ດອກຮ່ວງເຂົ້າ / Dancing Ladies

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Globba schomburgkii Hook.f. / ZINGIBERACEAE
ຊື່ພ້ອງ
Globba chinensis K.Schum.
Globba schomburgkii var. schomburgkii
ຊື່ອື່ນ
ໄທ: ກ້ວຍຜີ, ກະຊາຍຜີ, ກະຊາຍລິງ, ຂະມີ້ນ, ຂະມີ້ນຜີ, ຫວ້ານຂະມີ້ນ ແລະ ຫວ້ານນ້ຳ
ອັງກິດ: Dancing Ladies ແລະ Dancing Girl Ginger
ຈີນ: 双翅舞花姜
ຫວຽດນາມ: Lô ba schomburgk
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ນເປັນລຳເຫງົ້າຢູ່ໃຕ້ດິນ, ລຳຕົ້ນທຽມຢູ່ເໜືອດິນ, ສູງ 30-50 ຊມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກວ້າງ 1.8-4 ຊມ, ຍາວ 8-20 ຊມ, ໂຄນໃບຮູບຫຼິ່ມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອອ່ນ. ກ້ານໃບຮູບກົມ, ຍາວປະມານ 5 ມມ. ຊໍ່ດອກແບບກະຈະ ຫຼື ຊໍ່ກະຈຸກແບບແຕກແໜງ, ຊໍ່ຍ່ອຍເປັນຊໍ່ແບບກະຈະ, ອອກຕາມປາຍຍອດ, ຍາວ 7-12 ຊມ. ໃບປະດັບຊໍ່ດອກຮູບໄຂ່ ຫຼື ຮູບໄຂ່ປີ້ນ, ສີຂຽວ. ດອກຍ່ອຍຈຳນວນຫຼາຍ, ສີເຫຼືອງປົນສີສົ້ມ. ໃບປະດັບດອກຮູບເກືອບກົມ ຫຼື ຮູບຫອກ, ຍາວປະມານ 8 ມມ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວປະມານ 5 ມມ, ປາຍແຍກເປັນແສກຕື້ນດ້ານດຽວ, ປາຍສຸດມີ 3 ແສກ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວປະມານ 1 ຊມ, ປາຍແຍກອອກເປັນ 3 ແສກ, ຮູບໄຂ່, ຍາວປະມານ 5 ມມ, ປາຍໂຄ້ງ, ກີບປາກຄ້າຍຮູບຫົວໃຈ, ປາຍຮຽວແຫຼມ ຫຼື ມົນ, ສີເຫຼືອງ, ກາງກີບມີແຕ້ມສີສົ້ມ, ກີບຄູ່ຂ້າງຮູບໄຂ່ປີ້ນ. ເກສອນເພດຜູ້ຍາວປະມານ 1.4 ຊມ, ປາຍແຍກອອກເປັນ 2 ຄູ່. ເຕົ້າໄຂ່ຍາວປະມານ 3 ມມ. ໝາກມີ 3 ພູ, ຍາວປະມານ 6 ມມ, ຜິວຂຸຂະ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ເຫງົ້າ, ໃບ ແລະ ລຳຕົ້ນ: ຮັກສາອາການໄຂ້ຮ້ອນ ແລະ ຮັກສາປາດົງຂໍ່.
    ຫົວ: ຊ່ວຍແກ້ໄຂ້, ຂັບລົມໃນລຳໄສ້, ຊ່ວຍຖອນພິດໄຂ້ຕ່າງໆ, ແກ້ອາການຈຸກສຽດ ແລະ ແໜ້ນທ້ອງ, ແກ້ອາການນອນບໍ່ຫຼັບ ແລະ ແກ້ອາການປ່ວນທ້ອງປວດຮາກ.
    ທັງຕົ້ນ: ຕົ້ມດື່ມແກ້ໄຂ້.
ພືດປະດັບ: ດອກມີຄວາມສວຍງາມ ແລະ ເຊື່ອກັນວ່າຈະຊ່ວຍເສີມສະເໜ່ເພາະສະນັ້ນຈຶ່ງນິຍົມນຳມາປູກເປັນໄມ້ປະດັບ.

ການປະກອບສ່ວນ