ຊົມເຊີຍ ອາຫານແຊບຫ້ວຍຕຸ່ນ ເມືອງຄຳເກີດ ຊະນະໃຈກຳມະການງານເທດສະການອາຫານທ້ອງຖິ່ນ

ອາຫານ ກໍຄືເອກະລັກຢ່າງໜຶ່ງ ທີ່ບົ່ງບອກເຖິງຄວາມເປັນທ້ອງຖິ່ນ
phakhaolao.la
phakhaolao.la

ເພື່ອເປັນການສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ແລະ ການພັດທະນາວັດທະນະທຳ ທາງດ້ານການກິນ, ການດື່ມ ມີສຸຂະອະນາໄມ ເຮັດໃຫ້ການບໍລິການມີຄຸນນະພາບດີຂຶ້ນ ທັງເປັນການສືບທອດ ອາຫານທີ່ເປັນເອກະລັກຂອງບັນດາເຜົ່າ ທີ່ສືບທອດກັນມາ. ໃນວັນທີ 23 ມີນາ 2021, ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊໄດ້ຈັດເທດສະອາຫານທ້ອງຖິ່ນຂຶ້ນ ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຜູ້ປະກອບການທຸລະກິດ, ເຮືອນພັກ-ຮ້ານອາຫານ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງຄຳເກີດເຂົ້າຮ່ວມ.

ອາຫານ ກໍຄືເອກະລັກຢ່າງໜຶ່ງ ທີ່ບົ່ງບອກເຖິງຄວາມເປັນທ້ອງຖິ່ນ ຊຶ່ງແມ່ນໜຶ່ງສິ່ງທີ່ສ້າງຄວາມໜ້າສົນໃຈ ແລະ ສາມາດດຶງດູດນັກທ່ອງທ່ຽວທີ່ມາຢ້ຽມຢາມ ໃຫ້ຢາກຊິມລົດຊາດຂອງອາຫານ ເເລະ ຢາກຮຽນຮູ້ຄວາມເປັນທ້ອງຖິ່ນ ໂດຍສະເພາະກໍແມ່ນອາຫານທີ່ປຸງແຕ່ງຕາມຕົ້ນສະບັບ ຫຼື ຕາມວິຖີການປຸງແຕ່ງແບບດັ້ງເດີມ ທີ່ສືບທອດກັນມາແຕ່ປູ່ຍ່າຕາຍາຍ ຊຶ່ງແຕ່ລະທ້ອງຖິ່ນກໍມີຄວາມແຕກຕ່າງກັນ ເປັນຕົ້ນແມ່ນການຕົບແຕ່ງໜ້າຕາຂອງອາຫານ, ວັດຖຸດິບ, ສ່ວນປະກອບຕ່າງໆ ທີ່ນໍາມາປຸງແຕ່ງ ລວມເຖິງການເອີ້ນຊື່ເມນູອາຫານ, ແຕ່ສິ່ງໜຶ່ງທີ່ສໍາຄັນຕ້ອງປະຕິບັດດ້ວຍຄວາມເອົາໃຈໃສ່ ນັ້ນກໍຄືຄວາມສະອາດໃນການປຸງແຕ່ງອາຫານໃນທຸກໆຄັ້ງ ແລະ ບົ່ງບອກເຖິງຄວາມອຸດົມສົມບູນຂອງອາຫານລາວທີ່ຄຽງຄູ່ກັບການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະທ້ອງຖິ່ນ.

ສະເພາະເມືອງຄຳເກີດມີ 6 ບ້ານເທດສະບານເມືອງ ແລະ ມີ 10 ຫົວໜ່ວຍທຸລະກິດ ໃນງານເທດສະການມີຮ້ານອາຫານພາຍໃນເມືອງ ເຂົ້າຮ່ວມທັງໝົດມີ 67 ລາຍການ ທີ່ນໍາມາແຂ່ງຂັນ. ໃນນັ້ນ, ມີທັງອາຫານຫວານ ແລະ ອາຫານຄາວ, ທີ່ໄດ້ນໍາວັດຖຸດິບມາປຸງແຕ່ງ ເພື່ອໃຫ້ຄະນະກໍາມະການ ແລະ ມວນຊົນໄດ້ຊິມລົດຊາດອາຫານແບບພື້ນບ້ານ. ແຕ່ລະເມືອງກໍໄດ້ສົ່ງຕົວແທນນຳເອົາເມນູອາຫານເຂົ້າຮ່ວມແຂ່ງຂັນເຊັ່ນ: ເມືອງປາກຊັນ ມີ 3 ເມນູຄື: ເຂົ້າຕົ້ມແຊບເມືອງປາກຊັນ, ເຂົ້າໜົມແຊບເມືອງປາກຊັນ, ແຈ່ວໂອດບອນບ້ານທົ່ງ; ເມືອງວຽງທອງ ມີ 2 ເມນູ: ເອາະໄກ່ໃສ່ໜໍ່ສານ, ເອາະປາສ້ອນ; ເມືອງທ່າພະບາດ ມີ 4 ເມນູ: ທອດປາແຫ້ງ, ເຂົ້າຕົ້ມໝູ, ແກງໜໍ່ຫວາຍ, ຈີ່ໜັງເຄັມແກ້ມເຫຼົ້າຂາວ; ເມືອງບໍລິຄັນມີ 3 ເມນູ: ປີ້ງໄກ່ລາດທາປາແດກ, ແຈ່ວໜໍ່ຫວາຍ, ໝົກປາແດກເຄື່ອງ-ລວກຜັກ; ເມືອງປາກກະດິງ 3 ເມນູ: ກ້ອຍປາ, ແກງປາ, ທອດປາແດກ ແລະ ເມືອງໄຊຈຳພອນມີ 7 ເມນູ: ໝົກປາສ້ອນ, ອອບແອບປາມ້ອມ, ຕົ້ມໄກ່ດູກດໍາໃສ່ຫົວໂສມ, ປີ້ງປາພັບໃສ່ໝາກແຂ່ນ, ເອາະໄກ່ໃສ່ເຂົ້າຂົ້ວ, ຜັກລວກ, ຕົ້ມໜໍ່ໄມ້ຂົມ.

ຜ່ານການຊີມລົດຊາດ ຈາກຄະນະກຳມະການ ສາມາດສະຫຼຸບໄດ້ດັ່ງນີ້: ອາຫານແຊບ ຖືກໃຈຂອງຄະນະກຳມະການ ແລະ ໄດ້ຕາມມາດຖານເງື່ອນໄຂ ອັນດັບ 1 ໄດ້ແກ່: ຮ້ານອາຫານຫ້ວຍຕຸ່ນ ຈາກເມືອງຄຳເກີດ, ອັນດັບ 2 ໄດ້ແກ່ ບ້ານ ສົມສະນຸກ ແລະ ອັນດັບ 3 ໄດ້ແກ່ ເມືອງໄຊຈຳພອນ. ສຳລັບປະເພດລາງວັນ: ທີ 1 ໄດ້ຮັບເງິນສົດ 1 ລ້ານກີບ, ອັນດັບ 2 ໄດ້ຮັບເງິນສົດ 8 ແສນກີບ ແລະ ອັນດັບ 3 ໄດ້ຮັບເງິນສົດ 6 ແສນກີບ.

ຂ່າວ ວິທະຍຸກະຈາຍສຽງແຫ່ງຊາດລາວ

ການປະກອບສ່ວນ