ດອກຈິນດາພູເຂົາຄວາຍ ພືດຊະນິດໃໝ່ຂອງໂລກທີ່ຄົ້ນພົບໂດຍນັກຄົ້ນຄວ້າຈາກມະຫາວິທະຍາ ໄລແຫ່ງຊາດລາວ ແລະ ສວນພຶກສາຊາດສິງກະໂປ

ຄົ້ນພົບພືດຊະນິດໃໝ່ຈາກປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ພູພຽງນາກາຍ-ນ້ຳເທີນ
ຮູບພາບໂດຍ ພົງໄພບູນ ພອນປະເສີດ, ອອກແບບຮູບໂດຍ: ແກ້ວອຸດອນ ສຸວັນນະກູມມານ

ອາຈານ ພົງໄພບູນ ພອນປະເສີດ ຈາກຄະນະວິທະຍາສາດສີ່ງແວດລ້ອມຂອງມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບ Dr. Michele Rodda ຈາກສວນພຶກສາຊາດສີງກະໂປ ໄດ້ຄົ້ນພົບພືດຊະນິດໃຫມ່ຂອງໂລກ ແລະ ພືດຊະນິດໃໝ່ຂອງລາວ ເຊິ່ງເປັນພືດຈັດຢູ່ໃນຕະກູນດອກຈຳປາ (Apocynaceae), ແຍກອອກຢູ່ກັບຕະກູນຍ່ອຍໃນກຸ່ມດອກຕ້າງ (Asclepiadoidea). ໂດຍພືດຊະນິດໃໝ່ເພີ່ນໄດ້ຕັ້ງຊື່ລາວວ່າ ດອກຈິນດາພູເຂົາຄວາຍ ແລະ ຊື່ລາຕິນ Ceropegia longicaudata Phonep. & Rodda,
“longicaudata”  ເຊິ່ງໝາຍຄວາມວ່າແສກຂອງກິບດອກຍາວ. ອິກຊະນິດໜື່ງເປັນຊະນິດທີ່ພົບຄັ້ງທຳອິດໃນລາວ ເຊິ່ງແຕ່ກ່ອນແມ່ນຄົ້ນພົບຢູ່ປະເທດໄທພຽງປະເທດດຽວ, ມີຊື່ລາຕິນ: Ceropegia cochleata Kidyoo, ເຊິ່ງທັ້ງສອງຊະນິດພົບໃນເຂດພະລານຫີນ ບ່ອນໂລ່ງແຈ້ງ. ເປັນພືດຂະໜາດນ້ອຍ ເຊິ່ງມີຫົວ ຫຼື ເຫງົ້າໃຕ້ດິນ ເພື່ອສະສົມນ້ຳ ແລະ ທາດອາຫານ ເພື່ອເອົາຊິວິດລອດໃນຊ່ວງລະດູແລ້ງ ແລະ ຈະຫງອກງາມ ເພື່ອເກີດດອກ-ໝາກໃນຊ່ວງລະດູຝົນ. ໃນອານາຄົດອາດຈະມີບົດວິໄຈກ່ຽວກັບການຄົ້ນຄວ້າເພື່ອການນຳໃຊ້ແບບຍືນຍົງຂອງພືດສະກຸນນີ້.
ເອກະສານຕົ້ນສະບັບ: Taiwania
ພົງໄພບູນ ພອນປະເສີດ, FB
Michele Rodda, FB

ພົງໄພບູນ

ພົງໄພບູນ

ພົງໄພບູນ

ການປະກອບສ່ວນ