ຕົ້ນຕູມຕາມ / Toothed-Leaf Limonia

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Naringi crenulata (Roxb.) Nicolson / RUTACEAE
ຊື່ພ້ອງ
Hesperethusa crenulata (Roxb.) M.Roem.
Limonia crenulata Roxb.
ຊື່ອື່ນ
ໄທ: ຕົ້ນກະແຈະ, ກຣະແຈະຈັນ, ຂະແຈະ, ຕຸມຕັງ, ພະຍາຍາ, ຕະນາວ, ພິນິຍາ, ກະແຈສັນ, ຕູມຕັງ, ຈຸມຈັງ, ຈຸມຈາງ, ຊະແຈະ, ພຸດໄທ, ຮາງແກງ ແລະ ທະນາຄາ.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມເຄິ່ງໄມ້ຢືນຕົ້ນ ຫຼື ເປັນໄມ້ຢືນຕົ້ນຂະໜາດນ້ອຍເຖິງຂະໜາດກາງ. ລຳຕົ້ນສູງ 8-15 ມ, ລຳຕົ້ນມີລັກສະນະຕັ້ງຊື່, ແຕກກິ່ງກ້ານຕໍ່າ, ກິ່ງກ້ານຕັ້ງສາກກັບລຳຕົ້ນ, ໃບ ແລະ ກິ່ງອ່ອນລຽບ, ສີຂຽວ, ເປືອກລຳຕົ້ນສີນ້ຳຕານ, ຜິວຂຸຂະ, ມີໜາມ, ອອກດ່ຽວໆ ຫຼື ເປັນຄູ່, ລັກສະນະແຂງ, ຍາວປະມານ 2.5 ຊມ, ເນື້ອໄມ້ຕັດໃໝ່ເປັນສີຂາວ ແລະ ຈະປ່ຽນເປັນສີເຫຼືອງ. ໃບປະສົມແບບຂົນນົກຂັ້ນໜຶ່ງ, ອອກຮຽງສະຫຼັບ. ກ້ານໃບມີລັກສະນະເປັນປີກອອກທັງສອງຂ້າງ ແລະ ເປັນຊ່ວງລະຫວ່າງໃບຍ່ອຍ, ຍາວປະມານ 3 ຊມ. ໃບຍ່ອຍມີ 4-13 ໃບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກ້ວາງ 1.5-3 ຊມ, ຍາວ 5-7 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວ, ປາຍຮຽວແຫຼມ, ຜິວລຽບ, ມີຕ່ອມນ້ຳມັນກະຈາຍຢູ່ທົ່ວ, ບໍ່ມີກ້ານໃບຍ່ອຍ. ຊໍ່ດອກແບບກະຈະ, ອອກເປັນກຸ່ມຕາມງ່າມໃບ ຫຼື ຕາມກິ່ງ. ກ້ານຊໍ່ດອກຍາວປະມານ 2 ຊມ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວ, ມີຂົນອ່ອນນຸ້ມສີຂາວ ຫຼື ສີເຫຼືອງກະຈາຍຢູ່ທົ່ວດອກ. ກ້ານດອກຍາວປະມານ 8-10​ ມມ. ກາບດອກມີ 4 ກາບ, ຮູບສາມຫຼ່ຽມ, ມີຂະໜາດປະມານ 1.5 ມມ, ປາຍແຫຼມ, ຜິວດ້ານໃນລຽບ, ຜິວດ້ານນອກມີຂົນອ່ອນນຸ້ມກະຈາຍຢູ່ທົ່ວ. ກີບດອກມີີ 4 ກີບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງປະມານ 3 ມມ, ຍາວປະມານ 7 ມມ, ດອກບານເຕັມທີ່ຈະມ້ວນກັບໄປທາງຫຼັງ, ຜິວກ້ຽງ, ມີຕ່ອມນ້ຳມັນກະຈາຍຢູ່ທົ່ວ. ເກສອນເພດຜູ້ມີ 8 ອັນ, ຍາວ 4-6 ມມ, ບໍ່ສະໝ່ຳສະເໝີກັນ, ກ້ານຊູຖົງລະອອງຮູບຫຼິ່ມ, ຜິວລຽບ, ຖົງລະອອງເປັນຮູບຂອບຂະໜານ ຫຼື ຮູບໄຂ່, ຍາວປະມານ 2 ມມ. ເຕົ້າໄຂ່ຈັບເທິງ, ຮູບເກືອບກົມ, ຍາວ 1-2 ມມ, ມີ 4 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ຜິວກ້ຽງແລ້ວມີຕ່ອມນ້ຳມັນ, ຄໍເຕົ້າໄຂ່ຍາວປະມານ 1 ມມ, ປາຍຮວງຮັບແຍກອອກເປັນ 5 ແສກ, ມີຕ່ອມນ້ຳມັນ. ໝາກຮູບກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 0.5-1 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີມ່ວງເຂັ້ມ. ແກ່ນມີ 1-4 ແກ່ນ, ຮູບເກືອບກົມ, ກ້ວາງປະມານ 5 ມມ, ສີນ້ຳຕານອົມສົ້ມອ່ອນ. ຂວັ້ນໝາກຍາວປະມານ 2 ຊມ. 

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ແກ້ອາການຜ່ອມແຫ້ງ, ນຳມາດອງເຫຼົ້າດື່ມແກ້ລົມກະໄສ ທີ່ເຮັດໃຫ້ຮ່າງກາຍຊຸດໂຊມ, ຈ່ອຍ ແລະ ເລືອດຈາງ (ຮາກ, ເນື້ອໄມ້, ໝາກ), ນຳມາຕົ້ມກິນແກ້ລົມບ້າໝູ (ຮາກ, ໃບ, ໝາກ), ຊ່ວຍຂັບເຫື່ອ, ຮັກສາພະຍາດໃນລຳໄສ້, ແກ້ອາການເຈັບທ້ອງບໍລິເວນລຳໄສ້ໃຫຍ່, ບໍລິເວນສ່ວນຕໍ່ລະຫວ່າງລຳໄສ້ນ້ອຍ ແລະ ໃຊ້ເປັນຢາຖ່າຍ ຫຼື ຢາລະບາຍອ່ອນ.
  • ເປືອກຕົ້ນ: ຊ່ວຍຈະເລີນອາຫານ (ເປືອກຕົ້ນ, ເນື້ອໄມ້, ໝາກສຸກ), ຊ່ວຍດັບພິດຮ້ອນໃນຮ່າງກາຍ (ເປືອກຕົ້ນ ແລະ ແກ່ນໄມ້), ບຳລຸງຈິດໃຫ້ຊຸ່ມຊື່ນ ແລະ ຊ່ວຍຂັບລົມ.
  • ແກ່ນໄມ້: ໃຊ້ດອງເຫຼົ້າດື່ມຊ່ວຍບຳລຸງເລືອດ, ແກ້ເລືອດເປັນພິດ ແລະ ພະຍາດກ່ຽວກັບເລືອດ.
  • ຕົ້ນ: ຮັກສາອາການຮ້ອນໃນ, ຮັກສາພະຍາດປາດົງ, ຮັກສາພະຍາດຜິວໜັງ, ຊ່ວຍຫຼຸດອາການເຈັບເມື່ອຍຕາມຕົນໂຕ, ຕາມຂໍ້ ແລະ ຊ່ວຍແກ້ອາການເສັ້ນຕຶງ.
  • ໃບ: ຊ່ວຍໃນການຄຸມກຳເນີດ, ຊ່ວຍຫຼຸດອາການເຈັບຂໍ້ ແລະ ເຈັບກະດູກ.
  • ໝາກ: ໃຊ້ເປັນຢາບຳລຸງກຳລັງ, ບຳລຸງຮ່າງກາຍ, ຊ່ວຍແກ້ພິດ, ແກ້ອາການຖອກທ້ອງ, ແກ້ອາການທ້ອງອືດທ້ອງເຟີ້, ອາຫານບໍ່ຍ່ອຍ ແລະ ໝາກສຸກໃຊ້ຮັກສາແຜ.

ຄຸນປະໂຫຍດ: 

  • ເນື້ອໄມ້: ມີສີເຫຼືອງອ່ອນ, ມີລັກສະນະເປັນມັນເຫຼື້ອມ, ເນື້ອໄມ້ຍາບ ແລະ ແຂງແຮງ, ນ້ຳໜັກປານກາງ, ໜຽວສາມາດນຳມາແກະສະຫຼັກໄດ້ ຫຼື ສາມາດນຳມາເຮັດຕູບໄດ້.
  • ເນື້ອໄມ້: ຊາວມຽນມານິຍົມນຳມາບົດເປັນຜົງແລ້ວໃຊ້ບຳລຸງຜິວ, ເຮັດໃຫ້ຜິວນຽນງາມ ແລະ ຍັງສາມາດນຳມາປະສົມໃນເຄື່ອງຫອມໄດ້ອີກ.
  • ຮາກ: ນຳມາຝົນທາໜ້າແທນການໃຊ້ແປ້ງ ຊ່ວຍຮັກສາສິວ ແລະ ຝ້າ. 
  • ກິ່ງອ່ອນ: ບົດໃຫ້ລະອຽດນຳມາເຮັດທູບ ຫຼື ແປ້ງທີ່ມີກິ່ນຫອມອ່ອນໆໄດ້.

ສິນຄ້າ: ຖືກນຳມາປະດິດເປັນເຄື່ອງສຳອາງເພື່ອຂາຍອອກ.

ຂໍ້ມູນວິທະຍາສາດ:

  • ຕົ້ນຕູມຕາມ: ພົບສານທີ່ສຳຄັນຄື Marmesin ເປັນສານທີ່ຊ່ວຍກຳຈັດແສງອຸນຕຣາໄວໂອເຣສທີ່ເຮັດໃຫ້ຈຸລັງຜິວເສຍ, ສາມາດຊ່ວຍຢັບຢັ້ງ MMP-1 ແລະ ຊ່ວຍໃນການສ້າງໂປຣຄໍລາເຈນ.
  • ຜົງຕູມຕາມ ແລະ ສານສະກັດ: ຍັງສາມາດຕ້ານອອກຊີເດຊັນ, ຊ່ວຍຫຼຸດການເຊື່ອມຂອງຈຸລັງ, ຊ່ວຍຕ້ານການອັກເສບ ແລະ ຍັງພົບສານ Suberosin ທີ່ສາມາດຊ່ວຍຕ້ານເຊື້ອແບັກທິເຣຍ, ພ້ອມທັງຊ່ວຍປ້ອງກັນ ແລະ ຮັກສາສິວໄດ້.
  • ຕົ້ນຕູມຕາມ: ພົບສານ Arbutin ຢູ່ 1.711-0.268 ມກ/ກ ເປັນສານທີ່ເຮັດຫນ້າທີ່ຢັບຢັ້ງການສ້າງເມັດສີເມລານີນ ແລະ ຍັງຊ່ວຍຢັບຢັ້ງເອັນໄຊມ໌ໄທໂຮຊີເນສ ເຊິ່ງເປັນອີກສານໜຶ່ງທີ່ກະຕຸ້ນໃຫ້ເກີດເມັດສີເມລານີນ.
  • ກິ່ນຫອມມາຈາກສານ coumarins 4 ຊະນິດ ບໍ່ມີພິດຕໍ່ພັນທຸກຳ ແລະ ບໍ່ມີຄວາມເປັນພິດຕໍ່ຈຸລັງ.
ການປະກອບສ່ວນ