ຄະນະບໍລິຫານສູນກາງພັກສະໄໝທີ X ໄດ້ຊຸກຍູ້ປະຊາຊົນເມືອງປາກງື່ມເຮັດການຜະລິດເປັນສິນຄ້າ

ຊຸກຍູ້ການນຜະລິດຂອງພໍ່ແມ່ປະຊາຊົນໃຫ້ກາຍເປັນສິນຄ້າ ແລະ ໂຄສະນາໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ຕື່ມໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢ່າງເຄັ່ງຄັດ
phakhaolao.la
Picture copyright: Vientianemai.net

ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ໃຫ້ສຳພາດວັນທີ 30 ທັນວາ 2020 ວ່າ: ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເຫັນວ່າປະເທດຊາດໄດ້ຮັບພັດທະນາຢ່າງຕໍ່ເນື່ອງໄປຕາມນະໂຍບາຍ ແລະ ແນວທາງຂອງສູນກາງພັກວາງອອກ ກໍຄືມະຕິ X ຂອງກົມການເມືອງສູນກາງພັກ ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ (ນວ) ກຳມະການສູນກາງ ແລະ ກົມການເມືອງສູນກາງພັກ ໄດ້ເອົາໃຈໃສ່ຊີ້ນຳໃກ້ຊິດຕິດແທດຕະຫຼອດມາ ໂດຍໃຫ້ແຕ່ລະເມືອງສູມໃສ່ການຈັດຕັ້ງປະຕິບັດທິດນຳສາມສ້າງ ເປັນຕົ້ນ ການສ້າງບ້ານພັດທະນາ ແລະ ສ້າງເມືອງເຂັ້ມແຂງຮອບດ້ານ ຕິດພັນກບການຜັນຂະຫຍາຍ 6 ສ ຂອງທ່ານເຈົ້າຄອງ ນວ, ພິເສດ ເມືອງປາກງື່ມເປັນເມືອງໜຶ່ງທີ່ນອນໃນ 9 ຕົວເມືອງຂອງ ນວ ເຊິ່ງໃນຂັ້ນພື້ນຖານໄດ້ເອົາໃຈໃສ່ຊີ້ນຳຊຸກຍູ້ສົ່ງເສີມການພັດທະນາພື້ນຖານໂຄງລ່າງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນຮູບປະທຳ ສະແດງອອກການຊຸກຍູ້ປະຊາຊົນຜະລິດກະສິກຳຜັກອິນຊີເປັນສິນຄ້າຢູ່ບ້ານທ່າຊ້າງ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ອັນໄດ້ເປັນຜົນງງານອັນໜຶ່ງປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວ

ເພື່ອສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເມືອງປາກງື່ມໄດ້ເອົາໃຈໃສ່ໂຄສະນາປຸກລະດົມໃຫ້ພໍ່ແມ່ປະຊາຊົນຮັບຮູ້ ເຊື່ອມຊຶມ ແລະ ເຂົ້າໃຈຕື່ມ ຕໍ່ທິດຊີ້ນຳຂອງພັກ-ລັດໃນຕໍ່ໜ້າ ພ້ອມນັ້ນກໍໄດ້ຮັບການຊີ້ນຳຈາກ ນວ ໃຫ້ສຸມໃສ່ສ້າງຂະບວນການອະນາໄມຕາມຖະໜົນຫົນທາງ ເພື່ອໃຫ້ເປັນບ້ານເມືອງສວຍສົດງົດງາມສະອາດງາມຕາ ກາຍເປັນເມືອງໜ້າຢູ່ ຍູ້ແຮງຂະບວນການຕ່າງໆຂອງວິຊາການປິ່ນອ້ອມ ເປັນຕົ້ນວຽກງານປ້ອງກັນຄວາມສະຫງົບ ການຈັດເກັບລາຍຮັບເຂົ້າງົບປະມານ ຊຸກຍູ້ການນຜະລິດຂອງພໍ່ແມ່ປະຊາຊົນໃຫ້ກາຍເປັນສິນຄ້າ ແລະ ໂຄສະນາໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ຕື່ມໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢ່າງເຄັ່ງຄັດ

 

source

ການປະກອບສ່ວນ