ກ້ວຍລິງ

ການນຳໃຊ້
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Alphonsea gaudichaudiana (Baill.) Finet & Gagnep / ANNONACEAE
ຊື່ພ້ອງ
Alphonsea gaudichaudiana var. latifolia Bân
ຊື່ອື່ນ
ໄທ: ຕຳຍາວພູຄາ
ຈີນ: 多包藤春
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 12 ມ, ຜິວລຽບ, ສີເທົາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 5-6 ຊມ, ຍາວ 6-18 ຊມ, ໂຄນໃບຮູບຫຼິ້ມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 0.5 ຊມ. ດອກຍ່ອຍມີ 2-4 ດອກ, ສີຂາວປົນສີເຫຼືອງ. ກ້ານດອກຍາວປະມານ 0.4 ຊມ. ກາບດອກມີ 3 ກີບ, ເຊື່ອມຕິດກັນເປັນຫຼອດ, ຍາວປະມານ 0.2 ຊມ, ຕິດທົນ. ກີບດອກມີ 6 ກີບ, ຮຽງຊ້ອນທັບກັນເປັນ 2 ຊັ້ນ, ກີບດ້ານນອກຮູບຂອບຂະໜານ, ຍາວປະມານ 1.2 ຊມ, ປາຍພັບງໍ, ກີບດ້ານໃນແຄບ ແລະ ນ້ອຍກ່ວາກີບດ້ານນອກເລັກນ້ອຍ. ເກສອນເພດຜູ້ມີປະມານ 30 ອັນ, ຮຽງ 3-4 ແຖວ, ຖານມີຂົນ, ປາຍມີນ້ຳຢາງ. ເຕົ້າໄຂ່ມີ 2 ຫ້ອງ, ປາຍຮວງຮັບແຍກອອກເປັນ 2 ແສກ, ຮູບກົມ. ໝາກຮູບຊົງກະບອກ, ຍາວປະມານ 5 ຊມ, ຜິວລຽບ ຫຼື ມີຂົນສັ້ນ. ກ້ານໝາກຍາວປະມານ 0.3 ຊມ.

ບັນຍາຍການນຳໃຊ້

ເປັນໄມ້ທີ່ຂ້ອນຂ້າງຫາຍາກ ແລະ ເປັນພືດພົບໃນປ່າດົງໃຫຍ່, ໝາກສາມາດເປັນອາຫານຂອງສັດປ່າຫຼາຍຊະນິດ.

ການປະກອບສ່ວນ