ອ້ອຍດຳ / Brown Sugar Cane

ຊະນິດຮ່ວມ
ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Saccharum sinense Roxb. / Graminae
ຊື່ພ້ອງ
Saccharum aegyptiacum var. sinense (Roxb.) Andersson
Saccharum barberi Jeswiet
Saccharum officinarum subsp. barberi (Jeswiet) Burkill
Saccharum officinarum subsp. sinense (Roxb.) Burkill
Saccharum spontaneum var. sinense (Roxb.) Andersson
ຊື່ອື່ນ
ໄທ: ອ້ອຍດຳ, ອ້ອຍແດງ, ອ້ອຍຂົມ ແລະ ອ້ອຍຕາແດງ
ຊື່ສາມັນ: sugar cane
ຈີນ: 竹蔗
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພື້ດລົ້ມລຸກສູງປະມານ 2-3 ແມັດ, ມັກຂຶ້ນເປັນສຸ່ມ. ລຳຕົ້ນແຂງແຮງ, ມີລັກສະນະຄ້າຍກັບອ້ອຍທົ່ວໄປ ແຕ່ຈະມີສີມ່ວງແດງຫາສີດຳ, ມີໄຂສີຂາວປົກຄຸມ, ບໍ່ແຕກກິ່ງກ້ານ, ລຳຕົ້ນກົມຍາວເຫັນຂໍ້ ແລະ ປ້ອງຊັດເຈນ, ປ້ອງອາດຈະຍາວ ຫຼື ສັ້ນ, ຜິວລຽບມັນ, ເປືອກສີແດງອົມມ່ວງ. ຕາອອກຕາມຂໍ້. ເນື້ອອ່ອນ, ອົມນ້ຳ, ເປືອກມີຣົດຊາດຂົມ, ນ້ຳມີລົດຊາດບໍ່ຫວານຫຼາຍຄືກັບອ້ອຍທົ່ວໄປ. ມັກມີຮາກອາກາດກະຈາຍຕາມຂໍ້. ໃບດ່ຽວ, ອອກບໍລິເວນຂໍ້, ຈັບຮຽງສະຫຼັບ ຫຼົ່ນງ່າຍຈຶ່ງພົບສະເພາະປາຍຍອດ ໂດຍມີກາບໃບໂອບຫຸ້ມຂໍ້ຢູ່, ໃບຮູບຂອບຂະໜານຮຽວຍາວ ຫຼື ຮູບແຖບ, ກວ້າງ 2.5-5 ຊມ, ຍາວ 100-150 ຊມ, ໂຄນໃບໂອບຫຸ້ມລຳຕົ້ນ, ຂອບເປັນວັກນ້ອຍ ແລະ ຄົມ, ປາຍແຫຼມ, ມີຂົນຄາຍຊາກຊາຢູ່ຜິວໃບທັງສອງດ້ານ, ແຜ່ນໃບມີສີມ່ວງເຂັ້ມ, ມີໄຂສີຂາວປົກຄຸມຢ່່າງໜາແໜ້ນ, ເສັ້ນກາງໃບໃຫຍ່ ມີລັກສະນະເປັນຮ່ອງບໍລິເວນເຄິ່ງກາງ, ສີຂາວ ແລະ ມີຂົນ. ຊໍ່ດອກແບບກະຈ່າງ, ອອກບໍລິເວນປາຍຍອດ, ຍາວ 40-80 ຊມ, ລຳຕົ້ນຈະອອກດອກເມື່ອແກ່ເຕັມທີ່. ດອກຍ່ອຍຈຳນວນຫຼາຍ, ຈັບຢູ່ຖານດອກດຽວກັນ, ສີຂາວຄີມ ແລະ ມີຂົນຍາວ. ໝາກເປັນໝາກແຫ້ງ, ຂະໜາດນ້ອຍ. ແກ່ນເມື່ອແກ່ຈະປິວໄປຕາມລົມໄດ້ງ່າຍ

ບັນຍາຍການນຳໃຊ້

ອາຫານ:

  • ນ້ຳອ້ອຍ: ສາມາດນຳມາດື່ມໄດ້

ສະພະຄຸນ: 

  • ລຳຕົ້ນຕົ້ນ (ສົດ ແລະ ແຫ້ງ): ຊ່ວຍຂັບປັດສະວະ, ຊ່ວຍລະລາຍນິ້ວ, ແກ້ໄອ, ຄໍແຫ້ງ, ແກ້ໄຂ້ ແລະ ແກ້ອາການຂາດນ້ຳໄດ້. ຕຳລາພື້ນບ້ານໃຊ້ລຳຕົ້ນຮັກສາແຜພຸພອງ, ຮັກສາພະຍາດງູກັດ ແລະ ຊ່ວຍຂັບປັດສະວະ.
  • ແກ່ນ: ຕົ້ມດື່ມເປັນຢາອາຍຸວັນນະ, ຟອກເລືອດ, ແກ້ຊ້ຳບວມ, ແກ້ເບົາຫວານ, ແກ້ໄອ ແລະ ຊ່ວຍຂັບເສມຫະ
  • ເປືອກຕົ້ນ: ມີຣົດຫວານຂົມຮັກສາຕານເຕັ້ມ, ແຜເນົ່າເປືອຍ ແລະ ແຜກົດທັບ. ນຳໄປຕາກແດດ ຫຼື ແອນໄຟໃຫ້ແຫ້ງແລ້ວບົດເປັນຜົງຊົງກັບນ້ຳອຸ່ນໃຊ້ຊົງບ້ວນປາກເພື່ອຮັກສາແຜຈາກອາການຮ້ອນໃນ.
  • ຊານອ້ອຍ ຫຼື ເສດຈາກລຳຕົ້ນ: ມີຣົດຫວານຊ່ວຍຮັກສາແຜາ/່ຊຳເຮື້ອ, ແກ້ຝີອັກເສບ ແລະ ບວມ
  • ນ້ຳອ້ອຍ: ມີຣົດຊາກຫວານຂົມຊ່ວຍແກ້ຮ້ອນໃນ, ຊ່ວຍຂັບປັດສະຫວະ, ຂັບເສມຫະ, ແກ້ຫືດ, ໄອ, ແກ້ວຽນຫົວປວດຮາກ, ແກ້ໄຂ້, ແກ້ປັດສະວະພິການ, ໝາກໄຂ່ຫຼັງພິການ, ໜອງໃນ, ຂັບນີ້ວ, ແກ້ຊ່ຳຣົວ, ແກ້ທ້ອງພູກ, ບຳລຸງກະເພາະອາຫານ, ແກ້ຂັດເບົາ, ບຳລຸງທາດ, ແກ້ສະອຶກ, ແກ້ເມົາຄ້າງ, ທ້ອງຜູກ, ຮັກສານິ້ວ, ບຳລຸງກຳລັງ, ເຮັດໃຫ້ຈະເລີນອາຫານ ແລະ ຈະເລີນທາດ, ຮັກສາຕາມົວຟາງ, ເລືອດດັງໄຫຼ່, ແກ້ອາການອ່ອນເພຍ ແລະ ຂັບລົມຜາຍ. ນອກຈາກນີ້ຍັງມີສັບພະຄຸນຊ່ວຍບຳລຸງຫົວໃຈ, ຈັດເປັນຢາເຢັນເຮັດໃຫ້ຊຸ່ມຄໍ ແລະ ຮັກສາແຜຈາກອາການຮ້ອນໃນ.
  • ຕາ: ມີຣົດຊາດຫວານຂົມຊ່ວຍແກ້ຕົວຮ້ອນ, ແກ້ພິດຕານຊາ, ບຳລຸງທາດນ້ຳ, ບຳລຸງກຳລັງ ແລະ ຂັບປັດສະວະ
  • ຮາກ: ຮັກສາໄສ້ໃຫຍ່ແຕກພິການ, ແກ້ວຽນຫົວໜ້າມືດຕາລາຍ, ເຈັບຫົວ, ເຈັບຫຼັງເຈັບເອວ, ທ້ອງອືດ, ບຳລຸງກຳລັງ, ບຳລຸງເລືດ, ຮັກສາອາການອ່ອນເພຍ, ຮັກສາເລືອດລົມ, ແກ້ອາການເຈັບກະດູກ ແລະ ກ້າມເນື້ອ.

ສ່ວນປະກອບທາງເຄມີ: ຈາກການສຶກສາອົງປະກອບເຄມີໃນສວ່ນຕ່າງໆພົບວ່າມີສານສຳຄັນຫຼາຍຊະນິດເຊັ່ນ: 

  • ລຳຕົ້ນ: ພົບ aicohols ແລະ asparagine 
  • ຮາກ: ພົບສານ nitrogenase
  • ນ້ຳອ້ອຍ: ພົບສານ calcium, caffeic acid, vitexin, magnesium, ແລະ potassium 
  • ໃບ: ພົບສານ 5,7,-Dimethyl-apigenin-4-O-B-D-glycoside 
  • ດອກ: ພົບສານ 5-O-Methyl apigenin
  • ໄຂເປືອກ: ພົບສານ policosanol
ການປະກອບສ່ວນ