ດອກຈັນບ້ານ / Star Anise

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Illicium verum Hook.f./SCHISANDRACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ໂປຍກັກ, ໂປຍກັກຈີນ, ຈັກທາແປດກີບ ແລະ ແປດແສກ.
ຝຣັງ: Chinese star anise, Star anise, Star aniseedແລະ Badiane.
ອາລັບ: Badian.
ອິນເດຍ: Badian khatai.
ມາເລຍເຊຍ: Bunga lawang.
ມາຍາລາລຳ: Thakolam.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 18 ຊມ, ເນື້ອໄມ້ແຂງ, ຍອດອ່ອນເປັນສີຂຽວ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບຫອກປີ້ນ, ກ້ວາງ 3-5 ຊມ, ຍາວ 8-10 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ ຫຼື ວ້ຳຕື້ນ, ແຜ່ນໃບໜາຄ້າຍຄືໜັງ, ສີຂຽວເຂັ້ມ. ດອກດ່ຽວ, ອອກບໍລິເວນງ່າມໃບ ແລະ ປາຍຍອດ, ຮູບກົມ ຫຼື ຮູບຖ້ວຍ, ສີເຫຼືອງອ່ອນ. ກີບດອກມີ​ 10​ ກີບ, ຮູບຮີກ້ວາງ ຫຼື ຮູບຂອບຂະໜານ, ຂອບກີບມີຂົນ. ກ້ານດອກຍາວປະມານ 4 ຊມ, ໝາກເປັນຮູບດາວ,​ ມີກີບອ້ອມຮອບ, ມີ 5-13 ກີບ, ສ່ວນຫຼາຍມີ 8 ກີບ, ໝາກແຫ້ງ, ກີບໝາ, ໝາກແກ່ສີນ້ຳຕານ. ແກ່ນມີ 1 ແກ່ນຕໍ່ກີບ, ຮູບໄຂ່, ແປ, ຜິວສີນ້ຳຕານລຽບ ແລະ ເຫຼື້ອມ, ມີກິ່ນຫອມ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ໝາກ: ຊ່ວຍບຳລຸງທາດໃນຮ່າງກາຍ, ຊ່ວຍເພີ່ມພູມຕ້ານທານໃຫ້ກັບຮ່າງກາຍ, ຊ່ວຍເພີ່ມຄວາມອົບອຸ່ນໃຫ້ກັບຮ່າງກາຍ, ຊ່ວຍຂັບເສມຫະ, ຊ່ວຍຂັບລົມ, ຊ່ວຍແກ້ອາການປວດທ້ອງ, ແກ້ອາການທ້ອງອືດ, ແກ້ຈຸກສຽດໃນທ້ອງ, ຊ່ວຍແກ້ອາການອາຫານບໍ່ຍ່ອຍ, ຊ່ວຍຂັບລົມໃນລຳໄສ້, ຊ່ວຍແກ້ປັດສະວະຂັດ, ໃຊ້ເປັນຢາກະຕຸ້ນ, ຊ່ວຍແກ້ອັນທະບວມ ແລະ ໄສ້ເລື່ອນ.
  • ແກ່ນ: ເມື່ອນຳໄປສະກັດຈະໄດ້ສານ Shikimic acid ເປັນສານຕັ້ງຕົ້ນໃນການສັງເຄາະສານ Tamiflu, ຕ້ານເຊື້ອໄວຣັດໄດ້ຫຼາຍຊະນິດ, ແກ້ໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່, ຊ່ວຍແກ້ຫວັດ, ຫຼຸດໄຂ້, ຊ່ວຍບັນເທົາອາການຫຼອດລົມອັກເສບ, ຊ່ວຍຂັບນ້ຳດີ, ຊ່ວຍເພີ່ມສະມັດຕະພາບທາງໃຫ້ກັບກ້າມເນື້ອ, ຊ່ວຍລະງັບຄວາມເຈັບປວດ, ຊ່ວຍຮັກສາພະຍາດ Rheumatism, ລະງັບອາການປວດຂໍ້, ເຈັບກະດູກ, ເຈັບຫຼັງ, ເຈັບແອວ, ຊ່ວຍແກ້ຕະຄິວ ຫຼື ເໜັບຊາຕາມຂໍມື ແລະ ຂໍຕີນ.
  • ນ້ຳມັນຫອມລະເຫີຍ: ແກ້ອາການໄອ, ໃຊ້ປະສົມເປັນຢາຜົງ, ມີນ້ຳມັນຫອມລະເຫີຍ 1-4 ຍົດໃຊ້ຂ້າເຊື້ອພະຍາດ, ຊ່ວຍເພີ່ມຄວາມຕ້ອງການທາງເພດ, ຊ່ວຍເພີ່ມສະມັດຕະພາບຂອງອະໄວຍະວະເພດຍິງ ແລະ ຈະຊ່ວຍເພີ່ມການລັງນ້ຳນົມຂອງແມ່ຍິງຫຼັງຄອດລູກ.

ປະໂຫຍດ: 

  •  ອຸດົມໄປດ້ວຍແຄລຊຽມທີ່ຊ່ວຍບຳລຸງກະດູກ ແລະ ແຂ້ວ, ທາດເຫຼັກທີ່ຊ່ວຍໃນການບຳລຸງເລືອດ.
  • ໝາກ ແລະ ແກ່ນໃຊ້ເປັນເຄື່ອງເທດ ແລະ ປຸງເປັນຢາ.
  • ໃຊ້ໃນການແຕ່ງກິ່ນອາຫານ ແລະ ຍັງໃຊ້ແຕ່ງກິ່ນເຄື່ອງດື່ມ, ເຂົ້າໜົມ, ເຄັກ ແລະ ອື່ນໆ.
  • ນ້ຳມັນທີ່ໄດ້ຈາກການກັ່ນດ້ວຍອາຍນ້ຳເປັນສ່ວນປະສົມເປັນຢາແກ້ໄອ ແລະ ຢາອື່ນໆ, ໃຊ້ໃນການດັບກິ່ນ ແລະ ດັບກິ່ນເໝັນ, ນ້ຳຫອມ, ເຄື່ອງສຳອາງ, ຄີມ, ໂລຊັ່ນບຳລຸງຜິວ, ສະບູ່, ນ້ຳຢາບ້ວນປາກ, ຢາຖູແຂ້ວ ແລະ ອື່ນໆ.

ຄຸນຄ່າທາງໂພຊະນາການຕໍ່ 100 ກຼາມ: ໂປຣຕີນ 31%, ຄາໂບໄຮເດຣດ 31%, ເສັ້ນໄຍອາຫານ 38%, ໄຂມັນ 0%, ວິຕາມິນເອ 10.5%, ວິຕາມິນຊີ 35%, ແຄລຊຽມ 65%, ທາດເຫຼັກ 62%, ໂພແທກຊຽມ 31% ແລະ ໂຊດຽມ 1%.

ການປະກອບສ່ວນ