ຫຍ້າໄຂ່ເຫົາ / Itch flower

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Trigastrotheca pentaphylla (L.) Thulin / MOLLUGINACEAE
ຊື່ພ້ອງ
Mollugo pentaphylla L.
Pharnaceum pentaphyllum (L.) Spreng.
Pharnaceum triphyllum Spreng.
ຊື່ອື່ນ
ໄທ: ຫຍ້າຕີນນົກ, ຫຍ້ານົກເຂົາ, ສ້ອຍນົກເຂົາ ແລະ ຫຍ້າໄຂ່ເຫົາ.
ອັງກິດ: Itch flower ແລະ Indian chickweed.
ຢີປຸ່ນ: zakuro sou.
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ. ລຳຕົ້ນສູງ 10-30 ຊມ,​ ມີຂໍ້,​ ສີຂຽວ ຫຼື ສີແດງ. ໃບດ່ຽວ, ອອກແບບກະຈຸກຮອບໆຂໍ້ຂອງລຳຕົ້ນ, ມີ 2-4 ໃບ, ຮູູບຮີ, ກ້ວາງ 0.2-0.4 ຊມ, ຍາວ 2.5-3 ຊມ,​ ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ. ກ້ານໃບສັນ ຫຼື ອາດບໍ່ມີເລີຍ. ຊໍ່ດອກແບບແຕກແໜງ, ອອກຕາມປາຍກິ່ງແບບຫ່າງໆ. ດອກຍ່ອຍມີຂະໜາດນ້ອຍ, ຍາວປະມານ 0.2 ຊມ, ສີເຫຼືອງອ່ອນ. ກີບດອກມີ 5 ກີບ, ສີຂາວ. ກ້ານຊູຊໍ່ດອກຍາວ. ໝາກຮູບຂ້ອນຂ້າງກົມ, ມີຂະໜາດປະມານ 0.2 ຊມ, ໝາກແກ່ແຕກເປັນ 3 ແສກ. ແກ່ນມີຂະໜາດນ້ອຍ, ສີນ້ຳຕານ.

ບັນຍາຍການນຳໃຊ້

ອາຫານ:

  • ໃບ ແລະ ດອກອ່ອນ: ສາມາດນຳມາປຸ່ງອາຫານໄດ້ເຊັ່ນ: ແກງປາ ແລະ ແກງໃສ່ປາແດກ.

ສັບພະຄຸນ:

  • ທັ້ງຕົ້ນ: ມີສັບພະຄຸນເປັນຢາບຳລຸງທາດ, ແກ້ທາດພິການ, ແກ້ໄຂ້, ແກ້ອາການຮ້ອນໃນເນື່ອງຈາກຂາດນ້ຳ, ເປັນຢາລະບາຍທ້ອງ, ຊ່ວຍແກ້ລິດຊີດວງທະວານໜັກ, ເປັນຢາຮັກສາອາການພິການ ແລະ ນຳມາບັດໃຫ້ແລກແລ້ວນຳມາປິດຮູແຂ້ວແມງຮັກສາແຂ້ວແມງ.
  • ໃບ: ແກ້ໄຂ້ໜາວສັ່ນ.
ການປະກອບສ່ວນ