ໝາກຂຽບຝຣັ່ງ / Soursop

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Annona muricata L. / ANNONACEAE
ຊື່ພ້ອງ
Annona muricata var. borinquensis Morales
Annona muricata f. mirabilis R.E.Fr.
ຊື່ອື່ນ
ໄທ: ທຸລຽນເທດ, ທຸລຽນແຂກ, ມະທຸລຽນ, ໝາກສຽດຫຼົບ, ໝາກພິລົດ, ທຸລຽນນ້ຳ, ທຸລຽນນົກ, ທຸລຽນເບົາ, ທຸລຽນຣໍປາ ແລະ ຣໍປາ.
ອັງກິດ: Soursop ແລະ Prickly custard apple.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນຕັ້ງຊື່, ສູງປະມານ 10 ມ, ເປືອກສີນ້ຳຕານ, ຕາມກິ່ງອ່ອນມີຈະມີຂົນສີນ້ຳຕານແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ປີ້ນ, ກວ້າງ 4.3-7 ຊມ, ຍາວ 5-15 ຊມ, ໂຄນໃບມົນ, ຂອບລຽບ, ປາຍຕິ່ງໜາມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ໃບຊີກມີກິ່ນເໝັ່ນ. ດອກດ່ຽວ, ອອກຕາມງ່າມໃບ, ອອກຈຸດດຽວກັນ 3-4 ດອກ, ສີເຫຼືອງແກມຂຽວ, ກິ່ນຫອມ. ກາບດອກມີ 3 ກາບ, ຮູບສາມຫຼ່ຽມ, ປາຍແຫຼມ, ສີຂຽວອ່ອນ. ກີບດອກມີ 6 ກີບ, ອວບໜາ, ແບ່ງອອກເປັນ 2 ຊັ້ນ, ກວ້າງປະມານ 2 ຊມ, ຍາວ 2-3 ຊມ. ເກສອນເພດຜູ້ ແລະ ເຕົ້າໄຂ່ຈຳນວນຫຼາຍ. ໝາກກຸ່ມ, ຮູບກົມ ຫຼື ຮູບໄຂ່, ໂຄນກວ້າງ, ປາຍແຫຼມ, ເປືອກໜາໜຽວ, ແລະ ມີໜາມໂຄ້ງງໍສັ້ນໆ, ກວ້າງ 12-20 ຊມ, ຍາວ 15-30 ຊມ, ໜັກປະມານ 0.5-3 ກິໂລ, ໝາກອ່ອນເປັນສີຂຽວເຂັ້ມ, ໝາກສຸກເປັນສີເຫຼືອງ, ເນືື້ອມີຣົດຫວານສົ້ມ. ແກ່ນມີຈຳນວນຫຼາຍ, ສີນ້ຳຕານດຳ.

ບັນຍາຍການນຳໃຊ້

ອາຫານ: 

  • ໝາກ: ໃຊ້ກິນເປັນໝາກໄມ້ໄດ້.

ສັບພະຄຸນ: 

  • ໃບ: ໃຊ້ເປັນຊາຊົງດື່ມແກ້ອາການຄຽດ, ຊ່ວຍລະງັບຄວາມຄຽດ, ຫຼຸດຄວາມດັນເລືອດ, ຊ່ວຍຫຼຸດອາການເຈັບ ແລະ ຫຼຸດອາການເຄັງທ້ອງ, ເຮັດໃຫ້ນອນຫຼັບສະບາຍ, ໃຊ້ເປັນຢາລະງັບປະສາດ, ຊ່ວຍບຳລຸງຫົວໃຈ, ນຳມາຕົ້ມດື່ມຮັກສາອາການເຈັບຂໍ້, ເຈັບປາຍປະສາດ, ແກ້ອາການເຈັບຫົວ, ນອນບໍ່ຫຼັບ, ຖົງນ້ຳຍຽວອັກເສບ, ເບົາຫວານ, ຄວາມດັນເລືອດສູງ, ຊ່ວຍກະຕຸ້ນນ້ຳນົມຫຼັງເກີດລູກ, ຮັກສາແຜ ແລະ ຫ້າມເລືອດ, ຮັກສາພະຍາດກະເພາະ, ຂ້າພະຍາດພິດ, ເຊື້ອແບັກທິເຣຍ, ຮັກສາເລືອດອອກຕາມຫວ່າງແຂ້ວ, ແກ້ອາການຖອກທ້ອງ, ຕົ້ມດື່ມເພື່ອໃຫ້ເກີດລູກງ່າຍ ແລະ ແກ້ອາການທ້ອງອືດ.
  • ແກ່ນ: ແກ້ອາການເຈັບທ້ອງບິດ, ເຮັດໃຫ້ປວດຮາກ ແລະ ຮັກສາແຜ.

ສານທີພົບ: 

  • ສານສະກັດເຫຼົ້າຈາກໃບ: ພົບສານກຸ່ມ annonaceous acetogenins ແລະ ສານກຸ່ມ isoquinoline alkaloids ເຊິ່ງສານກຸ່ມ annonaceous acetogenins ມີຫຼາຍກ່ວາ 30 ຊະນິດຄື annonacin (ພົບກ່ວາ 70%), annonacin-10-one, annonacin A, annomutacin, isoannonacin isoannonain-10-one, annomuricin C, annopentocins A-C, annocatacin A ແລະ B, Bullatacin, goniothalamicin, gigantetrocin A, gigantetronenin, muricoreacin, murihexocin A-C, muricatetrocins A ແລະ B, muricatocins A-C, annohexocin, annomuricins A ແລະ B. ສ່ວນສານກຸ່ມ isoquinoline alkaloids ທີພົບໄດ້ແກ່ reticuline, coclaurine, coreximine, atherosperminine, stepharine, anomurine ແລະ anomuricin.

ຄຸນຄ່າທາງດ້ານໂພສະນາການຕໍ່ 100 ກຼາມ: 

  • ໝາກ: ພະລັງງານ 60 Kcal, ຄາໂບໄຮເດດ 16.84 ກຼາມ, ນ້ຳຕານ 13.54 ກຼາມ, ເສັ້ນໄຍ 3.3 ກຼາມ, ໄຂມັນ 0.30 ກຼາມ, ໂປຣຕີນ 1.00 ກຼາມ, ວິຕາມິນບີ1 0.070 ມິນລີກຼາມ 6%, ວິຕາມິນບີ2 0.050 ມິນລີກຼາມ 4%, ວິຕາມິນບີ3 0.900 ມິນລີກຼາມ 6%, ວິຕາມິນບີ6 0.059 ມິນລີກຼາມ 5%, ວິຕາມິນບີ9 14 ໄມໂຄຣກຼາມ 4%, ວິຕາມິນຊີ 20.6 ມິນລີກຼາມ 25%, ແຄລຊຽມ 14 ມິນລີກຼາມ 1%, ທາດເຫຼັກ 0.6 ມິນລີກຼາມ 5%, ແມັກນີຊຽມ 21 ມິນລີກຼາມ 6%, ຟອສຟໍຣັສ 27 ມິນລີກຼາມ 4%, ໂພແທກຊຽມ 278 ມິນລີກຼາມ 6% ແລະ ສັງກະສີ 0.1 ມິນລີກຼາມ 1%.
ການປະກອບສ່ວນ