ຕົ້ນກຳລັງຊ້າງສານ

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Anaxagorea luzonensis A. Gray / ANNONACEAE
ຊື່ພ້ອງ
Anaxagorea fruticosa (Teijsm. & Binn. ex Miq.) Scheff.
Anaxagorea zeylanica Hook.f. & Thomson
Rhopalocarpus fruticosus Teijsm. & Binn. ex Miq.
ຊື່ອື່ນ
ໄທ: ກຳລັງງົວເຖິກ, ຊ້າງົວເຖິກ, ກຳລັງທໍລະພີ, ຊະແມບ, ປູນ, ໄມ້ປູນ, ປຸນທາ, ຕີນຕັ່ງ ແລະ ຕີນຕ້າງ.
ຈີນ: 蒙蒿子(meng hao zi).
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນຈັດເປັນໄມ້ເຄືອ ຫຼື ໄມ້ຟຸ່ມເລືອ, ຈັດເປັນໄມ້ເນື້ອແຂງ, ຕາມລຳຕົ້ນມີໜາມແຂງກະຈາຍຫ່າງໆ, ບໍລິເວນກິ່ງມີຢາງເປັນຂໍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 3-6 ຊມ, ຍາວ 10-16 ຊມ, ໂຄນໃບກົມ ຫຼື ມົນ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບຂ້ອນຂ້າງໜາ ແລະ ແຂງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 0.5-2 ຊມ. ດອກອອກດ່ຽວ ຫຼື ອອກເປັນກະຈຸກ, ມີ 2-3 ດອກ, ອອກຕາມງ່າມໃບ, ລຳຕົ້ນ ແລະ ກິ່ງກ້ານ, ສີຂຽວອົມຂາວ. ກ້ານດອກຍາວ 0.5-1 ຊມ. ໃບປະດັບດອກມີ 1 ຄູ່. ກາບດອກມີ 3 ກີບ, ຮູບໄຂ່ກວ້າງ, ຍາວປະມານ 5 ມມ. ກີບດອກວົງໃນມີ 3 ກີບ, ຮູບຂອບຂະໜານ, ຍາວປະມານ 1.5 ຊມ, ກີບວົງໃນມີ 3 ກີບ, ຮູບຫອກ, ຍາວ 0.6-1 ຊມ, ມີກາບກີບສັ້ນໆ. ເກສອນເພດຜູ້ຍາວປະມານ 3 ມມ. ເຕົ້າໄຂ່ມີ 5-7 ຫ້ອງ. ໝາກມີ 3-6 ໜ່ວຍ, ຮູບກະບອງ, ຍາວ 1.5-3 ຊມ. ກ້ານໝາກຍາວ 1.5-2 ຊມ. ແກ່ນມີ 2 ແກ່ນ, ຮູບໄຂ່ປີ້ນ, ຍາວປະມານ 1 ຊມ, ສີນ້ຳຕານດຳເປັນມັນວາວ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ ແລະ ເນື້ອໄມ້: ບຳລຸງເລືອດ, ເຮັດໃຫ້ທາດສົມບູນຂຶ້ນ, ບຳລຸງເສັ້ນເອັນ, ແກ້ປວດເມື່ອຍຕາມຮ່າງກາຍ, ບຳລຸງກຳລັງ, ບຳລຸງກະດູກໃຫ້ແຂງແຮງ ແລະ ເປັນຢາອາຍຸວັນນະ.
  • ເປືອກ ແລະ ເນື້ອໄມ້: ໃຊ້ດອງເຫຼົ້າຊ່ວຍບຳລຸງກຳລັງ, ແກ້ກະໄສ, ບຳລຸງໝາກໄຂ່ຫຼັງ, ແກ້ກ້າມຊີ້ນເຊື່ອມ ແລະ ເສັ້ນເຊື່ອມ.
  • ໃບ: ເປັນຢາຫຼຸດໄຂ້, ແກ້ກະເພາະອາຫານ, ເປັນຢາຊູກຳລັງ, ຮັກສາອາການເສີມສະມັດຕະພາບທາງເພດ, ຊ່ວຍບຳລຸງເລືອດ, ເສີມສ້າງກ້າມຊີ້ນ ແລະ ເປັນຢາຮັກສາພະຍາດໄຂຂໍ້.
  • ດອກ: ໃຊ້ເປັນຢາຫອມຊ່ວຍບຳລຸງຫົວໃຈ.

ອົງປະກອບເຄມີທີ່ພົບ:

  • ສານສະກັດດ້ວຍເຫຼົ້າຈາກລຳຕົ້ນ: Alkaloids ແລະ ກຸ່ມ Tannins ທັງທີ່ເປັນ hydrolysable tannins ແລະ condensed tannins. ນອກນີ້ຍັງພົບສານກຸ່ມ Flavonoids ເຊັ່ນ anthocyanidin, leucoanthocyanidin, catechin, aurone, flavone, dihydroflavonol ແລະ flavonol.

ພືດປະດັບ: ນຳມາປູກເປັນພືດປະດັບເນື່ອງຈາກດອກມີກິ່ນຫອມ.

ການປະກອບສ່ວນ