ໂອງມັ່ງ / Eld's Deer

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Rucervus eldii (McClelland, 1842) / Cervidae
ຊື່ພ້ອງ
Cervus eldii (M'Clelland, 1842)
Rucervus eldii (Thomas, 1918)
Panolia eldi McClelland, 1842
ຊື່ອື່ນ
German: Leierhirsche ແລະ Thamin
English: Brow-antlered deer, Eld's deer ແລະ Thamin
French: Cerf d'Eld
Thai: ລະອົ້ງລະມັ້ງ
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

    ຫົວ ແລະ ລຳໂຕ ຍາວ: 150-180 ຊມ. ຫາງ ຍາວ: 22-25 ຊມ. ເປັນກວາງທີ່ມີຂະໜາດກາງ ສ່ວນເທິງຂອງລໍາໂຕມີສີນ້ຳຕານແດງ ແລະ ສ່ວນລຸ່ມຂອງລໍາໂຕມີສີຂາວ. ໃນໂຕຜູ້ອາດມີຂົນເປັນແຜງຢູ່ຄໍ, ມີລາຍອ້ອມຄໍ ແລະ ຫົວ. ຮູບຮ່າງຂອງກິ່ງເຂົາ (ເປັນຮູບຊົງສວຍງາມ) ມີລັກສະນະຄືຂົນຄິ້ວແຫລມໂຄ້ງທີ່ລໍາຂອງເຂົາ, ດັ່ງນັ້ນຮູບຮ່າງທາງນອກຂອງກິ່ງເຂົາປະກົດເປັນຮູບຮ່າງຄືກັບຫົວເຮືອ ໂຕນ້ອຍມີລາຍເປັນຈຸດແໜ້ນໜາ, ລະດູການຂະຫຍາຍພັນເດືອນ ກຸມພາເຖິງເດືອນເມສາ.
    ອຸປະນິໄສ: ສ່ວນຫຼາຍມັກຢູ່ເປັນຝູງໃຫຍ່, ໂດຍທົ່ວໄປມັກອາໄສຢູ່ຕາມປ່າໂຄກ, ປ່າໂປ່ງ ຫຼື ທົ່ງຫຍ້າໃກ້ແຫຼ່ງນ້ຳ, ກິນຫຍ້າສູງແຄມບຶງ ແລະ ແຄມຫນອງ, ແລ່ນໄດ້ໄວ. ມັກຢູ່ເຂດປ່າໂຄກບໍ່ຕຶບຫນາ, ຕອນກາງເວັນໃນເວລາອາກາດຮ້ອນ ພວກມັນຈະມັກລົບຢູ່ຮົ່ມໃຕ້ຕົ້ນໄມ້ແຄມປ່າ, ໂຕຜູ້ທີ່ມີຂະໜາດໃຫຍ່ຈະຮ້ອນກວ່າໝູ່.
    ຖິ່ນອາໄສ: ຈຳກັດໃນເຂດພື້ນທີ່ເຂດພາກກາງຂອງ ສປປ ລາວ ແຕ່ກ່ອນບໍ່ຄ່ອຍແຜ່ຫລາຍ, ແຕ່ຍັງມີປະຊາກອນທີ່ເຫລືອຢູ່ສອງບ່ອນ ຄື: ແຂວງສະຫວັນນະເຂດ ແລະ ເຂດຕາເວັນຕົກສຽງໃຕ້ຂອງ ແຂວງຈໍາປາສັກ.
    ອາຫານ: ນິໄສການກິນອາຫານຂອງພວກໂອງມັ່ງຄ້າຍກັບງົວ-ຄວາຍ, ປົກກະຕິມັກກິນຫຍ້າ ແລະ ໝາກໄມ້ຕ່າງໆ, ຕາມປ່າໂປ່ງ ຫຼື ທົ່ງຫຍ້າ, ບໍ່ຄ່ອຍມັກກິນໃບໄມ້ປານໃດ
    ສະພາບການອະນຸລັກ: IUCN:ໃກ້ຈະສູນພັນໃນລະດັບໂລກ

ການສຶບພັນ ແລະ ວົງຈອນຊີວິດ

ລະດູປະສົມພັນຂອງໂອງມັ່ງຕາມທຳມະຊາດພົບຢູ່ໃນຊ່ວງເດືອນກຸມພາ ຫາເດືອນເມສາ, ສ່ວນລະມັງທີ່ລ້ຽງຢູ່ຕາມສ່ວນສັດຕ່າງໆມັກບໍ່ມີລະດູປະສົມພັນແນ່ນອນ ແຕ່ສ່ວນຫຼາຍຈະຢູ່ໃນຊ່ວງເດືອນພຶດສະພາ ຫາເດືອນ ມິຖຸນາ, ໄລຍະຖືພາ 240-244 ວັນ, ອອກລູກຄັ້ງລະ 1 ໂຕ, ລູກເກີດໃໝ່ຈະມີລາຍຈຸດສີຂາວຕາມຕົນໂຕ ເມື່ອໃຫຍ່ຂຶ້ນຈະຄ່ອຍຈ່າງຫາຍໄປ ແຕ່ໂຕແມ່ບາງໂຕຍັງມີຈຸດສີຂາວຈ່າງໆໃຫ້ເຫັນຈົນໃຫຍ່, ໄວຈະເລີນພັນຂອງໂຕຜູ້ປະມານ 1 ປີຂຶ້ນໄປ ແລະ ໂຕແມ່ປະມານ 2 ປີຂຶ້ນໄປ.

ການປະກອບສ່ວນ