ງົວແດງ / Banteng

ການນຳໃຊ້
ອາຫານ
ສີນຄ້າ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Bos javanicus d'Alton, 1823 / Bovidae
ຊື່ພ້ອງ
Bos lowi Richard Lydekker (1912)
Bos birmanicus Richard Lydekker (1898)
ຊື່ອື່ນ
ລາວ: ງົວແດງ ແລະ ງົວປ່າ.
German: Banteng ແລະ Sunda-Ochse.
English: Banteng ແລະ Tembadau
French: Banteng ແລະ Tembadau
Thai: ງົວແດງ
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

  ຫົວ ແລະ ລຳໂຕຍາວ: 240-280 ຊມ. ຫາງ ຍາວ: 60-85 ຊມ.  ໃຫຍ່ກວ່າງົວບ້ານຫຼາຍ, ແຕ່ໂຕແມ່ນ້ອຍກວ່າໂຕຜູ້ມີເຂົ້ານ້ອຍກວ່າ, ລຳໂຕມີສີຄ້ຳເຂັ້ມ ດັ່ງນັ້ນໂຕຜູ້ທີ່ແກ່ແລ້ວອາດເປັນສີດຳເກືອບໝົດ, ແຕ່ລະໂຕມີລັກສະນະສວຍງາມແຂງແຮງ, ມີສີຂາວຢູ່ກົ້ນ, ດັງ, ຂາງທັງ 4 ຂ້າງແຕກຕ່າງກັນຢ່າງຊັດເຈນ ແລະ ຂາກ້ອງຫົວເຂົ່າເປັນສີຂາວ, ກົກຂາຂອງໂຕຜູ້ບໍ່ມີຂົນ. ລຳໂຕຍາວປະມານ 190-255 ຊມ, ຫາຍາວ 56-70 ຊມ, ສູງປະມານ 155-165 ຊມ ແລະ ມີນ້ຳໜັກປະມານ 600-800 ກິໂລກຼາມ
    ອຸປະນິໄສ: ເປັນສັດທີ່ຫາກິນກາງຄືນ, ອອກຫາກິນແຕ່ຄ່ຳຈົນຮອດເຊົ້າ ແລະ ມີການປັບໂຕຕໍ່ການລ່າ, ປາກົດຢູ່ເປັນກຸ່ມໆ 5-25 ໂຕ, ອາໄສຢູ່ຕາມຟຸ່ມໄມ້ໃຫຍ່ໃນເວລາກາງວັນ, ມັກຢູ່ຕາມປ່າໂລ່ງ ຫຼື ທົ່ງຫຍ້າ, ມັກກິນດິນປົ່ງ ຫຼື ດິນເຄັມ, ບໍ່ມັກຢູ່ຂີ້ຕົມ, ເປັນສັດທີ່ມັກຄວາມສະຫງົບ ບໍ່ຮ້າຍ ແລະ ມີຫົວໜ້າຝູງເປັນເພດແມ່.
    ຖິ່ນອາໄສ: ອາໄສຢູ່ໃນປ່າຫຍ້າໃນປ່າປະສົມປ່ຽນພັນໃບທີ່ແຫ້ງ, ໃນປ່າໄມ້ປະສົມຊົ່ວຄາວທາງພາກໃຕ້ຂອງ ສປປ ລາວ. ປະຈຸບັນເປັນສັດທີ່ຫາຍາກອາດມີແນວໂນ້ມເປັນສັດທີ່ສູນພັນແຫ່ງຊາດ.
    ອາຫານ: ມັກກິນຫຍ້າອອ່ນ, ໃບໄຜ່ອ່ອນ, ໝາກໄມ້ປ່າ, ໃບໄມ້, ພືດອ່ອນ ແລະ ດອກໄມ້ປ່າບາງຊະນິດ
    ສະພາບການອະນຸລັກ: IUCN: ໃກ້ຈະສູນພັບໃນລະດັບໂລກ

ການສຶບພັນ ແລະ ວົງຈອນຊີວິດ

ໂຕເຕັມທີ່ພ້ອມປະສົມພັນແມ່ນມີອາຍຸປະມານ 2 ປີ, ຖືພາເປັນເວລາ 8-10 ເດືອນ, ອອກລູກພຽງ 1 ໂຕ, ຍ່ານົມຕອນອາຍຸ 9 ເດືອນ ຫຼັງຈາກນັ້ນແມ່ຈະຮ້ອງ ແລະ ພ້ອມປະສົມພັນອີກຄັ້ງ. ອາຍຸຍືນສະເລ່ຍປະມານ 30 ປີ.

ການປະກອບສ່ວນ