ທຽນຂາວ / Cumin

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cuminum cyminum L. / Umbelliferae
ຊື່ພ້ອງ
Cuminia cyminum J.F.Gmel.
Cuminum aegyptiacum Mérat ex DC.
Cuminum hispanicum Mérat ex DC.
Cuminum odorum Salisb.
Cuminum officinale Garsault
Cuminum sativum J.Sm.
Cyminon longeinvolucellatum St.-Lag.
ຊື່ອື່ນ
ໄທ: ຍີ່ຫວ່າ, ຍີ່ຫຼ່າແຂກ ແລະ ຍີ່ຫຼ່າ
ອັງກິດ: Cumin ແລະ Cummin
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ທຽນຂາວຈັດເປັນພືດລົ້ມລຸກອາຍຸປີດຽວ. ລຳຕົ້ນຕັ້ງຊື່, ສູງ 20-30 ຊມ, ມັກແຕກກິ່ງກ້ານສາຂາຢູ່ສ່ວນເທິງ, ສີຂຽວ, ມີກິ່ນຫອມ. ໃບດ່ຽວ, ອອກຮຽງສະຫຼັບ, ມີລັກສະນະເປັນເສັ້ນ, ຂະໜາດນ້ອຍ, ເບິ່ງລັກສະນະລວມຮູບໄຂ່ ຫຼື ຮູບຫອກ, ຍາວ 5-10 ຊມ, ໂຄນໃບແຫຼມ, ຂອບແສກເລິກ, ປາຍມີແສກ 2-3 ແສກ, ແຕ່ລະແສກມີລັກສະນະເປັນເສັ້ນດ້າຍ, ຍາວ 1-2 ຊມ. ກ້ານໃບແຜເປັນກາບອົບລຳຕົ້ນ. ຊໍ່ດອກແບບຄັນຮົ່ມປະສົມ, ອອກຕາມໃບ ແລະ ປາຍຍອດ. ດອກຍ່ອຍຂະໜາດນ້ອຍ, ສີຂາວ. ກາບດອກຂະໜາດນ້ອຍ ຫຼື ບໍ່ມີເລີຍ. ກີບດອກມີ 5 ອັນ, ສີຂາວ ຫຼື ສີບົວ. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ຖານດອກ, ອອກຮຽງສະຫຼັບກັບກາບດອກ. ເຕົ້າໄຂ່ຈັບລຸ່ມ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່. ໝາກແຫ້ງ, ຮູບຮີ, ກວ້າງ 1.3-2 ມມ, ຍາວ 4.5-6.7 ມມ, ເປືອກມີຂົນສັ້ນປົກຄຸມ, ໝາກແກ່ແລ້ວແຕກເປັນ 2 ແສກ, ສີນ້ຳຕານ. ແກ່ນມີ 2 ແກ່ນ, ມີກິ່ນຫອມ.

ບັນຍາຍການນຳໃຊ້

ອາຫານ: 

  • ແກ່ນ: ເປັນໜຶ່ງໃນເຄື່ອງເທດທີ່ມີກິ່ນຫອມ, ຊ່ວຍດັບກິ່ນຄາວອາຫານ ແລະ ໃຊ້ໝັກຊີ້ນສັດໃຫ້ມີກິ່ນຫອມ.

ສັບພະຄຸນ: 

  • ແກ່ນ: ຊ່ວຍກະຕຸ້ນການຂັບລົມ, ຊ່ວຍຂັບລົມໃນເດັກ, ປຸງເປັນຢາຫອມຊ່ວຍຂັບລົມໃນລຳໄສ້, ບຳລຸງທາດ, ແກ້ດີພິການ, ຂັບສຽມຫະ, ແກ້ນິ້ວ, ຂັບລະດູຂາວ, ປະສົມກັບຢາລະບາຍແກ້ປ່ວນທ້ອງ, ໃຊ້ເປັນຢາຮັກສາອາການແໜ້ນທ້ອງເສຍ, ຮັກສາກຸ່ມອາການທາງລະບົບໄຫຼວຽນເລືອດ, ແກ້ລົມວີນວຽນ, ໜ້າມືດ, ຕາລາຍ, ໃຈສັ່ນ, ປ່ວນທ້ອງ, ປວດຮາກ, ແກ້ອາການຈຸກທ້ອງແໜ້ນທ້ອງ ແລະ ຮັກສາລະບົບທາງເດີນອາຫານ.
  • ນ້ຳມັນຈາກແກ່ນ: ໃຊ້ປະສົມກັບນ້ຳບ້ວນປາກຊ່ວຍກຳຈັດແບັກທິເຣຍທີ່ເຮັດໃຫ້ມີກິ່ນປາກ ແລະ ນຳມາປະສົມນວນໜ້າທ້ອງເພື່ອຊ່ວຍຍ່ອຍອາຫານ.

ຂໍ້ຄວນລະວັງ: 

  • ຫ້າມໃຊ້ກັບເດັກອາຍຸຕ່ຳກວ່າ 6 ຂວບ, ແມ່ຍິງທ້ອງ, ຄົນທີ່ມີຜິວໜັງລະຄາຍເຄືອງງ່າຍ, ພະຍາດສະເກັດເງິນສິເກັດທອງ ແລະ ຫ້າມຮັບປະທານ. 

ສິນຄ້າ: 

  • ແກ່ນ: ນຳໄປແປຮູບເຮັດໃຫ້ແຫ້ງເພື່ອນຳໄປເປັນເຄື່ອງເທດ, ຜົງຈາກແກ່ນໃຊ້ສຳລັບຄົນທີ່ຕ້ອງການຟິດຮ່າງກາຍ, ຊ່ວຍເຜົາຜານເຮັດໃຫ້ສາມາດຮັບສານອາຫານໄດ້ງ່າຍຂຶ້ນ, ມີທາດເຫຼັກປະລິມານຫຼາຍເຊິ່ງຈະຊ່ວຍເພີ່ມ Hemoglobin ໃນເລືອດ ແລະ ເຮັດໃຫ້ຮ່າງກາຍມີຄວາມອົດທົນໃນການອອກກຳລັງກາຍງ່າຍຂຶ້ນ.
  • ນ້ຳມັນຈາກແກ່ນ: ໃຊ້ໃນອຸດສາຫະກຳເຄື່ອງຫອມ, ໃຊ້ເປັນເຄື່ອງດື່ມ ແລະ ເຄື່ອງຂັບລົມ. 

ສານເຄມີ:

  • ໃນນ້ຳມັນ: ປະກອບດ້ວຍນ້ຳມັນຫອມລະເຫີຍເຊິ່ງມີ cuminaldehyde 25-35%, ນອກຈາກນີ້ຍັງມີ pinene dipentine cumene cuminic-alcohol cuminic aldehyde, cuminal, safranal, p-cymene, dipentine, cumene, cuminic alcohol, alpha-phellandrene, beta-phellandrene, alpha และ beta-pinene, delta-3-carene, 1,8-cineole, limonene, alpha และ gamma-terpinene, alpha-terpineol, terpinene-4-ol cuminyl alcohol, trans-dihydrocarvone, myrcene, linalool, beta-caryophyllene, beta-farnesene ແລະ beta-elemene.
  • ພົບສານກຸ່ມ glycosides: monoterpenoid glucosides (p-menthane glucoside, hydroxycuminyl glucoside), sesquiterpenoid glucosides (cuminosides A และ B), alkyl glycosides (1S,5S,6S,10S)-10-hydroxyguaia-3,7(11)-dien-12,6-olide beta-D-glucopyranoside, (1R,5R,6S,7S,9S,10R,11R)-1,9-dihydroxyeudesm-3-en-12,6-olide  9-O-beta-D-glucopyranoside, methyl beta-D-apiofuranosyl-(1 to 6) -beta-D- glucopyranoside, ethane-1,2-diol 1-O-beta-D-apiofuranosyl-(1 to 6)-beta-D-glucopyranoside ແລະ ສານ 2-C-methyl-D-erythritol glycosides.
  • ສານກຸ່ມ flavonoids: (7-O-beta-D-glucopyranosides ຂອງ apigenin ແລະ luteolin), flavonoid glycoside (3’-5,dihydroxyflavone 7-O-beta-D-galacturonide 4’-O-beta-D-glucopyranoside).
  • ສານສະກັດເມທານອນຈາກໝາກ Sesquiterpenoid glucoside ຄື: Cuminoside A, B

ຄຸນຄ່າທາງດ້ານໂພຊະນາການຕໍ່ 100 ກຼາມ: ພະລັງງານ 375 Kcal, ຄາໂບໄຮເດດ 44.24 ກຼາມ, ນ້ຳຕານ 2.25 ກຼາມ, ເສັ້ນໄຍ 10.5 ກຼາມ, ໄຂມັນ 22.27 ກຼາມ, ໄຂມັນອິ່ມຕົວ 1.535 ກຼາມ, ໂປຣຕີນ 17.81 ກຼາມ, ນ້ຳ 8.06 ກຼາມ, ວິຕາມິນເອ 64 ໄມໂຄກຼາມ, ວິຕາມິນບີ2 0.327 ມິນລີກຼາມ, ວິຕາມິນບີ3 4.579 ມິນລີກຼາມ, ວິຕາມິນບີ6 0.435 ມິນລີກຼາມ, ວິຕາມິນບີ9 10 ໄມໂຄກຼາມ, ວິຕາມິນຊີ 7.7 ມິນລີກຼາມ, ວິຕາມິນອີ 3.33 ມິນລີກຼາມ, ວິຕາມິນເຄ 5.4 ໄມໂຄຼກຼາມ, ແຄລຊຽມ 931 ມິນລີກຼາມ, ທາດເຫຼັກ 66.36 ມິນລີກຼາມ, ແມັກນິຊຽມ 366 ມິນລີກຼາມ, ຟອສຟໍຣັສ 499 ມິນລີກຼາມ, ທາດໂພແທກຊຽມ 1,788 ມິນລີກຼາມ, ໂຊດຽມ 168 ມິນລີກຼາມ ແລະ ສັງກະສີ 4.8 ມິນລີກຼາມ.

ການປະກອບສ່ວນ