ຕົ້ນມີ່ດົງ / Mee Dong

ການນຳໃຊ້
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Alniphyllum fortunei (Hemsl.) Perkins / STYRACACEAE
ຊື່ພ້ອງ
Alniphyllum buddleifolium Hu & H.T.Chang
Alniphyllum fauriei G.Perkins
Alniphyllum fortunei var. calvescens Chun & F.C.How
Alniphyllum fortunei var. hainanense (Hayata) C.Y.Wu
Alniphyllum fortunei f. hypoglaucum C.Y.Wu
Alniphyllum fortunei var. megaphyllum (Hemsl. & E.H.Wilson) C.Y.Wu
Alniphyllum fortunei var. microcarpum C.Y.Wu
Alniphyllum hainanense Hayata
Alniphyllum macranthum G.Perkins
Alniphyllum megaphyllum Hemsl. & E.H.Wilson
Halesia fortunei Hemsl.
ຊື່ອື່ນ
ຈີນ: 赤杨叶 (chi yang ye)
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ. ລຳຕົ້ນຕັ້ງຊື່, ສູງ 20 ມ, ກິ່ງອ່ອນສີນ້ຳຕານ, ມີຂົນຮູບດາວ, ເປືອກສີນ້ຳຕານ ຫຼື ສີເທົາ. ໃບດ່ຽວ, ອອກຮຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 4-7 ຊມ, ຍາວ 5-15 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນຍາວ, ສີນ້ຳຕານອ່ອນ. ກ້ານໃບຍາວ 1-2 ຊມ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບໃກ້ກັບປາຍຍອດ, ຍາວ 8-15 ຊມ. ດອກຍ່ອຍມີ 10-20 ດອກ, ດອກຍາວ 1.5-2 ຊມ, ສີຂາວ. ກ້ານດອກຍາວ 4-8 ມມ. ກາບດອກມີ 5 ກາບ, ຮູບໄຂ່ ຫຼື ຮູບຫອກ, ຍາວ 4-5 ມມ, ສີຂຽວ, ມີຂົນແຫຼມ, ສີເທົາກະຈາຍຢ່າງໜາແໜ້ນ. ກີບດອກມີ 5 ກີບ, ຮູບຮີ, ກ້ວາງ 5-7 ມມ, ຍາວ 1.5-1.8 ຊມ. ເກສອນເພດຜູ້ມີ 10 ອັນ, ຍາວ ປະມານ 8 ມມ, ຖົງລະອອງຍາວ 3 ມມ. ໝາກຮູບໄຂ່ແກມຮູບຮີ, ມີຂະໜາດ 1.2-1.8 ຊມ, ຜິວລຽບ ຫຼື ມີຂົນຮູບດາວ. ແກ່ນມີ 1 ແກ່ນ, ມີຂະໜາດ 5-7 ມມ.

ບັນຍາຍການນຳໃຊ້

ຄຸນປະໂຫຍດ:
    ເນື້ອໄມ້: ເປັນໄມ້ເນື້ອອ່ອນນິຍົມນຳມາເຮັດເຄື່ອງເຟີນິເຈີ ແລະ ເຄື່ອງການກະເສດ.
ເສດຖະກິດ:
    ເນື້ອໄມ້: ເປັນໄມ້ເນື້ອອ່ອນຈຶ່ງຖູກນຳໄປແປຮູບ ເຊັ່ນ ເຈ້ຍ, ເກັດ ແລະ ກັບໄຟ ເພື່ອເປັນສິນຄ້າ.

    ການປະກອບສ່ວນ