ຕົ້ນເໝົ້າເຫຼັກ / Mao Lek

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Antidesma velutinosum Blume / Phyllanthaceae
ຊື່ພ້ອງ
Antidesma attenuatum Wall. ex Tul.
Antidesma molle Wall. ex Müll.Arg.
Antidesma roxburghii Wall. ex Tul.
Antidesma tomentosum (Roxb.) Voigt
Antidesma tomentosum Miq.
Antidesma velutinosum var. lancifolium Hook.f.
Stilago tomentosa Roxb.
ຊື່ອື່ນ
ລາວ: ຕົ້ນເໝົ້າເຫຼັກ ແລະ ຕົ້ນເໝົ້າຫີນ
ໄທ: ໝາກເມົ່າຄວາຍ, ເມົ່າເຂົາ, ເມົ່າຫີນ, ເມົ່າເຫຼັກ ແລະ ສົ້ມເມົ່າຂົນ
ຊື່ຫວຽດ: Chòi mòi nhung ແລະ Chòi mòi lông dài
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 15 ມ, ກິ່ງອ່ອນມີສີຂົນອ່ອນນຸ້ມ, ສີນ້ຳຕານ. ຫູໃບຮູບຫອກ, ຮຽວຍາວ, ຕິດທົນ, ມີຂົນ. ໃບດ່ຽວ, ຈັບຮຽງສະຫຼັບໃນແຜ່ນພຽງດ່ຽວ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 3-8 ຊມ, ຍາວ 10-25 ຊມ, ໂຄນໃບຮຽວແຫຼມ ຫຼື ມົນ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງມີຂົນກະຈາຍຢູ່ຫ່າງໆ, ຜິວໃບດ້ານລຸ່ມມີຂົນອ່ອນນຸ້ມກະຈາຍຢູ່ທົ່ວ, ສີນ້ຳເງິນ ຫຼື ສີເຫຼືອງອ່ອນ. ກ້ານໃບມີຂົນສີນ້ຳຕານອ່ອນ, ຍາວ 0.2-0.5 ຊມ. ຊໍ່ດອກແຍກເພດ. ຊໍ່ດອກເພດຜູ້ຍາວ 5-10 ຊມ, ອອກຕາມງ່າມໃບ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກມີ 5-7 ກາບ, ມີຂົນດ້ານນອກ. ເກສອນເພດຜູ້ມີ 4-8 ອັນ, ຍາວ 1.5-2 ມມ. ເຕົ້າໄຂ່ເປັນໝັນ, ຮູບຊົງກະບອກຫຼື ຮູບກົມ, ມີ 3 ພູ. ຊໍ່ດອກເພດແມ່ຍາວ 3-13 ຊມ, ອອກບໍລິເວນປາຍກິ່ງ. ດອກຍ່ອຍຂະໜາດນ້ອຍ. ກາບດອກມີ 5-8 ກີບ, ແຍກກັນ, ມີຂົນ. ເຕົ້ົາໄຂ່ຮູບກົມ, ຄໍເຕົ້າໄຂ່ໜາ, ມີຂົນ, ປາຍຮວງຮັບແຍກເປັນ 3-5 ແສກ. ຊໍ່ໝາກຍາວ 6-15 ຊມ, ໝາກສົດຮູບຮີບ້ຽວ, ກ້ວາງ 4-6 ມມ, ຍາວ 4-7 ມມ. ແກ່ນມີ 1-2 ແກ່ນ.

ບັນຍາຍການນຳໃຊ້

ອາຫານ:

  • ໝາກ: ໝາກສຸກສາມາດກິນໄດ້ ແລະ ເປັນອາຫານຂອງນົກ ແລະ ສັດປ່າ
ການປະກອບສ່ວນ