ໂສມແຜ່ນດິນເຢັນ / Violet Sophora

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Sophora exigua Craib / FABACEAE
ຊື່ພ້ອງ
Sophora violacea var. pilosa Gagnep.
Sophora violacea subsp. pilosa (Gagnep.) Yakovlev
ຊື່ອື່ນ
ໄທ: ພິດນາຄາ, ແຜ່ນດິນ, ຖົ່ວດິນໂຄກ ແລະ ນົມລາດຕະສີ.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ສູງ 15-30 ຊມ. ຮາກເປັນຫົວຄ້າຍຫົວກະຣົດ. ລຳຕົ້ນມີລັກສະນະສັ້ນປະມານ 5-8 ຊມ. ໃບປະສົມຂັ້ນໜືຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 7-10 ຊມ. ໃບຍ່ອຍມີ 9-13 ໃບ, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 1.5-3 ຊມ, ຍາວ 2-5 ຊມ, ຜິວໃບມີຂົນອ່ອນສີຂາວປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈະ, ອອກບໍລິເວນປາຍຍອດ, ຍາວ 8-10 ຊມ, ມີກ້ານຊໍ່ດອກຍາວ. ດອກຍ່ອຍມີຈຳນວນຫຼາຍ, ຮູບດອກຖົ່ວ, ກີບດອກສີມ່ວງເຂັ້ມ. ໝາກເປັນຝັກຮູບຂອບຂະໜານ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ແກ່ນມີ 1 ແກ່ນ, ຮູບແກ່ນຖົ່ວ ຫຼື ຮູບໝາກໄຂ່ຫຼັງ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ນຳມາຝົນໃສ່ນ້ຳດື່ມເປັນຢາຊ່ວຍຫຼຸດໄຂ້ໃນເດັກ, ນຳມາຕົ້ມດື່ມຊ່ວຍບຳລຸງນ້ຳນົມຂອງແມ່ຍິງ, ຝົນທາແກ້ພິດງູ ແລະ ທາແກ້ຝີ, ນຳມາຕົ້ມດື່ມເປັນຢາແກ້ພິດພາຍໃນ, ຊ່ວຍຂັບນ້ຳຂັງໃນທີ່ຕ່າງ,  ແກ້ຟົກບວມຕ່າງໆ, ແກ້ບວມຕາມຂໍ້ ແລະ ກ້າມເນື້ອ.
  • ຕົ້ນ: ເປັນຢາແກ້ໄຂ້ຊືມເສົ້າ, ຊ່ວຍດັບພິດທີ່ເຮັດໃຫ້ໝົດສະຕິ, ເວົ້າບໍ່ອອກ.
  • ລຳຕົ້ນ, ຮາກ ແລະ ໃບ: ນຳມາຝົນທາເປັນຢາແກ້ຝີ.
  • ນອກຈາກນີ້ແລ້ວຍັງສັບພະຄຸນບັນເທົາອາການໄຂ້, ແກ້ຮ້ອນໃນເນື່ອງຈາກຂາດນ້ຳ, ແກ້ພິດຫັດ, ພິດອີສຸກອີໃສ, ບັນເທົາອາການໄຂ້ ແລະ ອີ່ສຸກອີ່ໃສ. 

ການສຶກສາທາງວິທະຍາສາດ: 

  • ສານສະກັດດ້ວຍເຮັກເຊນ, ເອທິວອາຊີເຕດ ແລະ ເມທານອລ: ສາມາດຕ້ານເຊື້ອແບັກທິເຣຍໄດ້ 5 ຊະນິດ:  Escherichia coli O157:H7, Listeria monocytogenes, Pseudomonas aeruginosa, Salmonella typhimurium ແລະ Staphylococcus epidermidisn
  • ດ້ວຍວິທີ agar diffusion ຈາກການທົດສອບພົບວ່າສານສະກັດເອທີນອລອາຊີເຕດ: ມີສິດຍັບຢັ້ງ Pseudomonas aeruginosa ແລະ Staphylococcus epidermidis.
  • ສານສະກັດເມທານອລສາມາດຢັບຢັ້ງ Staphylococcus epidermidis.
ການປະກອບສ່ວນ