ງູກ່ານປ້ອງ / Laos Wolf Snake

ຊະນິດຮ່ວມ
ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Lycodon laoensis Günther, 1864 / Colubridae
ຊື່ພ້ອງ
Ophites laoensis - Zhao & Adler, 1993
ຊື່ອື່ນ
Thai: ງູກ້ານປ່ອງນວນລາວ
English: Laos Wolf Snake, Indochinese wolf snake, Yellow-barred wolf snake ແລະ Laotian wolf snake.
Chinese: 老挝白环蛇
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

        ເປັນງູບໍ່ມີພິດຊະນິດໜຶ່ງທີ່ຄົນມັກເຂົ້າໃຈຜິດວ່າເປັນງູມີພິດ, ລຳໂຕກົມ ເພາະກະດູກສັນຫຼັງບໍຍົກຂຶ້ນ, ດ້ານຫຼັງມີສີນ້ຳຕານເຂັ້ມ ຫຼື ສີດຳ, ມີແຖບສີເຫຼືອງຂັ້ນເປັນປ້ອງສາມາດເຫັນໄດ້ຊັດເຈນບໍລິເວນລຳໂຕດ້ານເທິງ, ດ້ານຂ້າງແຖບສີເຫຼືອງຈະແຍກອອກເປັນ 2 ສ່ວນ, ທ້ອງມີສີຂາວ. ໂຕເຕັມໄວຍາວໄດ້ຮອດ 50 ຊມ. ຫົວມີລັກສະນະແປ ແລະ ນ້ອຍ, ຕານ້ອຍ.
       ຖິ່ນອາໄສ: ສາມາດພົບໄດ້ໃນປ່າທົ່ວໄປທັງປ່າດົງດິບ ແລະ ປ່າປ່ຽນໃບ, ສາມາດພົບໄດ້ຕະຫຼອດປີ.
       ນິໄສ: ຊອກຫາກິນຕາພື້ນດິນເວລາກາງຄືນ ໂດຍກິນຈີຈ້ຽມ ແລະ ຈິງລີດ ຫຼື ຂຽດເປັນອາຫານ, ສ່ວນກາງວັນມັບຫຼົບພັກຢູ່ກ້ອງຂອນໄມ້ ຫຼື ໃບໄມ້ທັບຖົ່ມກັນ

ບັນຍາຍການນຳໃຊ້

ອາຫານ:
    ຊີ້ນ: ມີບາງທ້ອງຖິ່ນເຂດນອກໃຊ້ຮັບປະທານໄດ້ແຕ່ບໍນິຍົມ.
ປະໂຫຍດ:
    ມີຄວາມສຳຄັນໃນການປັບຄວາມສົມດູນຂອງລະບົບນິເວດ
    ມີຄວາມສຳຄັນໃນລະບົບຕ່ອງໂສ້ອາຫານໃນທຳມະຊາດ ເນື່ອງຈາກຊ່ວຍໃນການຈັບກິນແມງໄມ້ ຫຼື ສັດຕູພືດບໍ່ໃຫ້ມີປະລິມານຫຼາຍເກີນໄປ
ສັດລ້ຽງ:
    ເນື່ອງຈາກເປັນງູທີ່ບໍ່ມີພິດ ແລະ ມີລາຍລຳຕົວທີ່ສົດໃສສວຍງາມຈຶ່ງຖືກນຳມາລ້ຽງເປັນສັດລ້ຽງ (ແຕ່ບໍ່ນິຍົມ)

ການປະກອບສ່ວນ