ຜັກປ້ອງແປວ

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Hygrophila ringens (L.) R.Br. ex Spreng. / ACANTHACEAE
ຊື່ພ້ອງ
Dipteracanthus ringens (L.) Abeyw.
Hygrophila angustifolia R.Br.
Hygrophila assurgens Nees
Hygrophila dimidiata Nees
Hygrophila lancea Miq.
Hygrophila malabarica Raf.
Hygrophila megalantha Merr.
Hygrophila obovata (Roxb. ex Hornem.) Nees
Hygrophila obovata Wight
Hygrophila radicans Nees
Hygrophila ringens var. assurgens (Nees) Karthik. & Moorthy
Hygrophila ringens var. cochinensis (Remadevi & Binojk.) Karthik. & Moorthy
Hygrophila salicifolia (Vahl) Nees
Hygrophila salicifolia var. angustifolia (R.Br.) Kuntze
Hygrophila salicifolia var. cochinensis Remadevi & Binojk.
Hygrophila salicifolia var. megalantha (Merr.) H.S.Lo & L.D.Chou
Hygrophila stricta Hassk.
Hygrophila undulata Blume
Justicia lancea Thunb.
Ruellia angustifolia Poir.
Ruellia ciliaris Buch.-Ham. ex Wall.
Ruellia dimidiata Nees
Ruellia longifolia Roth
Ruellia obovata Roxb. ex Hornem.
Ruellia radicans Wall.
Ruellia ringens L.
Ruellia salicifolia Vahl
Ruellia upudalii B.Vogel
Antirrhinum comintanum Blanco
Antirrhinum molle Blanco
ຊື່ອື່ນ
ໄທ: ຫາງນົດຍູງໃບຍາວ ແລະ ຕົ້ນຫຼິວນ້ຳ.
ອັງກິດ: Two temples plant ແລະ keremakbatu
ບັນຍາຍລັກສະນະພືດສາດ

ລຳຕົ້ນຢູ່ເໜືອນ້ຳ, ຍາວ 20-40 ຊມ, ມີລັກສະນະກົມຮຽວ, ສີຂຽວ, ມີຂົນສີຂາວ, ລຳຕົ້ນໃຕ້ນ້ຳມີສີນ້ຳຕານແດງ, ບໍ່ມີຂົນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບຫອກ, ກວ້າງ 1-1.5 ຊມ, ຍາວ 5-10 ຊມ, ໂຄນໃບມົນ ຫຼື ຮຽວແຫຼມ, ຂອບເປັນວ້ຳຕື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ສີຂຽວອ່ອນ, ໃບໃຕ້ນ້ຳມີຂະໜາດໃຫຍ່ກວ່າໃບເໜືອນ້ຳ, ກວ້າງ 1-1.5 ຊມ, ຍາວ 15-25 ຊມ, ອຽງຕົວໄປຕາມກະແສນ້ຳ. ຊໍ່ດອກແບບຮວງເຂົ້າ, ອອກຕາມງ່າມໃບ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ, ສີຂຽວ. ກີບດອກມີ 2 ກີບ, ສີມ່ວງອ່ອນ, ກີບລຸ່ມກັບກີບເທິງ. ແກ່ນຮູບກົມ, ມີລັກສະນະເປັນແຄບຊູນ. ແກ່ນຈຳນວນຫຼາຍ, ຂະໜາດນ້ອຍ.

ບັນຍາຍການນຳໃຊ້

ອາຫານ:
    ໃບອ່ອນ ແລະ ຍອດ: ສາມາດຮັບປະທານໄດ້ໂດຍການນຳມາຂົ້ວ, ຊຸບ ຫຼື ໜື້ງກັບແຈ່ວ.
ສັບພະຄຸນ:
    ໃບ: ໃຊ້ຮັກສາແຜ, ແກ້ອາການບວມຂອງຝີ ແລະ ບັນເທົາອາການເຈັບຫົວ.
ພືດປະດັບ:
    ໃບ ແລະ ດອກ: ມີລັກສະນະສວຍງາມນິຍົມປູກປະດັບຕາມແຫຼ່ງທ່ອງທ່ຽວຕາມອ່າງນ້ຳ ຫຼື ນ້ຳຕົກ.

ການປະກອບສ່ວນ