີຍ, ມີກີ່ນຫອມຊ່ວຍຜ່ອນຄາຍຄວາມຕຶງຄຽດ.

ຂີ້ເຫຼັກ: ໃບ ແລະ ດອກມີສັບພະຄູນເປັນຢາລະບາຍອ່ອນໆ ແລະ ຊ່ວຍແກ້ອາການທ້ອງອຶດທ້ອງເຝີ. ດອກມີທາດກ່ອມປະສາດເຮັດໃຫ້ນອນຫຼັບສະບາຍ.

ຂີງ: ມີປະໂຫຍດຫຼາຍຢ່າງ, ຊ່ວຍບັນເທົາອາການປວດຫົວ, ຊ່ວຍໃນການຜ່ອນຄາຍ, ຮັກສາອາການນອນບໍ່ຫຼັບ ແລະ ເຮັດໃຫ້ລະບົບໜູນວຽນເລືອດໄດ້ດີ, ພຽງແຕ່ຕົ້ມນໍ້າຂີງປະສົມນໍ້າຕານຊາຍແດງກໍ່ຊ່ວຍເຮັດໃຫ້ນອນຫຼັບສະບາຍ.

ໝາກຂີ້ຫູດ: ກີ່ນຫອມຈາກເປືອກໝາກຂີ້ຫູດ ຊ່ວຍຜ່ອນຄາຍຄວາມຕຶງຄຽດ, ເຮັດໃຫ້ສະໝອງປອດໂປ່ງ ແລະ ຊ່ວຍໃຫ້ນອນຫຼັບສະບາຍ.

ຜັກກະເດົາ: ມີທາດເຢັນ ແລະ ຈຶດ ເຊິ່ງຊ່ວຍໃນການຫຼຸດທາດໄຟໃນຮ່າງກາຍໃຫ້ເຢັນລົງ, ຊ່ວຍໃຫ້ນອນຫຼັບໄດ້ງ່າຍຂຶ້ນ. ສາມາດຮັບປະທານເປັນຜັກກັບອາຫານຕ່າງໆໄດ້.

ໝາກນາວ: ກີ່ນຫອມຈາກເປືອກໝາກນາວເປັນຕົວຊ່ວຍທີ່ດີ ເຮັດໃຫ້ນອນຫຼັບສະບາຍ, ເນື່ອງຈາກກີ່ນຂອງໝາກນາວມີສັບພະຄູນກ່ອມປະສາດໃຫ້ຜ່ອນຄາຍຄວາມຕືງຄຽດ ແລະ ຮູ້ສຶກດີຂຶ້ນໄດ້. ກີ່ນຈາກເປືອກໝາກນາວໄປຕຸ້ນຮໍໂມນເຮັດໃນຮ່າງກາຍຜ່ອນຄາຍ ແລະ ນອນຫຼັບດີ. 

ຜັກໜອກ: ມີສັບພະຄູນເຮັດໃຫ້ ສະໝອງຜ່ອນຄາຍ, ຊ່ວຍບໍາລຸງປະສາດ ແລະ ສະໝອງໃຫ້ເຮັດວຽກປົກກະຕິ, ນ້ໍາໃບຜັກໜອກຊ່ວຍຮ່າງກາຍສົດຊື່ນ ເຊິ່ງຊ່ວຍປັບທາດໄຟໃນຮ່າງກາຍໃຫ້ປົກກະຕິ. 

ຜັກອີ່ຮຸມ: ເປັນຜັກທີ່ກີນແຊບ ແຖມຍັງມີປະໂຫຍດທາງດ້ານຢາພື້ນເມືອງທີ່ຊ່ວຍໃຫ້ຜ່ອນຄາຍ, ນໍາມາເປັນອາຫານແຕ່ໃຫ້ຜົນປະໂຫຍດທາງດ້ານສຸຂະພາບ, ສາມາດນໍາເອົາໃບມາບົດເປັນຝຸ່ນບັນຈຸແຄບຊູນ ຫຼື ຊົງຊາດື່ມເຮັດໃຫ້ນອນຫຼັບສະບາຍ. 

ຫອມລາບ: ແຕ່ຊື່ຂອງມັນກໍ່ບົ່ງບອກແລ້ວວ່າເປັນຜັກກັບລາບ, ກອຍຕ່າງໆ, ປະຈຸບັນແມ່ນເຫັນກັບເຝີ ແລະ ເຂົ້າປຽກ. ແຕ່ຜັກຫອມລາບຍັງມີສັບພະຄຸນທາງຢາໂດຍຜ່ານຂະບວນການຮັບປະທານອາຫານ ໂດຍຊ່ວຍດັບທາດໄຟໃນຮ່າງກາຍ ແລະ ຂັບເຫື່ອ ເຮັດໃຫ້ຮ່າງກາຍຜ່ອນຄາຍນອນຫຼັບສະບາຍ.

ການປະກອບສ່ວນ