ລີ້ນແຮດ / The candle vine

ການນຳໃຊ້
ພືດເສັ້ນໃຍ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Tetracera loureiri (Fin.& Gagnep.) Pierre ex Craib / DILLENIACEAE
ຊື່ພ້ອງ
Tetracera sarmentosa var. loureiri Finet & Gagnep.
ຊື່ອື່ນ
ອັງກິດ: Tetracera loureiri ແລະ Dillenia.
ໄທ: ຣົດສຸຄົນຂາວ, ເສົາວະຄົນ, ເສົາວະຣົດ, ໝາກຕາດເຄືອ, ລີ້ນແຮດ, ຣົດສຸຄົນ, ເຄືອກະປົດໃບເຫຼື່ອມ, ປົດນ້ຳມັນ, ບໍລະຄົນ, ເຄືອອໍຄົນ, ອໍຄົນ, ຍ່ານປົດ, ປົດຂົນ, ປົດຄາຍ, ປົດເຫຼື່ອມ, ສັບປະ, ປະລະລືແລ້ວ, ກະປົດ, ປົດ ແລະ ຍ່ານປອດ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນເຄືອ, ມີເນື້ອໄມ້ແຂງ, ເຄືອຍາວ 5-8 ມ, ກິ່ງອ່ອນມີຂົນຂຸຍສີນ້ຳຕານ, ແຕກກິ່ງເລືອຍາວ, ເປືອກບາງ, ພາກສ່ວນອ່ອນເປັນສີຂຽວ, ພາກສ່ວນແກ່ເປັນສີນ້ຳຕານປົນສີເທົາ, ຜິວລຽບ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ກ້ວາງ 3-5 ຊມ, ຍາວ 6-10 ຊມ, ໂຄນໃບມົນ ຫຼື ຮຽວແຫຼມ, ຂອບແສກແຂ້ວເລື້ອຍແບບຫ່າງໆ, ປາຍຕັດ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາຄ້ານຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມສາກຊາ. ກ້ານໃບຍາວ 0.6-1 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 10-15 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຮູບກົມ, ເມື່ອບານເຕັມທີມີເສັ້ນຜ່າສູນກາງປະມານ 0.8 ຊມ, ບານບໍ່ພ້ອມກັນ, ສີຂາວ, ມີກິ່ນຫອມ. ກາບດອກມີ 5 ກາບ. ກີບດອກມີ 5 ກີບ, ຫຼົ່ນງ່າຍ. ເກສອນເພດຜູ້ຈຳນວນຫຼາຍ, ຮູບເສັ້ນດ້າຍ. ໝາກຮູບໄຂ່ບ້ຽວ, ມີຂະໜາດປະມານ 0.7 ຊມ, ມີຈະງອຍຢູ່ປາຍ, ໝາກອ່ອນເປັນສີຂຽວ, ໝາກແກ່ຈະແຕກອອກເປັນປ່ຽງດຽວ. ແກ່ນມີ 12 ແກ່ນ, ສີດຳ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ຮາກ ແລະ ໃບ: ນຳມາຕົ້ມອົມຮັກສາແຜໃນປາກ, ໃຊ້ເປັນຢາຮັກສາອາການຕົກເລືອດໃນປອດ ແລະ ນຳມາຕຳພອກຮັກສາຜື່ນຄັນ.
  • ຮາກ ແລະ ຕົ້ນ: ນຳຕົ້ມດື່ຶມຊ່ວຍແກ້ຝີ ແລະ ແກ້ບວມ.
  • ໃບ: ນຳມາຕົ້ມດື່ມແກ້ອາການສະອຶກ ແລະ ຊ່ວຍຮັກສາພະຍາດຫິດ.
  • ດອກ: ໃຊ້ເປັນຢາຫອມຊ່ວຍບຳລຸງຫົວໃຈ, ແກ້ອາການວຽນຫົວ ແລະ ແກ້ອາການອ່ອນເພຍ.
  • ນ້ຳຈາກຕົ້ນ: ຮັກສາຝີໜອງໄດ້.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບທີ່ໃຫ້ຄວາມສວຍງາມ ແລະ ກິ່ນຫອມ. ນອກຈາກນີ້ຄົນບູຮານຍັງຖືເປັນໄມ້ມົງຄຸນ.

ພືດເສັ້ນໄຍ: ເຄືອນຳມາໃຊ້ເປັນເຊືອກມັດຫຼັງຄາ ຫຼື ໃຊ້ມັດກໍ່ສ້າງ, ເຄືອໃຫຍ່ສາມາດນຳມາເປັນອູໃຫ້ເດັກໄດ້.

ຄຸນປະໂຫຍດ: 

  • ໃບ: ນຳມາຂັດອຽນໃຫ້ເມືອກຫຼຸດອອກ.
  • ໃບ: ໃບສາກຊາສາມາດນຳມາແທນກະດາດຊາຍໄດ້.
  • ເຄືອ: ສາມາດນຳມາໃຊ້ສານ ແລະ ນຳມາມັດເຄື່ອງໃຊ້ສອຍຕ່າງໆ. 
ການປະກອບສ່ວນ