ການຂະຫຍາຍຕົວຂອງກຸ່ມກະສິກຳອິນຊີນະຄອນຫຼວງວຽງຈັນ

ກຸ່ມກະສິກຳອິນຊີ ນະຄອນຫຼວງວຽງຈັນຂະຫຍາຍຕົວສາມາດສະໜອງຜົນຜະລິດໄດ້ຫຼາຍກວ່າ 2 ພັນໂຕນ
Phakhaolao.la
phakhaolao. la

ກຸ່ມຜະລິດກະສິກຳອິນຊີ ນະຄອນຫຼວງວຽງຈັນແມ່ນໄດ້ຮັບ ການຊຸກຍູ້ມາແຕ່ປີ 2004 ເປັນຕົ້ນມາ ໂດຍການສົມທົບລະຫວ່າງກົມປູກຝັງກະຊວງກະສິກໍາ ແລະ ປ່າໄມ້ ຂະແຫນງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໂດຍໄດ້ຮັບການສະຫນັບສະຫນູນຈາກໂຄງການສົ່ງເສີມກະສິກຳອິນຊີ ແລະ ການຕະຫຼາດ ໄດ້ຈັດຕັ້ງປະຕິບັດຢູ່ 4 ເມືອງເປົ້າຫມາຍຂອງນະຄອນຫຼວງວຽງຈັນ, ຮູບແບບການສົ່ງເສີມດັ່ງກ່າວ ແມ່ນມີລັກສະນະຄອບຄົວຕົວແບບ.

ມາຮອດປີ 2006 ຈຶ່ງໄດ້ສັ່ງຕັ້ງເປັນກຸ່ມ ໃນເບື້ອງຕົ້ນປະກອບມີ 15 ຄອບຄົວ ເນື້ອທີ່ 2,5 ເຮັກຕາ,ປະຈຸບັນກຸ່ມຜະລິດກະສິກຳອິນຊີ ນະຄອນຫຼວງວຽງຈັນ ໄດ້ມີບາດກ້າວການຂະຫຍາຍຕົວ ແລະ ນັບມື້ນັບເຂັ້ມແຂງເພີ່ມຂຶ້ນ. 

ທ່ານ ທອງໄຊ ເພັດນະຄອນສີ ປະທານກຸ່ມຜະລິດກະສິກໍາອິນຊີ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກຮາກຖານພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ກຸ່ມຜະລິດກະສິກໍາ ນະຄອນຫຼວງວຽງຈັນ ນັບແຕ່ມື້ສ້າງຕັ້ງ ໃນປີ 2006 ໄດ້ມີ 5 ບ້ານ 15 ຄອບຄົວ ຄື: ກຸມໂຄກຊາຍ ເມືອງຫາດຊາຍຟອງ ກຸ່ມໂນນແຕ້ ເມືອງໄຊທານີ ກຸ່ມຫນອງດາເມືອງສີໂຄດຕະບອງ ກຸ່ມຊຽງດາ ແລະ ນາສາງໄຜເມືອງ ໄຊເສດຖາ ແລະ ໄດ້ເລີ່ມຈັດຕະຫຼາດນັດກະສິກໍາອິນຊີເດີ່ນທາດຫຼວງເດືອນລະຄັ້ງ ຜົນຜະລິດສ່ວນຫຼາຍແມ່ນບໍ່ໄດ້ຂາຍ ຍັງເປັນລັກສະນະໂຄສະນາໃນໄລຍະນັ້ນໂຄງການໄດ້ຊ່ວຍຈ່າຍຄ່ານ້ຳມັນລົດໃນການຂົນສົ່ງພືດຜັກມາຂາຍ.

ຈ່າຍອັດຕາການກິນພ້ອມທັງສະໜັບສະໜຸນໂຕະຕັ່ງ ແລະ ເຕັ້ນເພື່ອອຳນວນຄວາມສະດວກໃຫ້ສະມາຊິກ ພ້ອມນັ້ນທາງພາກລັດກໍໄດ້ລະດົມພະນັກງານຊື້ຊ່ວຍ ໂດຍສະເພາະພະແນກກະສິກຳ ແລະ ປ່າໄມ້ ກະສິກຳເມືອງອົງການປົກຄອງເມືອງ ແລະ ພະນັກງານໂຄງການ

ສະເພາະໄລຍະ 5 ປີຜ່ານມາ (2015-2019) ກຸ່ມຜະລິດກະສິກຳອິນຊີນະຄອນຫຼວງວຽງຈັນມີບາດກ້າວຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ ເມື່ອທຽບໃສ່ໃນເມື່ອກ່ອນ ມາຮອດປະຈຸບັນມີ 12 ກຸ່ມນ້ອຍ ມີສະມາຊິກຊາວສວນທັງຫມົດ 303 ຄອບຄົວ ເນື້ອທີ່ 329 ເຮັກຕາ ຜົນຜະລິດ 2.874 ໂຕນຕໍ່ປີ ໃນນັ້ນ ເມືອງຫາດຊາຍຟອງມີ 2 ກຸ່ມຄື: ກຸ່ມໂຄກຊາຍ, ຫາດຊາຍຟອງເຫນືອ 19 ຄອບຄົວ ເນື້ອທີ່ 7,12 ເຮັກຕາ; ເມືອງໄຊເສດຖາ 2 ກຸ່ມ ຄື: ກຸ່ມຊຽງດາ ແລະ ນາສາງໄພ 24 ຄອບຄົວ ເນື້ອທີ 14,39 ເຮັກຕາ; ເມືອງສີໂຄດຕະບອງມີ 2 ກຸ່ມ ຄື: ກຸ່ມຫນອງດາ ແລະ ກຸ່ມ ຈໍາປາ 22 ຄອບຄົວ ເນື້ອທີ່ 21,59 ເຮັກຕາ; ເມືອງໄຊທານີ ມີ 4 ກຸ່ມຄື: ໂນນແຕ ສົມສະຫວັນ ທົ່ງມັ່ງ ແລະ ກຸ່ມ ປາກຊາບໃຫ່ມ 120 ຄອບຄົວ ເນື້ອທີ່ 160,2 ເຮັກຕາ; ເມືອງນາຊາຍທອງມີ ກຸ່ມໂພນແກ້ວ 7 ຄອບຄົວ ເນື້ອທີ່ 5,84. ເຮັກຕາ ແລະ ເມືອງປາກງື່ມ ກຸ່ມທ່າຊາງ 111 ຄອບຄົວ ເນື້ອທີ່ 120 ເຮັກຕາ.

ສໍາລັບການປູກພືດລະດູຝົນໄດ້ມີການຂະຫຍາຍຈໍານວນເຮືອນຮົ່ມປູກພືດຜັກຂອງກຸ່ມກະສິກຳອິນຊີ ນະຄອນຫຼວງວຽງຈັນໄດ້ທັງຫມົດ 400 ກ່ວາຫຼັງ ເຊິ່ງການປະກອບອາຊີບກະສິກໍາອິນຊີໄດ້ ພັດທະນາຊີວິດການເປັນຢູ່ຂອງ ປະຊາຊົນກໍຄື ສະມາຊິກກຸ່ມຜະລິດພືດຜັກອິນຊີ ມີລະດັບການດໍາລົງຊີວິດທີ່ດີຂຶ້ນ ຖ້າທຽບໃສ່ເມື່ອກ່ອນຈາກຄອບຄົວທຸກຍາກຂາດເຂີນກາຍເປັນຄອບຄົວມີຢູ່ມີກິນ ແລະ ມີເງິນສະສົມໄວ້ໃນຍາມຈຳເປັນ, ສາມາດຫຼຸດພົ້ນຈາກຄອບຄົວທຸກຍາກໄດ້ ກາຍເປັນຄອບຄົວມີຢູ່ມີກິນ. ມາເຖິງປັດຈຸບັນຫຼາຍຄອບຄົວມີລົດໃຫຍ່ ລົດຮຸນໄດ ແກ່ພືດຜັກມາຂາຍຕະຫຼາດອິນຊີຮັບໃຊ້ໃນຄອບຄົວ ແລະ ອື່ນໆ.

ເຖິງຢ່າງໃດກໍຕາມຕໍ່ກັບຜົນສໍາເລັດ ແລະ ຫມາກຜົນທີ່ສະມາຊິກພາຍໃນກຸ່ມໄດ້ຮັບນັ້ນ ແມ່ນຍ້ອນການນໍາພາຂອງພັກ ແລະ ລັດ ແຕ່ຂັ້ນເທິງຮອດຂັ້ນພື້ນຖານການຜະລິດໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ລົງເລິກກຸ່ມກະສິກຳອິນຊີ ນອກນັ້ນກໍຍັງມີໂຄງການ ການລົງທຶນຂອງລັດ ແລະ ສາກົນທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸອຸປະກອນເຕັກນິກວິຊາການຈາການເລີ່ມຕົ້ນຈົນຮອດປະຈຸບັນ.

ຂ່າວ: ໜັງສືພິມວຽງຈັນໃໝ່

ການປະກອບສ່ວນ