ຈະເຕົ້າໂຮມເອົາສິນຄ້າພາຍໃນ ມາລວມຢູ່ສູນການຄ້າທາດຫຼວງພລາຊາ

ຈຸດປະສົງ ເພື່ອເຮັດໃຫ້ທຸລະກິດຂະຫນາດນ້ອຍ ແລະ ກາງໄປໄດ້ດີຂຶ້ນໃນການມີທຶນມາສະໜັບສະໜຸນມີຕະຫຼາດຈຳໜ່າຍ ແລະ ມີຜູ້ບໍລິໂພກສິນຄ້າ ຈະເຮັດໃຫ້ມີລາຍຮັບ ແລະ ມີວຽກເຮັດງານທຳ
Vientiane Mai
https://v2.vientianemai.net/archives/8264

ເພື່ອເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນ ບໍລິສັດລາວເບັດສຈຳກັດ ແລະ ສະມາຄົມທຸລະກິດແມ່ຍິງລາວ ຈຶ່ງມີແນວຄວາມຄິດຢາກເຕົ້າໂຮມເອົາສິນຄ້າພາຍໃນ ປະເພດເຄື່ອງບໍລິໂພກ ອຸປະໂພກທີ່ປະຊາຊົນບັນດາເຜົ່າຜະລິດຢູ່ແຕ່ລະທ້ອງຖິ່ນມາລວມສູນ ຂາຍຢູ່ຊັ້ນສອງ ສູນການຄ້າທາດຫຼວງພລາຊາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ເຊິ່ງປັດຈຸບັນກຳລັງຈັດຕັ້ງປະຕິບັດ ຄາດວ່າໂຄງການນີ້ຈະໃຫ້ສຳເລັດພາຍໃນທ້າຍປີ 2020.

ທ່ານ ນາງ ລັດສະຫມີ ເວດສະພົງ ປະທານບໍລິສັດ ລາວເບັດສ໌ ຈໍາກັດ ໃຫ້ສໍາພາດວັນທີ 25 ສິງຫາ 2020 ວ່າ: ປັດຈຸບັນບໍລິສັດ ລາວເບັດສ໌ ໄດ້ນໍາເອົາສິນຄ້າຂອງຕົນ ແລະ ປະຊາຊົນມາວາງຈໍາຫນ່າຍຂາຍຢູ່ຊັ້ນ 2 ສູນການຄ້າທາດຫຼວງພລາຊາ ນອກນີ້ ຍັງມີສິນຄ້າໂອທ໋ອບໂອດ໋ອບຈາກປະເທດໄທຈໍານວນຫນຶ່ງມາວາງຂາປະປົນນຳ.

ປັດຈຸບັນ ກໍາລັງກະກຽມສະຖານທີ່ເພື່ອຮອງຮັບສິນຄ້າຂອງລາວແຕ່ພາກເຫນືອຮອດພາກໃຕ້ ທີ່ຫົວຫນ່ວຍທຸລະກິດຂະຫນາດນ້ອຍ ຂະຫນາດກາງ ແລະ ປະຊາຊົນຜະລິດເອງ ມາຈໍາຫນ່າຍຂາຍຕື່ມອີກໃນອະນາຄົດອັນໃກ້ນີ້ ໂຄງການນີ້ໄດ້ຮ່ວມກັບສະມາຄົມທຸລະກິດແມ່ຍິງລາວ ໂດຍການຈັດເຮັດເປັນເຂດຂາຍບໍ່ໃຫ້ປົນເປກັນລະຫວ່າງສິນຄ້າລາວ ແລະ ສິນຄ້າໄທ. ການຈັດຕັ້ງໂຄງການນີ້ຂຶ້ນມາ ເພື່ອເປັນຈຸດແລກປ່ຽນບົດຮຽນນັບແຕ່ຂອດການຜະລິດ ຕະຫຼາດຈໍາຫນ່າຍ ການເຂົ້າຫາແຫຼ່ງທຶນ ແລະ ອື່ນໆ ໂດຍປະຊາຊົນ ແລະ ຫົວຫນ່ວຍທຸລະກິດ ສາມາດມາຈອງຂາຍສິນຄ້າຂອງຕົນເອງ ທີ່ລາຄາເຊົາສະຖານທີ່ຖືກສະເລ່ຍມື້ລະ 10.000 ກວ່າກີບ ແຕ່ມີຄວາມສະດວກຫຼາຍຢ່າງ ບໍ່ວ່າຈະເປັນສະຖານທີ່ມີແອ ຄວາມປອດໄພ ນໍ້າປະປາ ໄຟຟ້າ ຫ້ອງນໍ້າ ບ່ອນຈອດລົດ ແລະ ອື່ນໆ ເຊິ່ງຄາດວ່າການ ກະກຽມໂຄງການນີ້ຈະໃຫ້ສໍາເລັດທ້າຍປີ 2020.

ໂຄງການນີ້ ເປັນໂຄງການຊ່ວຍເຫຼືອຫົວຫນ່ວຍທຸລະກິດດ້ານການຂາຍ ການຜະລິດທີ່ມີຄຸນນະພາບ ແລະ ການເຂົ້າເຖິງແຫຼ່ງທຶນ ໂດຍສະເພາະການແກ້ໄຂຈຸດບົກຜ່ອງ ແລະ ຄວາມຫຍຸ້ງຍາກຂອງຫົວຫນ່ວຍທຸລະກິດທີ່ກໍາລັງປະເຊີນຫນ້າໃນປັດຈຸບັນ ໂດຍສະມາຄົມທຸລະກິດແມ່ຍິງລາວຈະເປັນຜູ້ຊ່ວຍດ້ານບຸຄະລາກອນໃຫ້ ຄວາມຮູ້ແກ່ຫົວຫນ່ວຍທຸລະກິດ ແລະ ເປັນຜູ້ປະສານງານແລ່ນເອກະສານຕ່າງໆລະຫວ່າງພາກລັດ ແລະ ພາກທຸລະກິດ ສ່ວນບໍລິສັດ ລາວເບັດສ໌ຈະເປັນຜູ້ປະສານກັບບັນດາຫົວຫນ່ວຍທຸລະກິດ ເຈົ້າຂອງຜະລິດຕະພັນ ນໍາເອົາສິນຄ້າມາຂາຍຢູ່ສູນການຄ້າທາດຫຼວງພລາຊາ ໂດຍໂຄງການຈະຊອກຫາຈຸດແຂງ ຈຸດອ່ອນຂອງ ຫົວຫນ່ວຍທຸລະກິດ ເພື່ອຈະໄດ້ຊອກຫາທາງອອກນາກັນ ເນື່ອງຈາກປັດຈຸບັນ ພາກລັດມີນະໂຍບາຍຖືກຕ້ອງ ແຕ່ຜູ້ປະກອບການ ຜູ້ຜະລິດສິນຄ້າຍັງເຂົ້າບໍ່ເຖິງ ນະໂຍບາຍດັ່ງກ່າວ ເປັນຕົ້ນ ແຫຼ່ງທຶນດອກເບ້ຍຕໍ່າ ກອງທຶນສົ່ງເສີມທຸລະກິດຂະຫນາດນ້ອຍ ແລະ ກາງ ທີ່ຫຼາຍຫົວຫນ່ວຍທຸລະກິດເຂົ້າບໍ່ເຖິງຍ້ອນມາດຖານຂອງ ເພີ່ນບໍ່ເຫມາະສົມກັບເງື່ອນ. 

ດັ່ງນັ້ນ ພວກເຮົາຈະໄດ້ມາແກ້ໄຂບັນຫານີ້ ເພື່ອເຮັດໃຫ້ທຸລະກິດຂະຫນາດນ້ອຍ ແລະ ກາງໄປໄດ້ດີຂຶ້ນໃນການມີທຶນມາສະໜັບສະໜຸນມີຕະຫຼາດຈຳໜ່າຍ ແລະ ມີຜູ້ບໍລິໂພກສິນຄ້າ ຈະເຮັດໃຫ້ມີລາຍຮັບ ແລະ ມີວຽກເຮັດງານທຳ.
 

ຂ່າວ https://v2.vientianemai.net/archives/8264

ການປະກອບສ່ວນ