ທະນີແກ້ມຂາວ / White-checked Crested Gibbon

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Nomascus leucogenys (Ogilby, 1840) /Hylobatidae
ຊື່ພ້ອງ
Hylobates leucogenys (Ogilby, 1840)
ຊື່ອື່ນ
ຊື່ສາມັນ: White-checked Crested Gibbon.
ໄທ: ຊະນີແກ້ມຂາວ
ສະຖານະພາບການອະນຸລັກ
Critically Endangered
ພັນລະນາລັກສະນະສັນຖານ

ຫົວ ແລະ ລໍາໂຕຍາວ 74-89 ຊມ, ບໍ່ມີຫາງ. ໂຕຜູ້ມີຂົນປົກຄຸມເປັນສີດໍາລວມທັງເອິກທີ່ເປັນສີດໍາ, ແກ້ມມີສີຂາວ ແລະ ສີເຫຼືອງຈືດຕັດກັນຢ່າງຈະແຈ້ງ. ໂຕແມ່ປົກກະຕິຈະມີວົງອ້ອມໜ້າສີຂາວບາງໆ, ແຕ່ປົກກະຕິຂົນແກ້ມຈະມີສີຈາງກວ່າສີຂອງຄໍ ເຊິ່ງຂົນຂອງແກ້ມນີ້ຈະບໍ່ຕັ້ງອອກທາງຂ້າງ.

ອຸປະນິໄສ: ເປັນສັດຫາກິນກາງເວັນຕາມຕົ້ນໄມ້ ແລະ ກິນໝາກໄມ້ເປັນອາຫານ.

ສຽງຮ້ອງ: ສຽງຂອງໂຕຜູ້ປະກອບດ້ວຍສາມສຽງທີ່ແຕກຕ່າງກັນ ແລະ ຮ້ອງອອກເປັນສາມໄລຍະຄືກັນກັບທະນີດໍາ ສຽງທໍາອິດເປັນສຽງປັບຫຼາຍແບບເປັນໄລຍະຍາວທີ່ມີຄວາມຖີ່ສະໝໍ່າສະເໝີໃນໄລຍະເລີ່ມຕົ້ນ, ມີການປ່ຽນຄວາມຖີ່ໄວໃນສຽງທີສອງ ຫຼື ສຽງທີສາມ. ມີແຕ່ໂຕແມ່ເທົ່ານັ້ນທີ່ຮ້ອງສຽງດັງ. ການຮ້ອງສຽງດັງຂອງໂຕແມ່ນີ້ແມ່ນຈະຄືກັນກັບສຽງຮ້ອງຂອງທະນີດໍາ ແຕ່ປົກກະຕິຈະໄວກວ່າ ແລະ ມີຫຼາຍສຽງກວ່າ, ປົກກະຕິມີ 8-18 ໃນ N. siki ແລະ ປະມານ 15-30 (ຈົນຮອດ 39) ໃນ N. leucogers

ຖິ່ນອາໄສ: ປ່າດົງດິບໃນຫຼາຍລະດັບພາກເໜືອ, ພາກກາງລົງມາຮອດພາກໃຕ້ເຖິງເຂດພູພຽງບໍລິເວນ. ພົບເຫັນແຕ່ໃນພາກຕາເວັນ ອອກຂອງແມ່ນໍ້າຂອງເທົ່ານັ້ນ.

ບັນຍາຍການນຳໃຊ້

    ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.

ການປະກອບສ່ວນ