ທະນີມົງກຸດ / Pileated Gibbon

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Hylobates pileatus (Gray, 1861) / Hylobatidae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Pileated Gibbon
ໄທ: ຊະນີມົງກຸດ
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

     ຫົວ ແລະ ລໍາໂຕຍາວ: 47-49 ຊມ. ບໍ່ມີຫາງ. ມີສອງຈຸດພິເສດ, ໂຕຜູ້ຮ່າງກາຍຈະມີຂົນສີດໍາເຊິ່ງຈະມີຂົນສີຂາວຢູ່ເທິງຫລັງນິ້ວມື, ນິ້ວຕີນ ແລະ ອະໄວຍະວະສືບພັນ. ມັນຍັງມີຄິ້ວໜາສີຂາວ ແລະ ຂົນສີຂາວຍາວປົ່ງເປັນລັດສະໜີອອກຈາກຂ້າງຂອງຫົວ. ໂຕແມ່ໜ້າເອິກ, ແກ້ມ ແລະ ຫົວ ຈະມີສີເຫລືອງອ່ອນເຫຼື້ອມຕັດກັບສີດຳ, ໂຕແມ່ຈະມີວົງນ້ອຍກວ່າ.
     ອຸປະນິດໄສ: ເປັນສັດຫາກິນກາງເວັນຢູ່ຕາມຕົ້ນໄມ້, ສ່ວນຫຼາຍອາໄສຢູ່ໃນຊັ້ນປົກຄຸມລະດັບສູງ ແລະ ກາງ. ອາຫານພື້ນຖານຂອງມັນແມ່ນໝາກໄມ້, ແຕ່ຍັງກິນໃບໄມ້ ແລະດອກໄມ້ນຳອີກ.
     ສຽງຮ້ອງ: ໂຕຜູ້ຮ້ອງເປັນສຽງໄວໆເປັນສອງພະຍາງຮູຮາ (hoo ha), ສ່ວນໂຕແມ່ຈະຮ້ອງຊ້ຳເພີ່ມຈັງຫວະເຂົ້າຈີ່ໆຈົນສຽງຕິດຕໍ່ກັນ.
     ຖີ່ນອາໄສ: ຢູ່ປ່າດົງດິບແຂວງຈຳປາສັກພາກຕາເວັນຕົກສ່ຽງໃຕ້ຂອງ ສປປ ລາວ ຈະພົບແຕ່ໃນພາກຕາເວັນຕົກຂອງແມ່ນ້ຳຂອງເທົ່ານັ້ນ, ອາດຈະຖືກໄພຂົ່ມຂູ່ຢ່າງຮ້າຍແຮງໃນ ສປປ ລາວ.

ບັນຍາຍການນຳໃຊ້

    ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.

ການປະກອບສ່ວນ