ຄວາຍປ່າ / Wild Water Buffalo

ການນຳໃຊ້
ອາຫານ
ສີນຄ້າ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Bubalus arnee (Kerr, 1792) / Bovidae
ຊື່ພ້ອງ
Bubalis bubalis migona, Paul E. Pieris Deraniyagala (1953)
Bubalus bubalus septentrionalis, Paul Matschie (1912)
Bos bubalus var. fulvus, William Thomas Blanford (1891)
Bubalus arna var. macrocerus, Brian Houghton Hodgson (1842)
Bubalus arna, Brian Houghton Hodgson (1841)
Bos arni Hamilton Smith (1827)
ຊື່ອື່ນ
German: Wasserbüffel
English: Asian buffalo, Asiatic buffalo, Indian buffalo, Indian water buffalo, Water buffalo, Wild Asian buffalo ແລະ Wild water buffalo.
French: Buffle d'eau ແລະ Buffle de L'Inde.
Thai: ຄວາຍປ່າ
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

  ຈຳພວກງົວຄວາຍ ແລະ ເຍືອງ - Wild Cattle and Goats Menu Bovidae.
    ມີການກຳນົດຕະກຸນຢ່າງຊັດເຈນ, ມີຄຸນລັກສະນະພິເສດຄືມີເຂົາທີ່ຖາວອນຢູ່ແກນກະດູກດ້ານໜ້າ ສັດເຫລົ່ານີ້ເກີດມີເຂົາໃນໂຕຜູ້, ແຕ່ລະຊະນິດຈະແຕກຕ່າງກັນໃນໂຕແມ່ບາງຊະນິດຈະເລີນເຕີບໂຕ ເທົ່າກັນ, ບາງຊະນິດຈະເລີນເຕີບໂຕໜ້ອຍ ແລະ ບາງຊະນິດກໍຈະບໍ່ມີເລີຍ. ໃນຕະກຸນນີ້ປະກອບດ້ວຍໂອງມັ່ງ, ງົວ, ຄວາຍ, ແກະ ແລະ ເຍືອງ, ແມ່ນສັດທີ່ມີເຂົາເປັນຜົ້ງທາງໃນ. ໃນນີ້ ງົວ, ຄວາຍ ແລະ ໂອງ ມັ່ງ ທີ່ເປັນໂຕແທນຢູ່ໃນ ສປປລາວ. ທົ່ວໂລກມີ 114 ຊະນິດ, 48 ສະກຸນ. ໃນ ສປປລາວມີ 7 ຊະນິດຈາກ 5 ສະກຸນ.
ຄວາຍປ່າ/Wild Water Buffalo (Bubalus arnee)
    ຫົວ ແລະ ລຳໂຕ ຍາວ: 240-280 ຊມ.  ຫາງ ຍາວ: 60-85 ຊມ. ຄວາຍປ່າຄ້າຍຄືກັນກັບຄວາຍບ້ານ, ແຕ່ວ່າການເຄື່ອນທີ່ຂອງມັນໄວກວ່າຫຼາຍ, ແຕ່ວ່າມັນຮ້າຍກວ່າ ແລະ ໃຫຍ່ກວ່າ. ຄວາມໂຄ້ງຂອງເຂົາເກືອບວ່າເທົ່າກັນ ແລະ ແຜ່ອອກກວ້າງ. ສັດທຸກໆໂຕມີສີຂີ້ເທົ່າປົນສີນ້ຳຕານເຂັ້ມບໍ່ຄືກັບສັດທີ່ມີສີບົວ ແລະ ສີຂາວນັ້ນເປັນ ລັກສະນະລວມຂອງຝູງສັດລ້ຽງ. ສັດລ້ຽງອາດມີຄວາມເປັນອິດສະຫຼະໃນລະຍະທາງທີ່ໄກຈາກບ້ານເຂົ້າໄປສູ່ບໍລິເວນກວ້າງໃຫຍ່ໄພສານ. ມີຂາຍາວສີຂີ້ເທົ່າ ຫຼື ສີຂາວ.
    ອຸປະນິໄສ: ເປັນສັດທີ່ອອກຫາກິນໃນຕາເວັນໄກ້ຈະຂຶ້ນ. ຫາກິນຫຍ້າໃນຍາມທີ່ມີອາກາດເຢັນ, ໃນເວລາທີ່ມີອາກາດຮ້ອນແມ່ນຢູ່ໃນຮົ່ມ ຫຼື ເກືອກຕົມ, ຕາມປົກະຕິເປັນສັດທີ່ຢູ່ງຽບ.
    ຖິ່ນອາໄສ: ມັກຢູ່ໃນປ່າທີ່ໂລ່ງ ແລະ ໃນບໍລິເວນບຶງທີ່ຕ່ຳໃນພາກໃຕ້ ຂອງ ສປປ ລາວ. ຂໍ້ມູນໃນປະຈຸບັນບໍ່ມີ; ອາດສູນພັນໄປແລ້ວ.
    ສະພາບການອະນຸລັກ: IUCN: ໄພຂົ່ມຂູ່ ແລະ ໃກ້ຈະສູນພັນ

ການປະກອບສ່ວນ